_cover - 2025-07-09T135508.893
ນ້ຳຖ້ວມເນປານ ເສຍຊີວິດແລ້ວ 8 ຄົນ ສູນຫາຍອີກ 31 ຄົນ ນ້ຳຊັດເອົາຂົວເຊື່ອມຈີນຂາດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 July, 2025
ໝວດ: ຂ່າວ

ເກີດເຫດນ້ຳຖ້ວມຮຸນແຮງບໍລິເວນຊາຍແດນເນປານກັບຈີນ

 

ກະແສນ້ຳພັດພາເຮືອນບ້ານໄປຫລາຍຫລັງ ແລະ ເຮັດໃຫ້ຫນຶ່ງໃນຂົວເຊື່ອມລະຫວ່າງ 2 ປະເທດຂາດ ພົບຜູ້ເສຍຊີວິດແລ້ວ 8 ຄົນສູນຫາຍອີກ 31 ຄົນ

 

ສຳນັກຂ່າວຕ່າງປະເທດລາຍງານເມື່ອ 8 ກໍລະກົດ 2025 ວ່າ ຝົນທີ່ຕົກລົງມາຢ່າງໜັກເຮັດໃຫ້ເກີດນ້ຳຖ້ວມບ້ານຕ່າງໆ ບໍລິເວນພູເຂົາຮິມາໄລ ລະຫວ່າງປະເທດເນປານກັບຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 8 ຄົນສູນຫາຍອີກ 31 ຄົນ ໂດຍມວນນ້ຳມະຫາສານຊັດເອົາຂົວຂ້າມແມ່ນ້ຳໂພເຕໂກຊີ (Bhotekoshi) ທີ່ເຊື່ອມລະຫວ່າງເນປານກັບຈີນຈົນຂາດ

 

ກະແສນ້ຳຍັງພັດພາເຮືອນຫລາຍຫລັງ ກັບລົດບັນທຸກອີກຫລາຍຄັນທີ່ຈອດລໍຖ້າການກວດກາທາງພາສີອາກອນບໍລິເວນດ່ານຊາຍແດນ ລົດໄຟຟ້າຫລາຍຮ້ອຍຄັນທີ່ນຳເຂົ້າຈາກຈີນກໍຈອດຢູ່ບໍລິເວນດ່ານຊາຍແດນດັ່ງກ່າວດ້ວຍ

 

ຕອນນີ້ປະເທດໃນເອເຊຍໃຕ້ກຳລັງພົບກັບເຫດນ້ຳຖ້ວມ ແລະ ດິນຖະຫຼົ່ມຫລາຍຈຸດ ເນື່ອງຈາກຢູ່ໃນລະດູມໍລະສຸມຊ່ວງເດືອນມິຖຸນາ-ກັນຍາ

 

ໂຄສົກຕຳຫຼວດເນປານບອກກັບສຳນັກຂ່າວ ເອເອຟພີ ວ່າ ເຈົ້າໜ້າທີ່ກຳລັງມຸ່ງໝັ້ນໃນການປະຕິບັດການຄົ້ນຫາແລະຊ່ວຍເຫຼືອ ໂດຍຈົນເຖິງຕອນນີ້ພວກເຂົາຊ່ວຍເຫຼືອຜູ້ປະສົບໄພໄດ້ແລ້ວ 57 ຄົນ

 

ດ້ານສະຖານີໂທລະທັດ ຊີຊີທີວີ (CCTV) ຂອງຈີນ ລາຍງານວ່າ ເກີດຫາຍະນະດິນຖະຫຼົ່ມບໍລິເວນຊາຍແດນເມື່ອຕອນເຊົ້າມືດວັນອັງຄານ ເຮັດໃຫ້ມີຜູ້ສູນຫາຍ 11 ຄົນໃນຝັ່ງຈີນ ຂະນະທີ່ໃນຝັ່ງເນປານ ມີຄົນງານກໍ່ສ້າງຊາວຈີນສູນຫາຍໄປ 6 ຄົນ

 

ຕຳຫຼວດເນປານບອກອີກວ່າ ເຈົ້າໜ້າທີ່ກູ້ໄພລົງພື້ນທີ່ແລ້ວ 95 ຄົນ ແລະ ຄາດວ່າຈະມີນຳມາອີກ ຂະນະທີ່ເຮລິຄອບເຕີຂອງກອງທັບກຳລັງຖືກໃຊ້ເພື່ອຊ່ວຍອົບປະຍົບຜູ້ທີ່ຕິດຄ້າງເພາະນ້ຳຖ້ວມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ