_cover - 2025-07-09T154755.330
ທຣຳກຽມກັບມາສົ່ງອາວຸດ ໃຫ້ຢູເຄຣນ ຫຼັງລະງັບຄວາມຊ່ວຍເຫຼືອອາທິດກ່ອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 July, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລ ທຣຳ ເປີດເຜີຍມື້ວານນີ້ (7 ກໍລະກົດ) ວ່າ ລາວມີແຜນທີ່ຈະສົ່ງອາວຸດປ້ອງກັນຕົວເພີ່ມເຕີມໃຫ້ຢູເຄຣນ ຫຼັງຈາກທີ່ລັດຖະບານສະຫະລັດ ຢຸດການສົ່ງຄວາມຊ່ວຍເຫຼືອຊົ່ວຄາວເມື່ອອາທິດກ່ອນ

 

ທຣຳເປີດເຜີຍວ່າກ່ອນທີ່ຈະໄປກິນອາຫານຄ່ຳກັບນາຍົກລັດຖະມົນຕີເບັນຈາມິນ ເນທັນຢາຫູຂອງອິສຣາເອລວ່າ ພວກເຮົາຈະສົ່ງອາວຸດໄປເພີ່ມ ພວກເຂົາຕ້ອງສາມາດປົກປ້ອງຕົນເອງໄດ້ ແລະ ພວກເຂົາກຳລັງຖືກໂຈມຕີໜັກ ສະຫະລັດຕ້ອງສົ່ງອາວຸດໄປເພີ່ມ

 

ການເປີດເຜີຍຂອງທຣຳມີຂຶ້ນ ຫຼັງເມື່ອອາທິດທີ່ຜ່ານ ມາລັດຖະບານສະຫະລັດພາຍໃຕ້ການນຳຂອງທຣຳ ລະງັບການສົ່ງອາວຸດບາງຊະນິດໄປຍັງຢູເຄຣນ ລວມເຖິງຂີປະນາວຸດປ້ອງກັນໄພທາງອາກາດ

 

ແອນນາ ເຄລລີ ຜູ້ຊ່ວຍໂຄສົກຂອງທຳນຽບຂາວເປີດເຜີຍວ່າ ໃນຊ່ວງເວລາທີ່ມີການຕັດສິນໃຈລະງັບສົ່ງຄວາມຊ່ວຍເຫຼືອໄປຍັງຢູເຄຣນ ຄືຊ່ວງທີ່ຕ້ອງຜັກດັນຜົນປະໂຫຍດຂອງອະເມຣິກາມາກ່ອນ

 

ດ້ານເຈົ້າໜ້າທີ່ສະຫະລັດຈຳນວນໜຶ່ງກ່າວເຖິງການທົບທວນຄວາມຊ່ວຍເຫຼືອຂອງຢູເຄຣນວ່າກ່ຽວຂ້ອງກັບຄວາມພະຍາຍາມຂອງກະຊວງປ້ອງກັນປະເທດສະຫະລັດທີ່ຈະຫັນໄປໂຟກັດກັບຈີນຫຼາຍຂຶ້ນ ແລະ ກຽມຄວາມພ້ອມສຳຫຼັບຄວາມເປັນໄປໄດ້ທີ່ຈະເກີດຄວາມຂັດແຍ້ງຂຶ້ນໃນພາກພື້ນ ແປຊິຟິກໃນອະນາຄົດ ຊຶ່ງເປັນປະເດັນທີ່ກະຊວງປ້ອງກັນປະເທດຂອງສະຫະລັດໃຫ້ຄວາມສົນໃຈ

 

ເອລບຣິດຈ໌ ໂຄລບີ ຫົວໜ້າຝ່າຍນະໂຍບາຍຕ່າງປະເທດຂອງກະຊວງປ້ອງກັນປະເທດສະຫະລັດເປີດເຜີຍວ່າ ກະຊວງປ້ອງກັນປະເທດສະຫະລັດຍັງຄົງຈັດກຽມທາງເລືອກທີ່ຫຼາກຫຼາຍເພື່ອໃຫ້ປະທານາທິບໍດີສາມາດດຳເນີນການສະໜັບສະໜູນທາງທະຫານຕໍ່ຢູເຄຣນໄດ້

 

ຕາມເປົ້າໝາຍຂອງທຣຳທີ່ຕ້ອງການຢຸດສົງຄາມ ແຕ່ຂະນະດຽວກັນ ກະຊວງກໍກຳລັງພິຈາລະນາແລະປັບແນວທາງເພື່ອບັນລຸເປົ້າໝາຍນີ້ຢ່າງເຂັ້ມງວດ ພ້ອມທັງຮັກສາຄວາມພ້ອມຮົບຂອງກອງທັບສະຫະລັດເພື່ອພາລະກິດປ້ອງກັນປະເທດຕາມລຳດັບຄວາມສຳຄັນຂອງລັດຖະບານ

 

ຢ່າງໃດກໍຕາມ ລັດເຊຍສະແດງຄວາມຍິນດີກັບການຢຸດສົ່ງອາວຸດບາງສ່ວນໃຫ້ຢູເຄຣນ ໂດຍອ້າງວ່າສະຫະລັດເຮັດແບບນັ້ນເພາະອາວຸດບໍ່ພຽງພໍ ແຕ່ກໍບໍ່ໄດ້ສະແດງຫຼັກຖານໃດ

 

ລັດເຊຍໂຈມຕີຢູເຄຣນໜັກ

 

ເຈົ້າໜ້າທີ່ກູ້ໄພຢູເຄຣນກຳລັງເຮັດວຽກໃນອາຄານພັກອາໄສທີ່ໄດ້ຮັບຄວາມເສຍຫາຍ ຫຼັງເກີດການໂຈມຕີດ້ວຍໂດຣນແລະຂີປະນາວຸດຄັ້ງໃຫຍ່ຂອງລັດເຊຍໃນນະຄອນຫຼວງເຄຍຟ ເມື່ອວັນທີ່ 4 ກໍລະກົດ ທ່າມກາງການຮຸກຮານຢູເຄຣນຢ່າງຕໍ່ເນື່ອງຂອງລັດເຊຍ

 

ໂດຍຢູເຄຣນລະບຸວ່າໃນວັນທີ່ 4 ກໍລະກົດ ລັດເຊຍໄດ້ເປີດການໂຈມຕີທາງອາກາດກາງຄືນຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ເກີດສົງຄາມມານານກວ່າ 3 ປີ

 

ຍູຣິ ອິກນັດ ຕົວແທນກອງທັບອາກາດຢູເຄຣນກ່າວວ່າການໂຈມຕີດ້ວຍໂດຣນແລະຂີປະນາວຸດລວມ 550 ລູກນີ້ຖືເປັນສະຖິຕິໃໝ່ ພ້ອມເສີມວ່າ ນີ້ເປັນຈຳນວນຫຼາຍທີ່ສຸດທີ່ສັດຕູໃຊ້ໂຈມຕີພຽງຄັ້ງດຽວ

 

 

ທັງນີ້ ສະຫະລັດເປັນຜູ້ບໍລິຈາກລາຍໃຫຍ່ທີ່ສຸດດ້ານການສະໜັບສະໜູນທາງທະຫານໃຫ້ຢູເຄຣນ ນັບຕັ້ງແຕ່ລັດເຊຍເລີ່ມຮຸກຮານເຕັມຮູບແບບໃນປີ 2022

 

ໂດຍຈັດຫາອາວຸດລະບົບປ້ອງກັນທາງອາກາດ ໂດຣນ ເຄື່ອງຍິງຈະຣວດ ເຣດາ ລົດຖັງ ແລະ ອາວຸດຕ້ານເກາະ ຊຶ່ງເຮັດໃຫ້ຫຼາຍຝ່າຍກັງວົນວ່າ ຄັງແສງຂອງສະຫະລັດຈະຫຼຸດລົງ

 

ກ່ອນໜ້ານີ້ ທຣຳໄດ້ຢຸດການສົ່ງອາວຸດທັງໝົດໃຫ້ຢູເຄຣນໃນເດືອນມີນາ ຫຼັງມີການໂຕ້ຖຽງກັນຢ່າງດຸເດືອດໃນຫ້ອງເຮັດວຽກຮູບໄຂ່ກັບປະທານາທິບໍດີໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ ແຕ່ທຣຳກັບມາດຳເນີນການສົ່ງອາວຸດອີກຄັ້ງປະມານໜຶ່ງອາທິດຕໍ່ມາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ