_cover - 2025-07-15T092631.748
Walmart ເອີ້ນຄືນຂວດນ້ຳ Ozark Trail ຫຼັງຈາກຝາຂວດດີດໃສ່ໜ້າຜູ້ໃຊ້ຈົນຕາບອດ 2 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 July, 2025
ໝວດ: ຂ່າວ

ຂວດນ້ຳຮຸ່ນນີ້ມີລັກສະນະເປັນສະແຕນເລດສີເງິນ ກຽວສີດຳ ແລະ ມີລະຫັດສິນຄ້າ 83-662 ຂາຍມາຕັ້ງແຕ່ປີ 2017

 

ຜ່ານທັງໜ້າຮ້ານ Walmart ແລະຊ່ອງທາງອອນລາຍ ບັນຫາເກີດຂຶ້ນເມື່ອຜູ້ໃຊ້ນຳຂວດໄປໃສ່ນ້ຳອັດລົມ ຫຼື ຂອງແຫຼວທີ່ເຮັດໃຫ້ເກີດແຮງດັນ ເມື່ອເປີດຝາ ແຮງດັນພາຍໃນເຮັດໃຫ້ຝາຂວດພຸ່ງອອກຢ່າງໄວ ແລະ ແຮງເກີນທີ່ຈະຄວບຄຸມໄດ້

 

ຫົວໜ້າງານຄວາມປອດໄພຜູ້ບໍລິໂພກຂອງສະຫະລັດ ຮ່ວມມືກັບ Walmart ເພື່ອປະກາດເຕືອນ ແລະ ເອີ້ນຄືນສິນຄ້າທັນທີ ຊີ້ໃຫ້ເຫັນວ່າ ສິນຄ້າດັ່ງກ່າວ “ອາດສົ່ງຜົນຮ້າຍແຮງຈາກແຮງກະແທກ ແລະ ເກີດບາດແຜຈີກຂາດ” ຈຶ່ງແນະນຳໃຫ້ຜູ້ທີ່ມີຂວດຮຸ່ນນີ້ຢຸດໃຊ້ງານທັນທີ ແລະ ສາມາດຂໍຄືນເງິນໄດ້ທັງທາງຮ້ານຄ້າ ແລະ ອອນລາຍ

 

 

 

ເຖິງແມ່ນວ່າຈະມີລາຍງານພຽງບໍ່ຫຼາຍກໍລະນີ ແຕ່ເຫດການນີ້ຖືເປັນການເຕືອນໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກໃຫ້ຄວາມສຳຄັນກັບຄວາມປອດໄພຂອງສິນຄ້າ ໂດຍສະເພາະສິນຄ້າທີ່ກ່ຽວຂ້ອງກັບຂອງຮ້ອນ ຫຼື ແຮງດັນ

 

ລູກຄ້າທີ່ບໍ່ແນ່ໃຈວ່າສິນຄ້າທີ່ໃຊ້ຢູ່ເຂົ້າຂ່າຍຫຼືບໍ່ ຄວນກວດສອບລະຫັດສິນຄ້າ 83-662 ທີ່ຢູ່ເທິງບັນຈຸພັນ

 

ຫາກພົບວ່າເປັນຮຸ່ນທີ່ມີບັນຫາ ສາມາດຕິດຕໍ່ Walmart ເພື່ອດຳເນີນການຄືນສິນຄ້າແລະຮັບເງິນຄືນເຕັມຈຳນວນໄດ້ທັນທີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ