ພ້ອມໃຫ້ຄຳໝັ້ນຈັດຫາຂີປະນາວຸດ ແລະ ອາວຸດອື່ນໆ ຊຸດໃໝ່ໃຫ້ຢູເຄຣນ ແລະ ໃຫ້ເວລາລັດເຊຍ 50 ວັນ ໃນການບັນລຸຂໍ້ຕົກລົງຢຸດຍິງ ບໍ່ສະນັ້ນຕ້ອງປະເຊີນໜ້າກັບມາດຕະການຄວ່ຳບາດ ຊຶ່ງການຄວ່ຳບາດຈະມຸ່ງເປົ້າໄປທີ່ພັນທະມິດທີ່ເຮັດການຄ້າກັບລັດເຊຍ ຊຶ່ງຈະຖືກຂຶ້ນພາສີ 100% ຖ້າຫາກວ່າລັດເຊຍຍັງບໍ່ບັນລຸຂໍ້ຕົກລົງຢຸດຍິງກັບຢູເຄຣນ ພາຍໃນເວລາ 50 ວັນ
ທຣຳ ຊຶ່ງປະກາດໃນຫ້ອງເຮັດວຽກຮູບໄຂ່ ທຳນຽບຂາວ ພ້ອມກັບມາກ ຣຸດເຕີ ເລຂາທິການອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ນາໂຕ ກ່າວກັບນັກຂ່າວວ່າ ລາວຮູ້ສຶກຜິດຫວັງຢ່າງຫຼາຍກັບປະທານາທິບໍດີວລາດິເມຍ ປູຕິນ ຂອງລັດເຊຍ
ລາວກ່າວວ່າການລົມກັນທາງໂທລະສັບກັບປູຕິນເປັນເລື່ອງທີ່ຍິນດີ ແຕ່ກັບຫັນມາໂຈມຕີຢູເຄຣນຢ່າງຮຸນແຮງອີກ
ການຕັດສິນໃຈຂອງທຣຳທີ່ຈະສົ່ງອາວຸດໃຫ້ຢູເຄຣນນັ້ນ ຖືເປັນຈຸດປ່ຽນສຳລັບປະທານາທິບໍດີຈາກພັກຣີພັບລິກັນຜູ້ນີ້ ຊຶ່ງໃຊ້ເວລາໃນຊ່ວງເດືອນທຳອິດຂອງວາລະການດຳລົງຕຳແໜ່ງ ພະຍາຍາມກ່ອມໃຫ້ປູຕິນບັນລຸຂໍ້ຕົກລົງຢຸດຍິງ ແຕ່ກັບຖືກປະຕິເສດທຸກຄັ້ງ
ພາຍໃຕ້ຂໍ້ຕົກລົງຫຼ້າສຸດນີ້ ທຣຳກ່າວວ່າ ສະຫະລັດຈະສົ່ງອາວຸດທີ່ປະເທດສະມາຊິກນາໂຕເປັນຜູ້ອອກເງິນຄ່າອາວຸດ ຣຸດເຕີກ່າວວ່າ ອາວຸດຈຳນວນຫຼາຍຈະຖືກສົ່ງໃຫ້ຢູເຄຣນ ຊຶ່ງລວມເຖິງຂີປະນາວຸດ ແລະ ລະບົບປ້ອງກັນໄພທາງອາກາດແພັດຣີໂອດ ເປັນສ່ວນໜຶ່ງຂອງການສົ່ງອາວຸດຊຸດທຳອິກ
ປະທານາທິບໍດີໂວໂລດິເມຍ ເຊເລັນສກີ ຂອງຢູເຄຣນ ຮຽກຮ້ອງຫຼາຍຄັ້ງຕໍ່ສະຫະລັດ ແລະ ພັນທະມິດນາໂຕ ໃຫ້ຈັດຫາອາວຸດຊ່ວຍປ້ອງກັນຕົນເອງໃນສົງຄາມທີ່ຮຸນແຮງນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |