_cover - 2025-07-15T134308.613
ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກ ໂດຍອົງການອຸຍແນັສໂກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 July, 2025
ໝວດ: ຂ່າວ

ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກທາງທຳມະຊາດ ແບບຮ່ວມຊາຍແດນ ແລະ ເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໃນວັນທີ 13 ກໍລະກົດ 2025 ໂດຍອົງການອຸຍແນັສໂກ.

 

ກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ທີ່ກຳລັງດຳເນີນຢູ່ລະຫວ່າງແຕ່ວັນທີ 6 16 ກໍລະກົດ 2025 ທີ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ,

 

 

ມາໃນວັນທີ 13 ກໍລະກົດ 2025, ຄະນະກໍາມະການມໍຣະດົກໂລກ ມີມະຕິເອກະພາບຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ເຂົ້າເປັນມໍຣະດົກໂລກທາງດ້ານທຳມະຊາດ ພາຍໃຕ້ສົນທິສັນຍາມໍຣະດົກໂລກ 1972 ຢ່າງເປັນທາງການ

 

ເຊິ່ງກາຍເປັນແຫຼ່ງມໍຣະດົກໂລກແຫ່ງ ທີ 4 ແລະ ເປັນແຫຼ່ງມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ.

 

ພ້ອມນັ້ນ, ກໍ່ຍັງເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນແບບເຊື່ອມຕໍ່ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍຣະດົກໂລກທາງທຳມະຊາດ ຂອງ ສສ. ຫວຽດນາມ ແລະ ກາຍເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທຳອິດຢູ່ໃນພາກພື້ນອີກດ້ວຍ.

 

 

ອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ຖືກສະເໜີເຂົ້າເປັນມໍຣະດົກໂລກທາງທຳມະຊາດແບບຮ່ວມຊາຍແດນ ເປັນພາກຂະຫຍາຍເຊື່ອມຕໍ່ອອກຈາກອຸທິຍານແຫ່ງຊາດຟອງຫຍາແກບາງ ເມືອງບໍແຈັກ ແຂວງກວາງຈີ ຂອງ ສສ.

 

ຫວຽດນາມ ທັງສອງອຸທິຍານແຫ່ງຊາດຂອງສອງປະເທດ ຮ່ວມກັນກາຍເປັນແຫຼ່ງມໍຣະດົກໂລກທາງທຳມະຊາດແບບຮ່ວມຊາຍແດນ ທີ່ມີມາດຖານອັນດຽວກັນ ໃນມາດຖານທີ 8 ແຫຼ່ງມໍຣະດົກທີ່ມີຄວາມໂດດເດັ່ນທາງດ້ານພູມສັນຖານ, ມາດຖານທີ IXແຫຼ່ງມໍຣະດົກທີ່ມີຄວາມໂດດເດັ່ນຂອງລະບົບນິເວດຊີວະນາໆພັນ ແລະ ມາດຖານທີ X ຄວາມໂດດເດັ່ນທາງດ້ານພັນພືດພັນສັດສະເພາະຖິ່ນ ແລະ ໃກ້ສູນພັນຂອງໂລກ.

 

ແຫຼ່ງມໍຣະດົກໂລກຮ່ວມຊາຍແດນໄດ້ຖືກຮັບຮູ້ຄຸນຄ່າທາງດ້ານວິທະຍາສາດ ແລະ ການສຶກສາ ແລະ ມີຄຸນລັກສະນະຕາມາດຖານທີ່ກຳນົດໄວ້ພາຍໃຕ້ສົນທິສັນຍາມໍຣະດົກໂລກຄື:

 

ຄວາມໂດດເດັ່ນທາງດ້ານພູມສັນຖານ, ແຫຼ່ງມໍຣະດົກຮ່ວມຊາຍແດນ (ອຸທິຍານແຫ່ງຊາດຫີນໜາມໜໍ່ອຸທິຍານແຫ່ງຊາດຟອງຫຍາແກບາງ) ແມ່ນແຫຼ່ງມໍຣະດົກທຳມະຊາດແຫ່ງໜຶ່ງໃນພາກພື້ນອາຊີ ແລະ ໃນໂລກທີຍັງຮັກສາໄດ້ຄວາມສົມບູນຂອງລະບົບພູຫີນປູນເຂດຮ້ອນຊຸ່ມ ທີ່ມີຂະບວນວິວັດທະນາການສືບຕໍ່ກັນມາຕັ້ງແຕ່ຍຸກພາລີໂອໂຊອິກ ເມື່ອປະມານ 400 ລ້ານປີກ່ອນ.

 

ພູມສັນຖານທີ່ໂດດເດັ່ນມີເອກະລັກສະເພາະ ແລະ ຄວາມຫຼາກຫຼາຍຂອງພູມທັດສັນຖານພູຫີນປູນ ທີ່ເກີດຈາກການທັບຊ້ອນກັນຂອງຫີນປູນຫຼາຍປະເພດນັບຕັ້ງແຕ່ຫີນດານ, ຫີນຊາຍ ແລະ ຫີນແກຣນິດ.

 

 

ເຊິ່ງຄວາມຫຼາກຫຼາຍຂອງລັກສະນະພູມສັນຖານເທິງໜ້າດິນແບບນີ້ແມ່ນຍັງບໍ່ທັນໄດ້ຖືກຮັບຮູ້ຢູ່ແຫ່ງໃດມາກ່ອນ ກ່ອນທີ່ຈະສະເໜີເຂົ້າເປັນມໍຣະດົກໂລກ.

 

ສຳລັບລັກສະນະພູມສັນຖານໃຕ້ດິນ, ຄວາມຫຼາກຫຼາຍຂອງລັກສະນະພິເສດສະເພາະຂອງຖໍ້າ (ເຊັ່ນ ຖໍ້າແຫ້ງບໍ່ມີນໍ້າ, ຖໍ້າອ່າງນ້ຳແບບຂັ້ນໄດ, ຖໍ້າແບ່ງສາຂາ ແລະ ຖໍ້າເຊື່ອມຕໍ່ຫາກັນ) ທີ່ເປັນຕົວຢ່າງສຳຄັນສະແດງໃຫ້ເຫັນເຖິງຂະບວນການວິວັດທະນາການຂອງພູມສັນຖານໃຕ້ດິນ ເປັນຕົ້ນຖໍ້ານໍ້າລອດທີ່ຖືກຕັດແຍກ ຫຼື ການໄຫຼປ່ຽນທິດໃໝ່ຂອງນ້ຳໃນຖໍ້າ ແລະ ເສົາຫີນຍ້ອຍຂະໜາດໃຫຍ່.

 

ພິເສດ ແລະ ສຳຄັນທີ່ສຸດແມ່ນຖໍ້າເຊີນດົງ ໃນນອຸທິຍານແຫ່ງຊາດຟອງຫຍາແກບາງ ຂອງ ສສ. ຫວຽດນາມ ແລະ ຖໍ້ານ້ຳລອດເຊບັ້ງໄຟ ໃນອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ທີ່ໄດ້ຖືກຮັບຮູ້ວ່າເປັນຖໍ້າມີທາງຜ່ານທີ່ໃຫຍ່ທີ່ສຸດໃນໂລກ ຕາມການຈັດປະເພດຄວາມກວ້າງຂອງຖໍ້າ ແລະ ມີຄວາມຕໍ່ເນື່ອງ ທັງເປັນຖໍ້ານ້ຳລອດທີ່ໃຫຍ່ທີ່ສຸດທີ່ຍັງມີນ້ຳໄຫຼ ແລະ ເປັນຖໍ້າດ່ຽວທີ່ມີອ່າງນ້ຳທີ່ໃຫຍ່ທີ່ສຸດໃນໂລກ.

 

 

ມາດຖານທີ 9 ຄວາມຫຼາກຫຼາຍຂອງລະບົບນິເວດ : ແຫຼ່ງມໍຣະດົກຮ່ວມຊາຍແດນສະແດງອອກໃຫ້ເຫັນໄດ້ການປົກປັກຮັກສາລະບົບນິເວດທີ່ສຳຄັນໃນລະດັບໂລກ ໂດຍສະເພາະລະບົບນິເວດເທິງດິນປ່າຝົນ, ລະບົບນິເວດນ້ຳຈືດຕາມສາຍພູຫຼວງເໜືອໃຕ້ ແລະ ລະບົບນິເວດປ່າຝົຍສາຍພູຫຼວງ.

 

ຄວາມສະຫຼັບຊັບຊ້ອນ ແລະ ຄວາມສົມບູນ ຂອງເຂດພູມີທັດພູຫີນປູນທີີ່ບໍ່ຖືກລົບກວນ ໄດ້ກ່າຍເປັນເງື່ອນໄຂໜຶ່ງທີ່ສ້າງງໃຫ້ແຫຼ່ງມໍຣະດົກແຫ່ງນີ້ ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍຂອງລະບົບນິເວດ ທີ່ໄດ້ອຳນວຍຄວາມສະດວກໃຫ້ຂະບວນການວິວັດທະນາທາງດ້ານນິເວດວິທະຍາ ແລະ ການກກຳເນີດເກີດຂຶ້ນຂອງຮູບແບບພູມສັນຖານທີ່ຫຼາກຫຼາຍ.

 

ເຊິ່ງເປັນຜົນໃຫ້ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຫຍາແກບາງ ເປັນເຮືອນຮັງອັນອຸດົມສົມບູນຂອງພັນພືດພັນສັດທີ່ພິເສດ ແລະ ສະເພາະຖິ່ນ ທັງທາງພື້ນດິນ ແລະ ຕົ້ນໄມ້ (ເຊັ່ນ ບັນດາຊະນິດພັນຕົ້ນດອກເຜິ້ງ ແລະ ຕົ້ນສົົ້ມກຸ້ງ (ບີໂກເນຍ) ແລະ ໃຕ້ດິນ (ເຊັ່ນ ສັດປະເພດບໍ່ມີກະດູກສັນຫຼັງ ແລະ ພັນປາຊະນິດພິເສດ ທີ່ມີແຕ່ຢູ່ໃນລະບົບຖໍ້າໆແຫ່ງດຽວ).

 

ມາດຖານທີ 10 ແມ່ນມີຄວາມໂດດເດັ່ນທາງດ້ານພັນພືດພັນສັດ ສະເພາະຖິ່ນ ແລະ ໃກ້ສູນພັນຂອງໂລກ.

 

ແຫຼ່ງມໍຣະດົກຮ່ວມຊາຍແດນ ສະແດງອອກໄດ້ເຖິງຄວາມອຸດົມສົມບູນລະບົບນິເວດຊີວະນາໆພັນທັງເທິງດິນ, ນໍ້າ ແລະ ໃຕ້ດິນ, ສະແດງອອກຜ່ານຄວາມຫຼາກຫຼາຍທາງດ້ານຊະນິດພັນທີີ່ມີຄວາມຊັບຊ້ອນ ໃນແຫຼ່ງມໍຣະດົກໂລກຮ່ວມຊາຍແດນ, ມີພືດທໍ່ນໍ້າລ້ຽງຫຼາຍເຖິງ 2,700 ຊະນິດພັນ ແລະ ມີສັດທີີ່ມີກະດູກສັນຫຼັງຫຼາຍກວ່າ 800 ຊະນິດໄດ້ຖືກບັນທຶກໄດ້ ໃນອຸທິຍານແຫ່ງຊາດຟອງຫຍາແກບາງ ເຊິ່ງໃນນັ້ນມີ 237 ຊະນິດພັນທີ່ກຳລັງຖືກຄຸກຄາມໃນລະດັບໂລກ ແລະ ມີ 400 ຊະນິດພັນ ທີ່ເປັນຊະນິດພັນປະຈຳຖິ່ນຂອງ ສປປ ລາວ ແລະ ສສ. ຫວຽດນາມ.

 

ມີພືດທີີ່ມີທໍ່ລໍາລ້ຽງຫຼາຍເຖິງ 1,500 ຊະນິດພັນ (ຈາກ 755 ຕະກຸນທີ່ແຕກຕ່າງກັນ) ແລະ ມີສັດທີີ່ມີກະດູກສັນຫຼັງຫຼາຍກວ່າ 536ຖືກບັນທຶກໄດ້ໃນອຸທິຍານແຫ່ງຊາດຫີນໜາມໜໍ່, ເຊິ່ງລວມມີຫຼາຍຊະນິດພັນສະເພາະຖິ່ນ ແລະ ກຳລັງຖືກຄຸກຄາມໃນລະດັບໂລກ.ເປັນຕົ້ນແມງມຸມໃຫຍ່ຖໍ້າ ເປັນແມງມຸມທີ່ໃຫຍ່ທີ່ສຸດ ໂດຍວັດແທກຕາມຄວາມກວ້າງຂອງຂາແມງມຸມ ເຊິ່ງເປັນສັດສະເພາະຖິ່ນຂອງ ສປປ ລາວ.

 

ຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ສັດໃນແຫຼ່ງມໍຣະດົກໂລກແຫ່ງນີ້ ເມືອຮ່ວມກັນແລ້ວເບິ່ງຄືວ່າທັງສອງແຫຼ່ງມໍຣະດົກໂລກແມ່ນມີຄວາມອຸດົມສົມບູນຫຼາຍກວ່າການເປັນແຫຼ່ງມໍຣະດົກໂລກໃຜມັນ ແລະ ສຳຄັນທີ່ສຸດ ກໍ່ຄືແຫຼ່ງມໍຣະດົກແຫ່ງນີ້ ຖືກຮັບຮູ້ວ່າເປັນແຫຼ່ງທີ່ຢູ່ອາໄສຂອງລີງຂັ້ນສູງເຖິງ 10-11 ສາຍພັນ ເຊິ່ງໃນນັ້ນ 4 ຊະນິດ ເປັນຊະນິດພັນສະເພາະຖິ່ນຂອງແຫຼ່ງມໍຣະດົກຮ່ວມຊາຍແດນສາຍພູຫຼວງແຫ່ງນີ້.

 

ເຊິ່ງລວມມີກຸ່ມປະຊາກ່ອນທະນີແກ້ມຂາວຖິ່ນໃຕ້ຂະໜາດໃຫຍ່ ແລະ ໂຕຄຸ່ງ ທີ່ເປັນສັດສາຍພັນສະເພາະຖິ່ນຂອງແຫຼ່ງມໍຣະດົກ.

 

ທີ່ມາ: ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ