_cover - 2025-07-15T143552.528
ສານຫວຽດນາມສັ່ງຈຳຄຸກ ພະນັກງານລັດລະດັບສູງຂໍ້ຫາຮັບສິນບົນ ແລະ ມີພັກນັກງານຍິງບຳນານຮັບກະເປົາເງິນສົດອີກ 60 ກິໂລກຼາມ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 July, 2025
ໝວດ: ຂ່າວ

ສານຫວຽດນາມສັ່ງຈຳຄຸກພະນັກງານລັດລະດັບສູງແລະນັກທຸລະກິດ 30 ລາຍ ຮັບສິນບົນມູນຄ່າຄວາມເສຍຫາຍກວ່າ 1.1 ລ້ານລ້ານດົງ ໜຶ່ງໃນນັ້ນມີພັກນັກງານບຳນານຍິງຮັບກະເປົາເງິນສົດໜັກ 60 ກິໂລກຼາມ

 

ວັນທີ່ 12 ກໍລະກົດ 2025 ສານໃນຮ່າໂນຍ ຂອງຫວຽດນາມ ໄດ້ຕັດສິນຈຳຄຸກຜູ້ຕ້ອງຫາລວມ 30 ລາຍ ທັງອະດີດເຈົ້າໜ້າທີ່ລະດັບສູງ ແລະ ນັກທຸລະກິດ ຈາກຄະດີຄໍຣັບຊັນທີ່ສ້າງຄວາມເສຍຫາຍຕໍ່ລັດຫຼາຍກວ່າ 1.16 ລ້ານລ້ານດົງ

 

ນັກຂ່າວທ້ອງຖິ່ນຂອງຫວຽດນາມລາຍງານວ່າ ໜຶ່ງໃນຈຳເລຍຫຼັກຄື ທ່ານ ຫງຽນ ວັນ ເຮົາ ປະທານກຸ່ມບໍລິສັດຟຸກເຊີນ ທີ່ຕ້ອງໂທດຈຳຄຸກເປັນເວລາ 30 ປີ ຂໍ້ຫາຈ່າຍສິນບົນ ແລະ ລະເມີດກົດໝາຍຈັດຊື້ຈັດຈ້າງຂອງລັດ

 

ໂດຍລາວຖືກກ່າວຫາວ່າໃຊ້ເງິນກວ່າ 5 ລ້ານໂດລາ ຕິດສິນບົນເຈົ້າໜ້າທີ່ລັດຫຼາຍຄົນລະຫວ່າງປີ 2010-2024 ເພື່ອໃຫ້ໄດ້ສັນຍາກໍ່ສ້າງໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່ໃນ 3 ແຂວງ ໂດຍມັກຈະຂົນເງິນສົດໃສ່ກະເປົາເດີນທາງ ໄປມອບໃຫ້ເຈົ້າໜ້າທີ່ຕາມທີ່ເຮັດວຽກ ຫຼື ບ້ານພັກ

 

 

ນອກຈາກນີ້ຍັງມີ ນາງເຮືອງ ຖິ ທວຍ ລານ ອະດີດຫົວໜ້າພາກຄອມມິວນິດປະຈຳແຂວງວິນຟຸກ ຊຶ່ງຖືກຕັດສິນໂທດຈຳຄຸກ 14 ປີ ຈາກການຮັບສິນບົນລວມມູນຄ່າເກືອບ 2 ລ້ານໂດລາສະຫະລັດ ຫຼັງຮັບກະເປົາເງິນສົດໜັກເກືອບ 60 ກິໂລກຼາມ ຊຶ່ງລາວໄດ້ຍອມຮັບຜິດໃນຊັ້ນສານ

 

ທັງນີ້ ການພິຈາລະນາຄະດີຄັ້ງນີ້ເປັນສ່ວນໜຶ່ງຂອງການກວາດລ້າງຄໍຣັບຊັນຄັ້ງໃຫຍ່ໃນຫວຽດນາມ ຊຶ່ງກ່ອນໜ້ານີ້ສົ່ງຜົນໃຫ້ປະທານາທິບໍດີ 2 ຄົນ ແລະ ຮອງນາຍົກລັດຖະມົນຕີ 3 ຄົນຕ້ອງພົ້ນຈາກຕຳແໜ່ງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ