
ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ນ້ຳໜັກຂຶ້ນ ໄຂມັນພອກຕັບບໍ່ຮູ້ຕົວ
ຫຼາຍຄົນເຊື່ອວ່າການກິນໝາກໄມ້ຫຼາຍໆ ຈະຍິ່ງດີຕໍ່ສຸຂະພາບ ເພາະໝາກໄມ້ມີວິຕາມິນ ໄຟເບີ ແລະ ສານຕ້ານອະນຸມູນອິດສະລະ ແຕ່ແພດຜູ້ຊ່ຽວຊານດ້ານສຸຂະພາບຈາກໄຕ້ຫວັນ ດຣ.ຫລິວ ປ໋ອເຫິນ (Dr. Liu Bo-Ren) ອອກມາເຕືອນວ່າ ໝາກໄມ້ອາດກາຍເປັນ “ກັບດັກສຸຂະພາບ” ໄດ້ເຊັ່ນກັນ
ໝາກໄມ້ເປັນແຫຼ່ງຂອງຄາໂບໄຮເດຣດຊະນິດໜຶ່ງ ຊຶ່ງມີນ້ຳຕານຟຣຸກໂຕສເປັນສ່ວນປະກອບ ເມື່ອຮ່າງກາຍຮັບເຂົ້າໄປຫຼາຍເກີນໄປ ຕັບຈະປ່ຽນນ້ຳຕານຟຣຸກໂຕສເຫຼົ່ານີ້ໄປເປັນໄຂມັນ ເຮັດໃຫ້ເກີດພາວະໄຂມັນພອກຕັບ ພາວະດື້ຕໍ່ອິນຊູລິນ ຫຼືແມ້ກະທັ້ງນ້ຳໜັກຕົວເພີ່ມຂຶ້ນ
ຕົວຢ່າງກໍລະນີຈາກຊີວິດຈິງ ມີຍິງອາຍຸໃກ້ 60 ປີຄົນໜຶ່ງທີ່ກັບໄປກວດສຸຂະພາບ ແລະ ຍອມຮັບວ່າ ນ້ຳໜັກຕົວເພີ່ມຂຶ້ນຢ່າງເຫັນໄດ້ຊັດ ແຕ່ນາງບອກກັບໝໍວ່າ:
“ຂ້ອຍມັກກິນໝາກໄມ້ຫຼາຍ ມື້ໜຶ່ງກິນຕັ້ງ 5-6 ຊະນິດ ລວມແລ້ວປະມານ 5-6 ສ່ວນຕໍ່ມື້ ແບບນີ້ຖືວ່າຫຼາຍໄປບໍ?”
ນາງຄິດວ່າໝາກໄມ້ທຸກຊະນິດລ້ວນມີປະໂຫຍດ ແລະ ຖ້າບໍ່ກິນກໍ່ຄືກັບຂາດຫາຍແມ່ນຫຍັງໄປ
ດຣ.ຫລິວຊີ້ແຈງວ່າ ໝາກໄມ້ມີປະໂຫຍດເພາະອຸດົມດ້ວຍວິຕາມິນ C, A, E ແລະ ສານຕ້ານອະນຸມູນອິດສະລະ ແຕ່ບໍ່ຄວນເບິ່ງຂ້າມວ່າໝາກໄມ້ກໍ່ຄືແຫຼ່ງນ້ຳຕານເຊັ່ນກັນ ຖ້າກິນຫຼາຍເກີນໄປ ຈະສົ່ງຜົນເສຍຕໍ່ສຸຂະພາບ
ໂດຍສະເພາະຢ່າງຍິ່ງ ໝາກໄມ້ທີ່ມີນ້ຳຕານສູງແລະຄ່າ GI (ດັດຊະນີນ້ຳຕານ) ສູງ ເຊັ່ນ: ກ້ວຍ ອະງຸ່ນ ໝາກນັດ ໝາກມ່ວງ ຫາກກິນຄັ້ງລະຫຼາຍໆ ຫຼື ກິນຕອນທ້ອງວ່າງ ຫຼື ກິນເປັນຂອງຫວານຫຼັງອາຫານທັນທີ ຈະເຮັດໃຫ້ລະດັບນ້ຳຕານໃນເລືອດພຸ່ງຂຶ້ນຢ່າງວ່ອງໄວ ສ່ຽງຕໍ່ບັນຫາສຸຂະພາບໄລຍະຍາວ
ເພື່ອປ້ອງກັນກັບດັກສຸຂະພາບຈາກໝາກໄມ້ ດຣ.ຫລິວແນະນຳ 2 ຫຼັກການສຳຄັນ ທີ່ຄວນຈື່ໄວ້ສະເໝີ:
- ຄຸນນະພາບສຳຄັນກວ່າປະລິມານ ເລືອກຊະນິດໝາກໄມ້ທີ່ດີຕໍ່ສຸຂະພາບ ເຊັ່ນ: ບລູເບີຣີ, ກີວີ, ໝາກສີດາ ຊຶ່ງມີຄ່າ GI ຕ່ຳ ແທນການກິນຫຼາຍໆ ໂດຍບໍ່ເລືອກຊະນິດ
- ຮູ້ຈັກຄວບຄຸມແລະພິຈາລະນາຕົນເອງ ຖ້າການກິນໝາກໄມ້ເລີ່ມກາຍເປັນຄວາມເຄີຍຊິນຫຼືການເສບຕິດ ຕ້ອງຍ້ອນກັບມາທົບທວນວ່າເຮົາກຳລັງກິນເພື່ອສຸຂະພາບແທ້ຫຼືບໍ່
ທັງນີ້ ດຣ.ຫລິວແນະນຳໃຫ້ກິນໝາກໄມ້ມື້ລະປະມານ 2-3 ສ່ວນ ກໍ່ພຽງພໍແລ້ວ ໂດຍຫຼີກລ້ຽງການກິນໝາກໄມ້ປະລິມານຫຼາຍໃນເທື່ອດຽວ
ໝາກໄມ້ 1 ສ່ວນຄືແມ່ນຫຍັງ?
ໝາກໄມ້ 1 ສ່ວນ ໝາຍເຖິງ ປະລິມານໝາກໄມ້ທີ່ໃຫ້ພະລັງງານປະມານ 60 ກິໂລແຄລໍລີ ຫຼື ຄາໂບໄຮເດຣດປະມານ 15 ກຣາມ ຊຶ່ງພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນແຕ່ລະມື້ໂດຍບໍ່ສົ່ງຜົນຕໍ່ລະດັບນ້ຳຕານໃນເລືອດຫຼາຍເກີນໄປ
ປະລິມານ 1 ສ່ວນຂອງໝາກໄມ້ແຕ່ລະຊະນິດມີຄວາມແຕກຕ່າງກັນຕາມຂະໜາດແລະປະເພດ ຕົວຢ່າງດັ່ງນີ້:
ຕົວຢ່າງປະລິມານໝາກໄມ້ 1 ສ່ວນ
- ໝາກໄມ້ຂະໜາດນ້ອຍ (ເຊັ່ນ: ອະງຸ່ນ ລອງກອງ ລຳໄຍ ລິ້ນຈີ່) 6-8 ໜ່ວຍ
- ໝາກໄມ້ຂະໜາດກາງ (ເຊັ່ນ: ກ້ວຍ ໝາກກ້ຽງ ໝາກຈຽງ ໝາກຂຽບ ໝາກເຟືອງ ກະທັນ ລະມຸດ ໝາກແອັບເປິນ ໝາກສາລີ້) 1-2 ໜ່ວຍ
- ໝາກໄມ້ຂະໜາດໃຫຍ່ (ເຊັ່ນ: ໝາກແຕງໂມ ໝາກນັດ ໝາກຫຸ່ງ ແຄນຕາລູບ) 6-8 ຊິ້ນຄຳ
- ໝາກໄມ້ອື່ນໆ
-
- ໝາກເງາະະ 4 ໜ່ວຍ
- ລິ້ນຈີ່ 4 ໜ່ວຍ
- ໝາກມັງຄຸດ 4 ໜ່ວຍ
- ໝາກມັງກອນ ¼ ໜ່ວຍ
- ຖົ່ວລຽນ ¼ ເມັດກາງ
- ໝາກສີດາ ½ ໜ່ວຍ
- ໝາກມ່ວງ ½–¼ ໜ່ວຍ
- ໝາກມີ້ 2 ຍວງ
- ໝາກກ້ຽງໃຫຍ່ 2 ງີມ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














