_cover - 2025-07-16T104036.779
ວິທີງ່າຍໆ ໃນການຫຸງເຂົ້າ ໃຫ້ໄດ້ໂປຣຕີນເທົ່າກັບຊີ້ນງົວ 100 ກຣາມ ກິນດີ ຫຼຸດນ້ຳໜັກ ຕ້ານພະຍາດເບົາຫວານ-ມະເຮັງ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 July, 2025
ໝວດ: ແນະນຳ

ຫຸງເຂົ້າແບບນີ້ ໂປຣຕີນເທົ່າກັບກິນຊີ້ນງົວ 100 ກຣາມ ແຕ່ດີກວ່າຕອນບໍ່ເພີ່ມໄຂມັນອິ່ມຕົວ ເຮັດງ່າຍ ສຸຂະພາບດີ

 

ເຂົ້າແມ່ນອາຫານຫຼັກຂອງຄົນລາວ ແລະ ຫຼາຍປະເທດໃນເອເຊຍ ແຕ່ຮູ້ຫຼືບໍ່ວ່າ “ການໃສ່ຖົ່ວ” ລົງໄປຂະນະຫຸງເຂົ້າ ສາມາດເພີ່ມຄຸນຄ່າທາງໂພຊະນາການໄດ້ຢ່າງໜ້າປະຫລາດໃຈ! ຫຼ້າສຸດຜູ້ຊ່ຽວຊານດ້ານສຸຂະພາບ ແລະ ອາຍຸຍືນຈາກສະຫະລັດ ແນະນຳໃຫ້ທຸກບ້ານຫັນມາໃສ່ຖົ່ວໃນເຂົ້າຈ້າວ ເພື່ອຍົກລະດັບສານອາຫານທີ່ໄດ້ຮັບໃນແຕ່ລະມື້

 

Digital Marketing Agency in Laos - Emerging Digital Solutions

“Dan Buettner” ນັກວິໄຈຊື່ດັງດ້ານອາຍຸຍືນຈາກສະຫະລັດ ແລະ ຜູ້ສຶກສາ “Blue Zones” ຫຼື ພື້ນທີ່ທີ່ມີຄົນອາຍຸຍືນທີ່ສຸດໃນໂລກ ເປີດເຜີຍວ່າ ການຫຸງເຂົ້າພ້ອມກັບຖົ່ວຫຼາກຊະນິດ ເຊັ່ນ: ຖົ່ວແດງ ຖົ່ວດຳ ຖົ່ວຂຽວ ຊ່ວຍເພີ່ມປະລິມານໂປຣຕີນ ເສັ້ນໃຍ ແລະ ວິຕາມິນໃຫ້ກັບມື້ອາຫານຢ່າງເຫັນໄດ້ຊັດ

 

ໂດຍເຂົ້າຖົ່ວ 1 ຖ້ວຍສາມາດ ໃຫ້ໂປຣຕີນໃນລະດັບເທົ່າກັບການກິນຊີ້ນງົວ 100 ກຣາມ ແຕ່ບໍ່ມີໄຂມັນອິ່ມຕົວທີ່ເປັນອັນຕະລາຍຕໍ່ຫົວໃຈ ນອກຈາກນີ້ຍັງອຸດົມໄປດ້ວຍສານອາຫານສຳຄັນ ເຊັ່ນ: ໃຍອາຫານປະມານ 3 ກຣາມ, ໂຟເລດ (ວິຕາມິນ B9) 64% ຂອງປະລິມານທີ່ຄວນໄດ້ຮັບຕໍ່ວັນ, ວິຕາມິນ B1, ແມກນີຊຽມ, ແມງການີສ ແລະ ທາດເຫຼັກໃນປະລິມານສູງ

 

 

“ເຂົ້າຖົ່ວ” ວິທີເຮັດງ່າຍໆ 

 

  1. ລ້າງເຂົ້າຕາມປົກກະຕິ ໃສ່ຖົ່ວລ້າງສະອາດລົງໄປ (ເຊັ່ນ: ຖົ່ວແດງ ຖົ່ວດຳ ຫຼື ຖົ່ວຂຽວ)
  2. ເຕີມນ້ຳ ແລະ ຫຸງຕາມປົກກະຕິ ອາດໃສ່ເກືອຫນ້ອຍໜຶ່ງ ຫຼື ສະໝຸນໄພເພື່ອເພີ່ມລົດຊາດ
  3. ຈະໃຊ້ຫມໍ້ຫຸງເຂົ້າໄຟຟ້າ ຫຼື ຫມໍ້ຕົ້ມກໍ່ໄດ້

 

 4 ເຫດຜົນທີ່ຄວນໃສ່ຖົ່ວລົງໄປໃນເຂົ້າ

 

  • ຊ່ວຍຫຼຸດນ້ຳໜັກ – ເລັ່ງການເຜົາຜານ ໂປຣຕີນ ແລະ ກົດອະມິໂນຈຳເປັນໃນຖົ່ວຊ່ວຍກະຕຸ້ນການເຜົາຜານ ເພີ່ມຄວາມຮູ້ສຶກອິ່ມ ຫຼຸດຄວາມຢາກອາຫານ ແລະ ຊ່ວຍຮັກສາມວນກ້າມເນື້ອໃຫ້ແຂງແຮງ ງານວິໄຈພົບວ່າ ການກິນຖົ່ວມື້ລະ 250 ກຣາມຕໍ່ເນື່ອງ 6 ອາທິດ ຊ່ວຍຫຼຸດນ້ຳໜັກໄດ້ຫຼາຍກວ່າກຸ່ມທີ່ບໍ່ກິນຖົ່ວເຖິງ 0.34 ກິໂລກຣາມ

 

  • ຫຼຸດຄວາມສ່ຽງໂລກຫົວໃຈ ແລະ ເບົາຫວານ ເຂົ້າຖົ່ວໃຫ້ໃຍອາຫານລະລາຍນ້ຳທີ່ຊ່ວຍຫຼຸດລະດັບໂຄເລັສເຕີຣອນຊະນິດບໍ່ດີ (LDL) ໄດ້ ງານວິໄຈຊີ້ວ່າ ການກິນຖົ່ວ 4 ຄັ້ງຕໍ່ອາທິດ ຊ່ວຍຫຼຸດຄວາມສ່ຽງໂລກຫົວໃຈໄດ້ເຖິງ 22% ນອກຈາກນີ້ ໃຍອາຫານຍັງຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ ຫຼຸດຄວາມສ່ຽງເບົາຫວານຊະນິດທີ 2

 

  • ເສີມພູມຄຸ້ມກັນ ລຳໄສ້ແຂງແຮງ ຫຼຸດຄວາມສ່ຽງມະເຮັງລຳໄສ້ ເຂົ້າຖົ່ວມີທັງໃຍອາຫານ ແລະ ແປ້ງຕ້ານການຍ່ອຍ (resistant starch) ທີ່ດີຕໍ່ລະບົບຍ່ອຍ ແລະ ແບັກທີເຣຍດີໃນລຳໄສ້ ເມື່ອຈຸລິນທຣີດີໃນລຳໄສ້ຍ່ອຍໃຍອາຫານເຫຼົ່ານີ້ ຈະຜະລິດກົດໄຂມັນສາຍສັ້ນຢ່າງ butyrate ຊຶ່ງມີຄຸນສົມບັດຕ້ານການອັກເສບ ແລະ ຊ່ວຍຫຼຸດຄວາມສ່ຽງມະເຮັງລຳໄສ້ໃຫຍ່

 

  • ກິນເຂົ້າຖົ່ວເປັນປົກກະຕິ ຊ່ວຍຍືດອາຍຸ ຖົ່ວເປັນອາຫານຫຼັກຂອງຜູ້ຄົນໃນ “Blue Zones” ເຊັ່ນ: ໂຄສຕາຣິກາ ທີ່ນິຍົມກິນ “Casado” (ເຂົ້າ + ຖົ່ວດຳ + ສະລັດ + ເນື້ອສັດໜ້ອຍໜຶ່ງ) ແລະ ໂອກິນາວາ ປະເທດຍີ່ປຸ່ນ ທີ່ກິນເຂົ້າກັບຖົ່ວແດງເປັນປົກກະຕິ ຕາມງານວິໄຈລະບຸວ່າ ການເພີ່ມຖົ່ວພຽງມື້ລະ 20 ກຣາມໃນມື້ອາຫານ ມີສ່ວນຊ່ວຍໃຫ້ມີອາຍຸຍືນຍາວຂຶ້ນເຖິງ 8 ປີ

 

“ເຂົ້າຖົ່ວ” ເປັນທາງເລືອກເພື່ອສຸຂະພາບທີ່ງ່າຍ ລາຄາປະຫຍັດ ແຕ່ຄຸນຄ່າສູງ ເໝາະກັບທຸກຄົນໃນຄອບຄົວ ໂດຍສະເພາະຜູ້ທີ່ຕ້ອງການຫຼຸດນ້ຳໜັກ ຄວບຄຸມລະດັບນ້ຳຕານ ຫຼື ປ້ອງກັນໂລກຫົວໃຈ ແລະ ມະເຮັງລຳໄສ້

 

ດັ່ງນັ້ນ ລອງຫັນມາເລີ່ມກິນຖົ່ວມື້ລະໜ້ອຍ ຫ່າງໄກໂລກຮ້າຍອີກດົນ ເຄັດລັບສຸຂະພາບດີທີ່ທຸກບ້ານເຮັດໄດ້ງ່າຍໆ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ