_cover - 2025-07-16T112511.162
"ສະຫະພາບຢູໂຣບ" ເກັບພາສີແກ້ແຄ້ນສະຫະລັດ ຄາດວ່າຈະກະທົບ 72,000 ລ້ານຢູໂຣ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 July, 2025
ໝວດ: ຂ່າວ

ສຳນັກຂ່າວຣອຍເຕີລາຍງານວ່າ ສິນຄ້າອາກາດຍານ ເຄື່ອງຈັກ ລົດຍົນ ເຄມີ ແລະ ອຸປະກອນທາງການແພດ ເປັນສິນຄ້າລາຍການໃຫຍ່ທີ່ຄະນະກຳມາທິການຢູໂຣບ (European Commission) ສະເໜີໃຫ້ບັນຈຸໃນບັນຊີສິນຄ້ານຳເຂົ້າຈາກສະຫະລັດທີ່ອາດຖືກເກັບພາສີຕອບໂຕ້ ຫາກການເຈລະຈາການຄ້າກັບວໍຊິງຕັນບໍ່ສາມາດບັນລຸຂໍ້ຕົກລົງໄດ້

 

ທັງນີ້ ແຜນພາສີດັ່ງກ່າວເປັນແພັກເກຈບັບທີ່ສອງທີ່ຄະນະກຳມາທິການຢູໂຣບ ຊຶ່ງດູແລນະໂຍບາຍການຄ້າຂອງສະຫະພາບຢູໂຣບ (EU) ສະເໜີຂຶ້ນ ເພື່ອຕອບໂຕ້ພາສີນຳເຂົ້າທີ່ສະຫະລັດເອີ້ນເກັບພາສີກັບລົດຍົນ ແລະ ຊິ້ນສ່ວນຍານຍົນ ໂດຍປັດຈຸບັນກຳໜົດພາສີຖານໄວ້ທີ່ 10%

 

ແນວໃດກໍ່ຕາມ ໂດນັລດ໌ ທຣຳ ປະທານາທິບໍດີສະຫະລັດ ຂູ່ວ່າຈະປັບເພີ່ມພາສີຖານສຳລັບສິນຄ້ານຳເຂົ້າຈາກ EU ເປັນ 30% ຕັ້ງແຕ່ວັນທີ 1 ສິງຫາ ຊຶ່ງເຈົ້າໜ້າທີ່ຂອງຢູໂຣບເບິ່ງວ່າເປັນລະດັບທີ່ຍອມຮັບບໍ່ໄດ້ ແລະ ຈະສົ່ງຜົນໃຫ້ການຄ້າລະຫວ່າງສອງຕະຫຼາດໃຫຍ່ຂອງໂລກລົ່ມສະຫຼາຍ

 

ລາຍການພາສີໃໝ່ທີ່ສະເນີ ຊຶ່ງຮ່າງສົ່ງໃຫ້ປະເທດສະມາຊິກ EU ແລະ ສຳນັກຂ່າວ Reuters ເຫັນເມື່ອວັນອັງຄານ ຄວບຄຸມສິນຄ້ານຳເຂົ້າຈາກສະຫະລັດ ມູນຄ່າ 72,000 ລ້ານຢູໂຣ ຫຼື ປະມານ 84,100 ລ້ານໂດລາສະຫະລັດ ໂດຍລວມເຖິງອຸປະກອນໄຟຟ້າ ອຸປະກອນຄວາມແມ່ນຍຳ ຕະຫຼອດຈົນສິນຄ້າກະສິກຳ ແລະ ອາຫານ ເຊັ່ນ: ຜັກໝາກໄມ້ ໄວນ໌ ເບຍ ແລະ ສຸລາ ລວມມູນຄ່າ 6.35 ພັນລ້ານຢູໂຣ

 

ກ່ອນໜ້ານີ້ແພັກເກຈທຳອິດທີ່ມີສິນຄ້າສະຫະລັດ ມູນຄ່າ 21,000 ລ້ານຢູໂຣໄດ້ຮັບການອະນຸມັດເມື່ອເດືອນເມສາ ແຕ່ຖືກລະງັບທັນທີເພື່ອເປີດທາງໃຫ້ການເຈລະຈາດຳເນີນຕໍ່ ແລະ ການລະງັບນີ້ຂະຫຍາຍເວລາເຖິງວັນທີ 6 ສິງຫາ

 

ນອກຈາກນີ້ເຈົ້າໜ້າທີ່ EU ຢືນຢັນເມື່ອວັນຈັນວ່າ ພວກເຂົາຍັງພະຍາຍາມຫາຂໍ້ຕົກລົງເພື່ອຫຼີກລ່ຽງການເກັບພາສີຂັ້ນຮຸນແຮງຈາກທຣຳ ແຕ່ ມາໂຣຊ ເຊັຟໂຊວິຊ (Maros Sefcovic) ກຳມາທິການການຄ້າຂອງ EU ກ່າວວ່າ ປະເທດສະມາຊິກເຫັນວ່າ ຫາກການເຈລະຈາລົ້ມເຫຼວ EU ຈຳເປັນຕ້ອງດຳເນີນມາດຕະການຕອບໂຕ້

 

ແນວໃດກໍ່ຕາມ ຂໍ້ສະເໜີແພັກເກຈທີ່ສອງຖືກສະເໜີຄັ້ງທຳອິດເມື່ອເດືອນພຶດສະພາ ເພື່ອເປີດຮັບຟັງຄວາມຄິດເຫັນຈາກສາທາລະນະ

 

ໂດຍຂະນະນັ້ນຄວບຄຸມສິນຄ້າສະຫະລັດ ມູນຄ່າ 95,000 ລ້ານຢູໂຣ ແລະ ຈະມີການປັບຫຼຸດລາຍການລົງ ແຕ່ສິນຄ້າແກນຫຼັກຍັງຄົງຢູ່ ໂດຍຂະນະນີ້ຍັງບໍ່ມີກຳໜົດມື້ຊັດເຈນ ສຳລັບການໃຫ້ຄວາມເຫັນຈາກປະເທດສະມາຊິກ EU

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ