_cover - 2025-07-16T132209.677
ແຄັບຊູລນ້ອຍໃຊ້ກວດສຸຂະພາບຈາກພາຍໃນ ວັດແທກຮໍໂມນ ແລະ pH ໃນລຳໄສ້ໄດ້ທັນທີ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 July, 2025
ໝວດ: ຂ່າວ

ວົງການແພດຍ້ຽມກ້າວເຂົ້າສູ່ຍຸກໃໝ່ຂອງການດູແລສຸຂະພາບທາງເດີນອາຫານ ດ້ວຍນະວັດກຳຫຼ້າສຸດ

 

ຈາກສະຖາບັນເທັກໂນໂລຊີແຄລິຟໍເນຍ (Caltech) ກັບນະວັດກຳທີ່ມີຊື່ວ່າ ພິລເທຣັກ (PillTrek) ແຄັບຊູລອັດສະລິຍະໄຮ້ສາຍຂະໜາດນ້ອຍທີ່ສາມາດເຮັດໜ້າທີ່ຄືຫ້ອງປະຕິບັດການເຄື່ອນທີ່ພາຍໃນຮ່າງກາຍ ເພື່ອກວດຕິດຕາມສຸຂະພາບລຳໄສ້ໄດ້ຢ່າງລະອຽດ ແລະ ຕໍ່ເນື່ອງຈາກພາຍໃນ

 

 

ແຄັບຊູລຈິວ PillTrek

 

 

 

ແຄັບຊູລອັດສະລິຍະ ພິລເທຣັກ (PillTrek) ມີຂະໜາດເສັ້ນຜ່າສູນກາງພຽງ 7 ມິນລິແມັດ ແລະ ຍາວ 25 ມິນລິແມັດ ຫຼື ເທົ່າກັບເມັດຢາຂະໜາດນ້ອຍ ໄດ້ຮັບການອອກແບບມາໃຫ້ປະຕິວັດວິທີການກວດວິເຄາະ ພາວະສຸຂະພາບທາງເດີນອາຫານ ໂດຍພາຍໃນປະກອບດ້ວຍຊິ້ນສ່ວນທາງວິສະວະກຳຊີວະການແພດທີ່ຊັບຊ້ອນ

 

ເລີ່ມຈາກ ຝາຄອບປ້ອງກັນ (Protective cap) ແລະ ຊັ້ນຊະນວນ (Insulation layer) ທີ່ຊ່ວຍປົກປ້ອງວົງຈອນຈາກສະພາບແວດລ້ອມພາຍໃນລຳໄສ້

 

ຖັດມາເປັນ ກາວນຳໄຟຟ້າ (Conductive adhesive) ຊຶ່ງຢຶດເຊັນເຊີເຂົ້າກັບແຜງວົງຈອນ ແລະ ໄບໂອເຊັນເຊີ (Biosensors) ທີ່ໃຊ້ກວດວັດຄ່າທາງຊີວະພາບຕ່າງໆ ເຊັ່ນ: ກູໂຄສ, pH, ອຸນຫະພູມ ຫຼື ຮໍໂມນຢ່າງເຊໂຣໂທນິນ ແລະ ໂດປາມີນ

 

ຂໍ້ມູນຈາກເຊັນເຊີຈະຖືກສົ່ງຕໍ່ຜ່ານ ແຜງວົງຈອນອະແດັບເຕີ (Adapter PCB) ໄປຍັງລະບົບປະມວນຜົນຊຶ່ງປະກອບດ້ວຍ

 

ວົງຈອນຂະຫຍາຍສັນຍານອິເລັກໂຕເຄມີ (Electrochemical AFE) ແລະ ຕົວຄວບຄຸມແຮງດັນໄຟຟ້າ (Voltage regulator) ທີ່ເຮັດໜ້າທີ່ແປງ ແລະ ຄວບຄຸມສັນຍານໃຫ້ເໝາະສົມ

 

ກ່ອນສົ່ງອອກນອກແຄັບຊູລຜ່ານ ໂມດູນຄື່ນວິທະຍຸ (RF module) ໂດຍໃຊ້ພະລັງງານຈາກ ແບັດເຕີຣີຂະໜາດນ້ອຍ (Battery) ທີ່ຄວບຄຸມການເປີດ ແລະ ປິດດ້ວຍ ສະວິດແມ່ເຫຼັກ (Magnetic switch)

 

ໂດຍແຄັບຊູລນີ້ມີເປົ້າໝາຍເພື່ອຫຼຸດຄວາມຈຳເປັນໃນການໃຊ້ວິທີການທີ່ມີຄ່າໃຊ້ຈ່າຍສູງ ເຊັ່ນ: ການສ່ອງກ້ອງ (Endoscopy) ຫຼື ການເອັກຊເຣຍຄອມພິວເຕີ (CT scan) ຊຶ່ງເຮັດໄດ້ພຽງແຕ່ໃນໂຮງໝໍ ແລະ ບໍ່ສາມາດໃຫ້ຂໍ້ມູນແບບຣຽວໄທມ໌

 

 

ຈຸດເດັ່ນທີ່ໜ້າຈັບຕາຂອງ ພິລເທຣັກ (PillTrek) ຄື ການລວມເອົາເຊັນເຊີທີ່ມີຄວາມລະອຽດອ່ອນ ແລະ ອຸປະກອນອິເລັກໂຕນິກຂະໜາດນ້ອຍທີ່ປະຫຍັດພະລັງງານເຂົ້າໄວ້ນຳກັນ ເຮັດໃຫ້ແຄັບຊູລນີ້ສາມາດກວດຈັບເຄື່ອງໝາຍຊີວະພາບທີ່ສຳຄັນໄດ້ຢ່າງຫຼາກຫຼາຍ

 

ບໍ່ວ່າຈະເປັນລະດັບການດູດຊຶມນ້ຳ ແລະ ສານອາຫານ ແລະ ການເຄື່ອນໄຫວຂອງກ້າມເນື້ອລຳໄສ້ ຫຼື ຄ່າອິເລັກໂທຼາຍ ລະບົບຍ່ອຍອາຫານ ຫຼື ຄ່າລະບົບເມຕາບໍໄລ ລະບົບຮໍໂມນສຳຄັນຢ່າງເຊໂຣໂທນິນ ແລະ ໂດປາມີນ ລະດັບກູໂຄສ ຄ່າ pH, ຄວາມເຂັ້ມຂົ້ນຂອງໄອອອນ ແລະ ອຸນຫະພູມພາຍໃນລຳໄສ້

 

ຂໍ້ມູນເຫຼົ່ານີ້ມີຄວາມສຳຄັນໃນການຊ່ວຍລະບຸ ແລະ ຕິດຕາມສະພາວະຕ່າງໆ ເຊັ່ນ: ພາວະເມຕາບໍລິກຊິນໂດຣມ ຫຼື ກຸ່ມອາການຜິດປົກກະຕິທາງເມຕາບໍລິຊຶມທີ່ເກີດຮ່ວມກັນໃນຮ່າງກາຍ ຊຶ່ງເປັນປັດໄຈສ່ຽງຕໍ່ໂຣກຫົວໃຈ ແລະ ເບົາຫວານ ລວມເຖິງພາວະການອັກເສບທີ່ເກີດຂຶ້ນໃນລະບົບທາງເດີນອາຫານ

 

ທັງນີ້ ພິລເທຣັກ (PillTrek) ສາມາດປັບປ່ຽນຊະນິດຂອງເຊັນເຊີພາຍໃນແຄັບຊູລໄດ້ຕາມຄວາມຕ້ອງການໃນການກວດວັດສະເພາະບຸກຄົນ ຫຼື ຕາມຊະນິດຂອງພາວະທີ່ແພດຕ້ອງການຕິດຕາມໃນຜູ້ປ່ວຍແຕ່ລະລາຍ

 

ຜົນການທົດສອບ ແລະ ຄວາມສາມາດໃນການໃຊ້ງານຈິງ

 

ພິລເທຣັກ (PillTrek) ມີການທົດສອບເບື້ອງຕົ້ນກັບກະຕ່າຍແລ້ວ ຊຶ່ງສະແດງໃຫ້ເຫັນເຖິງສັກກະຍະພາບຂອງ ພິລເທຣັກ (PillTrek) ໃນການວັດຄ່າ pH, ອຸນຫະພູມ, ລະດັບກູໂຄສ ແລະ ເຊໂຣໂທນິນໄດ້ຢ່າງແມ່ນຍຳ

 

ນອກຈາກນີ້ ຈຸດເດັ່ນຂອງນະວັດກຳນີ້ຄື ຄວາມສາມາດໃນການເຮັດວຽກແບບໄຮ້ສາຍ ແລະ ຕໍ່ເນື່ອງເປັນເວລານານພາຍໃນລະບົບທາງເດີນອາຫານ ເຮັດໃຫ້ສາມາດສົ່ງຂໍ້ມູນການວັດໄປຍັງພາຍນອກໄດ້ແບບຣຽວໄທມ໌ ຊຶ່ງເປັນຂໍ້ມູນທີ່ມີຄ່າຢ່າງຍິ່ງສຳລັບການວິເຄາະ ແລະ ຕິດຕາມອາການ

 

ໂດຍ ອາຊິຕາ ອີມາມີ (Azita Emami) ຜູ້ຮ່ວມຂຽນບົດຄວາມທີ່ເຜີຍແຜ່ໃນວາລະສານ Nature Electronics ໄດ້ໃຫ້ຄວາມເຫັນວ່າ

 

“ແຄັບຊູລທີ່ສາມາດກືນໄດ້ມີສັກກະຍະພາບທີ່ສຳຄັນໃນການວິດຄາະ ກວດກາ ແລະ ຈັດການພາວະເຮື້ອລັງ ແຕ່ກ່ອນໜ້ານີ້ອຸປະກອນຕ່າງໆ ມີຂໍ້ຈຳກັດຢ່າງຫຼາຍໃນແງ່ຂອງຄວາມສາມາດໃນການກວດຈັບ ອາຍຸການໃຊ້ງານ ແລະ ຂະໜາດ ງານນີ້ເປັນກ້າວສຳຄັນທີ່ນຳໄປສູ່ການພັດທະນາອຸປະກອນທີ່ສາມາດໃຫ້ຂໍ້ມູນທາງການແພດທີ່ມີຄວາມໝາຍແກ່ຄົນເຈັບ ແລະ ແພດໄດ້”

 

ນັບເປັນຄວາມກ້າວໜ້າຄັ້ງສຳຄັນທີ່ຕໍ່ຍອດຈາກງານວິໄຈກ່ອນໜ້າຂອງ ສະຖາບັນເທັກໂນໂລຊີແຄລິຟໍເນຍ (Caltech) ເມື່ອສອງປີທີ່ແລ້ວ

 

ຊຶ່ງໄດ້ພັດທະນາລະບົບຕິດຕາມອຸປະກອນທີ່ສາມາດກືນໄດ້ໃນແບບ 3 ມິຕິຂະນະເດີນທາງຜ່ານລຳໄສ້ ທີມວິໄຈຍັງຄົງມຸ່ງໝັ້ນທີ່ຈະພັດທະນາ PillTrek ໃຫ້ມີຂະໜາດນ້ອຍລົງໄປອີກ ພ້ອມທັງຫຼຸດການໃຊ້ພະລັງງານ ເພື່ອຍືດໄລຍະເວລາການເຮັດວຽກພາຍໃນຮ່າງກາຍໃຫ້ຍາວນານຍິ່ງຂຶ້ນ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
_cover - 2025-08-14T115939.913
ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025
ຢ່າລື່ມກົດຕິດຕາມ