_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 July, 2025
ໝວດ: ຂ່າວ

ຈີນເປີດໂຕລົດໄຟຄວາມໄວສູງແລ່ນດ້ວຍ ເທັກໂນໂລຊີແມັກເລັບ (Maglev)

 

ຊຶ່ງເປັນລົດໄຟທີ່ພັດທະນາຂຶ້ນເອງໃນປະເທດ ໂດຍອອກແບບໃຫ້ສາມາດ ແລ່ນໄດ້ດ້ວຍຄວາມໄວສູງເຖິງ 600 ກິໂລແມັດຕໍ່ຊົ່ວໂມງ ນັບເປັນການກ້າວກະໂດດຄັ້ງສຳຄັນຂອງເທັກໂນໂລຊີລົດໄຟຄວາມໄວສູງຂອງຈີນ ແລະ ອາດຈະມຸ່ງໜ້າໄປສູ່ຕຳແໜ່ງລົດໄຟທີ່ໄວທີ່ສຸດໃນໂລກ

 

ລົດໄຟຄວາມໄວສູງ Maglev ແມ່ນຫຍັງ

 

ລົດໄຟແມັກເລັບ (maglev train) ເປັນເທັກໂນໂລຊີລົດໄຟທີ່ໃຊ້ຫຼັກການໜຽວນຳຂອງແມ່ເຫຼັກໄຟຟ້າແຮງສູງ ຍົກພາຫະນະໃຫ້ລອຍຂຶ້ນຈາກພື້ນໜ້ອຍໜຶ່ງ ພ້ອມສ້າງແຮງຂັບເຄື່ອນຄວາມໄວສູງໃຫ້ແກ່ຍານພາຫະນະ

 

ຂໍ້ດີຂອງລົດໄຟຄວາມໄວສູງ Maglev

 

ຂໍ້ດີຂອງລົດໄຟທີ່ໃຊ້ເທັກໂນໂລຊີແມັກເລັບ ນອກຈາກເລື່ອງຂອງຄວາມໄວແລ້ວ ຍັງມີຈຸດເດັ່ນເລື່ອງການຫຼຸດສຽງລົບກວນ ເນື່ອງຈາກບໍ່ມີສ່ວນທີ່ສຳຜັດກັບພື້ນ ເຮັດໃຫ້ບໍ່ເກີດສຽງດັງ ຫຼື ແຮງສຽດສີ ໃນຂະນະຂັບເຄື່ອນ ເດີນທາງໄດ້ຢ່າງມິດງຽບ ເມື່ອສົມທຽບກັບລົດໄຟເທິງລາງທົ່ວໄປ ທີ່ມັກເຮັດໃຫ້ເກີດມົນລະພາວະທາງສຽງຂະນະເດີນທາງ

 

ຜູ້ພັດທະນາລົດໄຟຄວາມໄວສູງ Maglev ໃນຈີນ

 

ລົດໄຟພັດທະນາໂດຍ ບໍລິສັດ China Railway Rolling Stock Corporation (CRRC) ລົດໄຟມີຮູບຮ່າງບາງ ແລະ ລູ່ລົມ ພ້ອມສ່ວນຫົວແຫຼມເພື່ອຫຼຸດແຮງຕ້ານຈາກອາກາດຂະນະເຄື່ອນທີ່

 

ໂດຍເມື່ອລົດໄຟແລ່ນດ້ວຍຄວາມໄວຕ່ຳ ຈະໃຊ້ການເຄື່ອນທີ່ຜ່ານລໍ້ຢາງ ເມື່ອໄຕ່ລະດັບໄປເຖິງຄວາມໄວ 150 ກິໂລແມັດຕໍ່ຊົ່ວໂມງ ລໍ້ຢາງຈະຫົດກັບ ແລະ ລົດໄຟຈະລອຍໂຕເໜືອລາງດ້ວຍແຮງແມ່ເຫຼັກໄຟຟ້າ

 

ການທົດສອບລົດໄຟຄວາມໄວສູງ Maglev ໃນຈີນ

 

ທັງນີ້ທາງຈີນລະບຸວ່າ ການທົດສອບຫຼ້າສຸດທີ່ສາທິດທີ່ຫ້ອງປະຕິບັດການຕົງຫູ ໃນແຂວງຫູເປ່ຍ ພົບວ່າລົດໄຟແມັກເລັບນ້ຳໜັກ 1,100 ກິໂລກຣາມ ສາມາດ ເລັ່ງຄວາມໄວໄດ້ເຖິງ 404 ໄມລ໌ຕໍ່ຊົ່ວໂມງ ຫຼື ຫ້ວງ 650 ກິໂລແມັດຕໍ່ຊົ່ວໂມງ ພາຍໃນເວລາບໍ່ເຖິງ 7 ວິນາທີ ແຕ່ການໃຊ້ງານຈິງ ຄວາມໄວທີ່ອອກແບບໄວ້ຈະຢູ່ທີ່ 600 ກິໂລແມັດຕໍ່ຊົ່ວໂມງ

 

ເທັກໂນໂລຊີດັ່ງກ່າວອາດກາຍເປັນສ່ວນໜຶ່ງຂອງເຄືອຂ່າຍລົດໄຟຂອງຈີນໄວໆ ນີ້ ໂດຍມີລາຍງານວ່າທາງການຈີນມີແຜນທີ່ຈະຕິດຕັ້ງເຄືອຂ່າຍລົດໄຟແມັກເລັບຄວາມໄວສູງພິເສດເພື່ອເຊື່ອມຕໍ່ເມືອງໃຫຍ່ທົ່ວປະເທດ ເຊັ່ນ: ປັກກິ່ງ ແລະ ຊຽງໄຮ້

 

ຊຶ່ງຈະຊ່ວຍຫຼຸດເວລາການເດີນທາງລະຫວ່າງເມືອງເຫຼືອພຽງ 90 ນາທີ ຫຼື ຕ່ຳກວ່ານັ້ນ ໂດຍວິສະວະກອນທີ່ຫ້ອງປະຕິບັດການໃນຕົງຫູ ຄາດວ່າຈະສ້າງລາງຄວາມໄວສູງສຳເລັດສົມບູນໄດ້ ພາຍໃນທ້າຍປີ 2025 ນີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ