ຫຼັງຈາກທີ່ນາງໄດ້ສະແດງຄວາມຄິດເຫັນໃນການປະຊຸມສະພາທີ່ປະຕິເສດວ່າປະເທດຄິວບາບໍ່ມີຂໍທານ
ລັດຖະມົນຕີກະຊວງແຮງງານຄິວບາເຄີຍກ່າວວ່າບໍ່ມີສິ່ງທີ່ເອີ້ນກວ່າ “ຂໍທານ” ໃນຄິວບາ ແລະ ໂດຍພື້ນຖານແລ້ວ ຜູ້ຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ “ເງິນງ່າຍໆ”
ຄວາມຄິດເຫັນຂອງນາງຖືກວິພາກວິຈານຢ່າງກວ້າງຂວາງຈາກຄົນຄິວບາທັງໃນ ແລະ ຕ່າງປະເທດ ແລະ ກະຕຸ້ນໃຫ້ປະທານາທິບໍດີມິເກນ ດິອາຊ-ກາເນນຂອງຄິວບາອອກມາຕອບໂຕ້ ນາງຈຶ່ງລາອອກໃນເວລາບໍ່ດົນຫຼັງຈາກນັ້ນ
ລະດັບຄວາມຍາກຈົນ ແລະ ການຂາດແຄນອາຫານໃນຄິວບາທະວີຄວາມຮຸນແຮງຂຶ້ນ ຂະນະທີ່ປະເທດຍັງຄົງພົບກັບວິກິດເສດຖະກິດທີ່ຮຸນແຮງ
ເຟໂຕ-ກາເບຣາ ໄດ້ສະແດງຄວາມຄິດເຫັນດັ່ງກ່າວເມື່ອຕົ້ນອາທິດທີ່ຜ່ານມາໃນການປະຊຸມສະພານິຕິບັນຍັດແຫ່ງຊາດ ຊຶ່ງນາງໄດ້ກ່າວເຖິງຜູ້ຄົນທີ່ຂໍທານ ແລະ ຄົ້ນຂີ້ເຫຍື້ອໃນຖັງຂີ້ເຫຍື້ອໃນຄິວບາ
ນາງເບິ່ງຄືຈະປະຕິເສດການມີຢູ່ຂອງພວກເຂົາ ໂດຍກ່າວວ່າ “ບໍ່ມີຂໍທານໃນຄິວບາ ມີຄົນຕັ້ງເຮັດເປັນຂໍທານເພື່ອຫາເງິນງ່າຍໆ” ຍິ່ງໄປກວ່ານັ້ນ ນາງຍັງກ່າວຫາວ່າຄົນທີ່ຄົ້ນຖັງຂີ້ເຫຍື້ອເປັນ “ຜູ້ມີສ່ວນຮ່ວມໃນບໍລິການລີໄຊເຄີນຢ່າງຜິດກົດໝາຍ”
ແນວໃດກໍ່ຕາມ ເບິ່ງຄືວ່ານາງໄດ້ປະເມີນຄວາມບໍ່ພໍໃຈຂອງປະຊາຊົນຜິດພາດຢ່າງຊັດເຈນ ລວມເຖິງລະດັບທີ່ຄວາມຄິດເຫັນເຫຼົ່ານັ້ນສະແດງໃຫ້ເຫັນວ່າຜູ້ນຳປະເທດໄຮ້ຄວາມຮູ້ສຶກ ຈົມຢູ່ກັບອຳນາດນິຍົມ ແລະ ຕັດຂາດຈາກການຕໍ່ສູ້ທາງເສດຖະກິດອັນຮ້າຍແຮງຂອງຊາວຄິວບາທົ່ວໄປ
ນັກເຄື່ອນໄຫວ ແລະ ປັນຍາຊົນຊາວຄິວບາຈຳນວນໜຶ່ງໄດ້ຕີພິມຈົດໝາຍຮຽກຮ້ອງໃຫ້ນາງອອກຈາກຕຳແໜ່ງ ໂດຍລະບຸວ່າຄວາມຄິດເຫັນເຫຼົ່ານັ້ນເປັນ “ການດູໝິ່ນປະຊາຊົນຄິວບາ”
ຈາກນັ້ນປະທານາທິບໍດີຄິວບາໄດ້ວິພາກວິຈານເຟໂຕ-ກາເບຣາໃນການປະຊຸມລັດຖະສະພາ ເຖິຈະບໍ່ໄດ້ເອີ້ຍຊື່ນາງໂດຍກົງກໍ່ຕາມ ໂດຍກ່າວວ່າຜູ້ນຳບໍ່ສາມາດ “ກະທຳການດ້ວຍຄວາມດູຖືກຫຍຽດຫຍາມ” ຫຼື “ຕັດຂາດຈາກຄວາມເປັນຈິງ” ຂອງປະຊາຊົນໄດ້
ເປໂດຣ ມອນເຣອານ ນັກເສດຖະສາດຄົນຄິວບາ ໂພສຂໍ້ຄວາມຜ່ານX ວ່າ “ມີຜູ້ຄົນປອມຕົວເປັນລັດຖະມົນຕີ” ໃນຄິວບາ ແລະ ພັກຄອມມຸນິສຄິວບາ ແລະ ລັດຖະບານຍອມຮັບການລາອອກຂອງເຟໂຕ-ກາເບຣາ
ເຖິງວ່າລັດຖະບານຄິວບາຈະບໍ່ໄດ້ເຜີຍແຜ່ຕົວເລກຢ່າງເປັນທາງການກ່ຽວກັບຈຳນວນຂໍທານ ແຕ່ຈຳນວນຂໍທານທີ່ເພີ່ມຂຶ້ນເປັນສິ່ງທີ່ຄົນຄິວບາສ່ວນໃຫຍ່ພົບເຫັນໄດ້ທົ່ວໄປ ທ່າມກາງວິກິດເສດຖະກິດຄັ້ງໃຫຍ່ຂອງປະເທດແຫ່ງນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |