_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 July, 2025
ໝວດ: ຂ່າວ

ເກົາຫຼີໃຕ້ ແຈກເງິນແສນ” ກະຕຸ້ນເສດຖະກິດ

 

ຫຼ້າສຸດເກົາຫຼີໃຕ້ມີການແຈກເງິນແສນ ສື່ເກົາຫຼີໃຕ້ລາຍງານວ່າ ລັດຖະບານເກົາຫຼີໃຕ້ກຽມແຈກເງິນສົດໃຫ້ປະຊາຊົນທຸກຄົນ ເລີ່ມຕັ້ງແຕ່ວັນທີ 21 ກລະກົດ 2025ນີ້

 

Digital Marketing Agency in Laos - Emerging Digital Solutions

ໂດຍແຕ່ລະຄົນຈະໄດ້ຮັບເງິນສູງສຸດເຖິງ 150,000 ວອນ  ແລະ ຍັງມີເງິນເພີ່ມເປັນພິເສດໃຫ້ກຸ່ມແກ່ບອບບາງ ຄົນຕ່າງແຂວງ ແລະ ເຈາະໃນພື້ນທີ່ທີ່ມີປະຊາກອນຫົດຕົວເພື່ອຫຼຸດຄວາມເຫຼື່ອມລ້ຳເພື່ອກະຕຸ້ນການບໍລິໂພກພາຍໃນປະເທດ ຕາມນະໂຍບາຍຂອງລັດຖະບານ ຊຶ່ງມື້ນີ້ຢູ່ພາຍໃຕ້ການນຳໂດຍປະທານາທິບໍດີອີ ແຈ-ມະຍອງ

 

ສຳນັກຂ່າວຍອນຮັບລາຍງານຂ່າວ ລະບຸວ່າ ມາດຕະການນີ້ເປັນສ່ວນໜຶ່ງຂອງການໃຊ້ງົບປະມານເສີມພິເສດມູນຄ່າ 31.8 ລ້ານລ້ານວອນ

 

ການແຈກເງິນຄັ້ງນີ້ ແຈກແນວໃດ ແລ້ວໃຜບ້າງທີ່ມີສິດໃນຄັ້ງນີ້?

 

ສຳລັບເກົາຫຼີໃຕ້ ໂຄງການແຈກເງິນແສນຄັ້ງນີ້ ເຮັດແບບ ຄູປອງເພື່ອການບໍລິໂພກ ຫຼື “consumption coupons” ເປັນການແຈກທີ່ປະຊາຊົນເລືອກໄດ້ວ່າຢາກໃຫ້ເງິນ ຫຼື ຄູປອງທີ່ວ່ານີ້ເຂົ້າໄປຍັງລະບົບ ຫຼື ບັດທີ່ມີແບບໃດ

 

ໃຜມີສິດໄດ້ຮັບເງິນ?

 

ທາງການເກົາຫຼີໃຕ້ຈະແຈກໃຫ້ກັບປະຊາຊົນຊາວເກົາຫຼີໃຕ້ທຸກຄົນທີ່ມີຖິ່ນຖານໃນປະເທດ ໜະວັນທີ 18 ມິຖຸນາ 2025 ຄົນທີ່ມີສິດຈະໄດ້ຮັບຄູປອງເງິນສົດຈຳນວນ 150,000 ວອນຕໍ່ຄົນ

 

ສາມາດເລືອກຮັບເງິນໃນຮູບແບບບັດເຄຣດິດ ບັດເດບິດ ບັດເຕີມເງິນ ຫຼື ຄູປອງອິເລັກໂຕຣນິກຂອງລັດຖະບານທ້ອງຖິ່ນ ໂດຍເງິນທັງຫມົດທີ່ໄດ້ຮັບຈະມີອາຍຸຈົນເຖິງວັນທີ 30 ພະຈິກ 2025 ນີ້ເທົ່ານັ້ນ ຫາກໃຊ້ບໍ່ທັນ ໃຊ້ບໍ່ໝົດ ຫຼື ລືມໃຊ້ ກໍຄືຈົບ ເພາະລັດຖະບານຈະຮິບທີ່ເຫຼືອຄືນ

 

ກຸ່ມບອບບາງກໍຈະໄດ້ຮັບເງິນເພີ່ມໄປອີກຈາກກ້ອນທຳອິດເຊັ່ນ: ກຸ່ມຜູ້ມີລາຍໄດ້ນ້ອຍແລະຄອບຄົວລ້ຽງດຽວຈະໄດ້ຮັບເພີ່ມ 300,000 ວອນ, ຜູ້ຮັບເງິນສະຫວັດດິການຂອງລັດຈະໄດ້ຮັບເພີ່ມ 400,000 ວອນ

 

ຄົນທີ່ຢູ່ນອກເຂດເມືອງຫຼວງ ຫຼື ມະຫານະຄອນໂຊລ ຈະໄດ້ຮັບເພີ່ມ 30,000 ວອນ,  ຄົນທີ່ຢູ່ໃນ 84 ຊຸມຊົນຊົນນະບົດ ແລະ ປະມົງທີ່ມີບັນຫາປະຊາກອນຫຼຸດລົງກໍຈະໄດ້ຮັບເພີ່ມເຊັ່ນກັນອີກ 50,000 ວອນ ຫຼື

 

ຄົນຕ່າງປະເທດມີສິດໄດ້ຮັບເງິນແທ້ບໍ?

 

ຄົນຕ່າງປະເທດທີ່ຢູ່ເກົາຫຼີ ບາງຄົນກໍມີໂອກາດທີ່ຈະໄດ້ຮັບເງິນເຊັ່ນກັນ ຫາກຢູ່ພາຍໃຕ້ເງື່ອນໄຂບາງຢ່າງ ຕາມທີ່ລັດຖະບານກຳຫນົດ ຕາມຂໍ້ມູນຂອງກະຊວງພາຍໃນ

 

ເຊັ່ນ: ຄົນຕ່າງປະເທດມີສິດໄດ້ຮັບເງິນ ຫາກຢູ່ໃນທະບຽນຜູ້ຢູ່ອາໄສຮ່ວມກັບພົນລະເມືອງເກົາຫຼີຢ່າງນ້ອຍ 1 ຄົນ ແລະ ລົງທະບຽນໃນລະບົບປະກັນສຸຂະພາບແຫ່ງຊາດ ໂດຍເປັນຜູ້ສະໝັກຫຼັກຫຼືຜູ້ຕິດຕາມ ສ່ວນຄົວເຮືອນທີ່ເປັນຄົນຕ່າງຊາດທັງໝົດກໍອາດຈະມີສິດໄດ້ຮັບເງິນເຊັ່ນກັນ ຫາກມີຜູ້ຢູ່ອາໄສຖາວອນ (ຜູ້ຖືວິຊ່າ F-5) ຫຼື ຜູ້ຍ້າຍຖິ່ນຖານຈາກການແຕ່ງດອງ(ຜູ້ຖືວິຊ່າ F-6)

 

ທີ່ຕົງຕາມຂໍ້ກຳຫນົດຂອງປະກັນສຸຂະພາບ ທີ່ສຳຄັນຄັ້ງນີ້ຍັງເປັນຄັ້ງທຳອິດທີ່ຜູ້ລີ້ໄພ (ຜູ້ຖືວິຊ່າ F-2-4) ໄດ້ຮັບການລວມຢູ່ໃນໂຄງການ ຊຶ່ງເປັນການດຳເນີນການຕາມຄຳຕັດສິນຂອງສານລັດຖະທຳມະນູນເມື່ອເດືອນມີນາ 2024 ເນື່ອງຈາກຄັ້ງນັ້ນມີການຕັດສິນວ່າການທີ່ລັດຖະບານບໍ່ລວມຜູ້ລີ້ໄພໄວ້ໃນການຮັບເງິນບັນເທົາທຸກຂ COVID-19 ໃນປີ 2020 ນັ້ນຂັດຕໍ່ລັດຖະທຳມະນູນ

 

ເຖິງແມ່ນແຕ່ພົນລະເມືອງເກົາຫຼີທີ່ຢູ່ໃນຕ່າງປະເທດກໍຍັງສາມາດຮັບເງິນໄດ້ເຊັ່ນກັນ ຫາກພວກເຂົາເດີນທາງກັບມາເກົາຫຼີລະຫວ່າງວັນທີ 18 ມິຖຸນາ ເຖິງ 12 ກັນຍາ 2025 ແລະ ຜ່ານການກວດຢືນຢັນບັນທຶກການເຂົ້າເມືອງຂອງຕົນເອງຕໍ່ທາງການ

 

ຫົວໃຈສຳຄັນ ຄື ການກະຕຸ້ນເສດຖະກິດໃນປະເທດ

 

ລັດຖະບານເກົາຫຼີໃຕ້ຕ້ອງການໃຫ້ເງິນເຫຼົ່ານີ້ໄປກະຕຸ້ນເສດຖະກິດໃນລະດັບຊຸມຊົນທ້ອງຖິ່ນຢ່າງແທ້ຈິງ ດັ່ງນັ້ນເງື່ອນໄຂຈຶ່ງຄ່ອນຂ້າງຮັດກຸມ ບ້ານຢູ່ໃສ ໃຊ້ເງິນເຂດນັ້ນ ຫ້າມຂ້າມພື້ນທີ່ ເງິນທີ່ໄດ້ມາຈະຕ້ອງໃຊ້ພາຍໃນທ້ອງຖິ່ນຂອງຕົນເອງ ຕົວຢ່າງເຊັ່ນ ຄົນທີ່ອາໄສຢູ່ໃນກຸງໂຊລສາມາດໃຊ້ເງິນໄດ້ພາຍໃນກຸງໂຊລເທົ່ານັ້ນ

 

ຂະນະທີ່ຮ້ານຄ້າທີ່ມີສິດເຂົ້າຮ່ວມໂຄງການ ຮັບເງິນຈາກຄູປອງເຫຼົ່ານີ້ໄດ້ ຕ້ອງເປັນທຸລະກິດຂະໜາດນ້ອຍ ລາຍຍ່ອຍ ເຊັ່ນ: ຮ້ານອາຫານ ຮ້ານຂາຍຂອງຊຳ ຮ້ານເຮັດຜົມ ຮ້ານແວ່ນຕາ ແລະ ທຸລະກິດອື່ນໆ ໃນຊຸມຊົນທີ່ມີລາຍໄດ້ປະຈຳປີບໍ່ເກີນ 3 ພັນລ້ານວອນ

 

ນາຍທຶນ ຮ້ານຄ້າຂະໜາດໃຫຍ່ຖືກຫ້າມເຂົ້າຮ່ວມ ເຊັ່ນ: ຄ້າຍ່ອຍຂະໜາດໃຫຍ່ ຫ້າງສັບພະສິນຄ້າ ຮ້ານປອດພາສີ ແພລັດຟອມອອນລາຍ ລວມໄປເຖິງແອັບສົ່ງເຄື່ອງ

 

ແມ້ກະທັ້ງຮ້ານດັງໆທີ່ເປັນແບຣນຂອງແຟຣນໄຊສ໌ທ້ອງຖິ່ນຕ້ອງເບິ່ງວ່າໃຜເປັນເຈົ້າຂອງຮ້ານ ເພາະຈະໃຫ້ເຂົ້າຮ່ວມໄດ້ພຽງແຕ່ຮ້ານທີ່ເປັນເຈົ້າຂອງເອງໂດຍອິດສະຫຼະເທົ່ານັ້ນ

 

ຖ້າຫາກສຳນັກງານໃຫຍ່ມາລົງຮ້ານ ຕັ້ງຮ້ານເອງ ບໍລິຫານເອງກໍຫ້າມ ຫ້າມບໍ່ໃຫ້ເຂົ້າຮ່ວມໂດຍເດັດຂາດ ເຊັ່ນ: ແບຣນໃຫຍ່ເຊັ່ນ Starbucks ແລະ Olive Young

 

ນອກຈາກນີ້ກະຊວງພາຍໃນຍັງກຳໝົດ ໃຫ້ຮ້ານຄ້າທຸລະກິດຕ່າງໆ ທີ່ເຂົ້າຮ່ວມໂຄງການຈະຕ້ອງຕິດປ້າຍເພື່ອສະແດງຕົນ ວ່າຮັບຄູປອງຫຼືບໍ່

 

ທັງນີ້ລັດຖະບານເກົາຫຼີໃຕ້ຍັງໄດ້ແຍກຮ້ານຄ້າຍ່ອຍຂະໜາດໃຫຍ່ທີ່ເປັນຂອງຄົນຕ່າງຊາດອອກໄປດ້ວຍເຊັ່ນກັນ ເພື່ອຫຼີກເວັ້ນການເກີດຂໍ້ໂຕ້ແຍ້ງຊ້ຳໃນຊ່ວງການລະບາດຂອງໂຄວິດ-19

 

ເນື່ອງຈາກຄັ້ງນີ້ມີຂໍ້ຂັດແຍ້ງ ພົບວ່າເງິນຊ່ວຍເຫຼືອໄພພິບັດຂອງລັດຖືກປະຊາຊົນນຳໄປໃຊ້ຈ່າຍເພື່ອຊື້ເຄື່ອງຫຼູ ແລະ ບໍລິສັດຕ່າງປະເທດຫຼາຍກວ່າຂອງໃນປະເທດ ເຊັ່ນ: Apple ແລະ IKEA

 

ແຈກເງິນ 2 ຮອບ ເຈາະກຸ່ມບອບບາງ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ