_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 July, 2025
ໝວດ: ຂ່າວ

ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ)

 

ວັນທີ 23 ມິຖຸນາ 2025 ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ຕໍາຫຼວດ ກວດຄົນເຂົ້າ-ອອກ ເມືອງ ປະຈຳສະໜາມບິນສາກົນວັດໄຕ

 

ໄດ້ຊ່ວຍເຫຼືອຍິງສາວລາວ ທີ່ສົງໄສຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຈຳນວນ 01 ຄົນ ຊື່ ນາງ ແພງ (ນາມສົມມຸດ) ອາຍຸ 21 ປີ ເກີດຢູ່ບ້ານ ສີວິໄລ, ເມືອງຈຳພອນ, ແຂວງ ສະຫວັນນະເຂດ ແລະ ໄດ້ກັກໂຕຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ.

 

 

ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນ ສາມາດຮູ້ໄດ້ວ່າ ຜູ້ຖືກເຄາະຮ້າຍ ໄດ້ຖືກຂະບວນການນາຍໜ້າຄົນລາວ ຕົວະຍົວະຊັກຊວນໄປເອົາຜົວຄົນຕ່າງປະເທດ, ຊຶ່ງພວກນາຍໜ້າ ໄດ້ໃຫ້ຜູ້ຖືກເຄາະຮ້າຍສົນທະນາຜ່ານທາງໂທລະສັບພຽງແຕ່ເທື່ອດຽວ, ແລ້ວກໍ່ຈັດພິທີສູ່ຂໍໝັ້ນໝາຍຊຶ່ງມີແຕ່ນາຍໜ້າເບື້ອງລາວ ແລະ ນາຍໜ້າຄົນຕ່າງປະເທດເຂົ້າຮ່ວມເທົ່ານັ້ນ, ສ່ວນຜູ້ບ່າວ ແມ່ນບໍ່ໄດ້ເຂົ້າຮ່ວມ, ໂດຍພວກນາຍໜ້າໄດ້ວາງເງິນຄ່າດອງໃຫ້ຄອບຄົວຜູ້ຖືກເຄາະຮ້າຍ ຈຳນວນ 150.000.000 ກີບ.

 

 

ຕໍ່ມາຜູ້ຖືກເຄາະຮ້າຍເກີດປ່ຽນໃຈບໍ່ຢາກເອົາຜົວຄົນຕ່າງປະເທດ ຈຶ່ງຖືກຂະບວນການນາຍໜ້າຂົ່ມຂູ່ໃຫ້ສົ່ງເງິນຄືນຈຳນວນ 190.000.000 ກີບ ແລະ ຄໍາ 2 ບາດ ເຊິ່ງມູນຄ່າຫຼາຍກວ່າທີ່ນາຍໜ້າຈ່າຍໃຫ້ເບື້ອງຕົ້ນ,ຍ້ອນບໍ່ມີທາງສູ້ ຈຶ່ງຈໍາເປັນຕ້ອງໄດ້ເອົາຜົວຄົນຕ່າງປະເທດ.

 

 

ມາຮອດວັນທີ 24 ມິຖຸນາ 2025 ຈຶ່ງສາມາດກັກຕົວຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ແລະ ຜູ້ຮ່ວມຂະບວນການຄ້າມະນຸດ ໄດ້ເພີ່ມອີກ 05 ຄົນ, ເປັນຄົນຕ່າງປະເທດ 04 ຄົນ.

 

 

ປະຈຸບັນເຈົ້າໜ້າທີ່ກຳລັງສືບຕໍ່ຂະຫຍາຍຜົນນຳເອົາກຸ່ມແກ້ງທີ່ຮ່ວມກັນກະທຳຜິດດັ່ງກ່າວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

 

ຕໍ່ກັບບັນຫາດັ່ງກ່າວ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ສຶກສາອົບຮົມລູກຫຼານຂອງຕົນເອງ ເພື່ອບໍ່ໃຫ້ຖືກຕົວະຍົວະ, ຊັກຊວນຈາກພວກນາຍໜ້າ ຫຼື ຄົນບໍ່ດີພາໄປແຕ່ງດອງກັບຄົນຕ່າງປະເທດແບບບໍ່ຖືກຕ້ອງ,

 

ຖ້າຫາກພົບເຫັນ ຫຼື ສົງໃສວ່າເປັນການຄ້າມະນຸດ ໃນກໍລະນີແຕ່ງດອງແອບແຝງ ໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີສາຍດ່ວນ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 1300 ແລະ ເບີວັອດແອັບ 020 22881300.

 

 

 

 

ຂ່າວ: ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ