
ໄຟໄໝ້ເວທີຫຼັກ Tomorrowland ເທດສະການດົນຕີລະດັບໂລກໃນເບລຢຽມກ່ອນເປີດງານພຽງບໍ່ເທົ່າໃດມື້ ເຖິງວ່າເສຍຫາຍໜັກແຕ່ຜູ້ຈັດງານຢືນຢັນບໍ່ຍົກເລີກ
ເກີດເຫດໄຟໄໝ້ຮຸນແຮງທີ່ເວທີຫຼັກຂອງເທດສະການດົນຕີເອເລັກໂຕຣນິກມີຊື່ສຽງລະດັບໂລກ Tomorrowland ຊຶ່ງຈັດຂຶ້ນທີ່ເມືອງບູມ ປະເທດເບລຢຽມ ກ່ອນວັນເປີດງານພຽງບໍ່ບໍ່ເທົ່າໃດມື້
ເຮັດໃຫ້ເວທີທີ່ຖືເປັນສັນຍາລັກສຳຄັນຂອງເທດສະການໄດ້ຮັບຄວາມເສຍຫາຍຢ່າງໜັກ ສ້າງຄວາມສະເທືອນໃຈແກ່ທີມງານແລະແຟນເພງທົ່ວໂລກທີ່ລໍຖ້າງານນີ້ມາຕະຫຼອດທັງປີ
ເຫດໄຟໄໝ້ເກີດຂຶ້ນເມື່ອວັນພຸດ(16/7/2025) ທີ່ຜ່ານມາ ໂດຍມີຄວັນດຳໜາພຸ່ງຂຶ້ນຈາກບໍລິເວນງານ ຂະນະນັ້ນຍັງບໍ່ມີຜູ້ຊົມຢູ່ໃນພື້ນທີ່ ແຕ່ມີພະນັກງານກວ່າ 1,000 ຄົນທີ່ກຳລັງກະກຽມງານ ຊຶ່ງໄດ້ຮັບການອົບພະຍົບຢ່າງປອດໄພ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ
ຜູ້ຈັດງານຢືນຢັນວ່າເຫດການຄັ້ງນີ້ເປັນ “ເຫດການຮ້າຍແຮງ” ແລະຍັງບໍ່ສາມາດລະບຸສາເຫດຂອງໄຟໄໝ້ໄດ້ໃນຂະນະນີ້
ຈາກລາຍງານຂອງນັກຂ່າວສາທາລະນະເບລຢຽມ VRT ລະບຸວ່າ ເວທີຫຼັກຖືກໄຟເຜົາຈົນເກືອບຈະບໍ່ເຫຼືອຊາກ ຂະນະທີ່ຫນ່ວຍດັບໄຟຍັງຄົງພະຍາຍາມຄວບຄຸມສະຖານະການ ແລະ ປະເມີນຄວາມເສຍຫາຍ
ໂດຍໃນຊ່ວງເກີດເຫດມີສຽງດອກໄມ້ໄຟດັງຂຶ້ນ ເຮັດໃຫ້ຫຼາຍຄົນໃນພື້ນທີ່ໃກ້ຄຽງຊຶ່ງອາໄສຢູ່ບໍ່ໄກຈາກຈຸດເກີດເຫດ ຮູ້ສຶກຕົກໃຈ ແລະ ບັນຍາຍວ່າ “ເປັນຕາຍ້ານຫຼາຍ” ເພາະເຫັນກຸ່ມຄວັນຂະໜາດໃຫຍ່ລອຍຢູ່ເທິງເຮືອນຂອງຕົນ
ເທດສະການ Tomorrowland ຖືເປັນຫນຶ່ງໃນງານດົນຕີເອເລັກໂຕຣນິກທີ່ໃຫຍ່ທີ່ສຸດໃນໂລກ ມີຜູ້ເຂົ້າຮ່ວມງານກວ່າ 400,000 ຄົນຈາກທົ່ວທຸກມຸມໂລກ
ໂດຍໃນປີ 2025 ມີກຳນົດຈັດຂຶ້ນຕະຫຼອດທ້າຍອາທິດ 2ອາທິດຕໍ່ເນື່ອງ ເລີ່ມຕັ້ງແຕ່ວັນສຸກນີ້ ຊຶ່ງເວທີຫຼັກທີ່ເກີດໄຟໄໝ້ນັ້ນມີກຳນົດໃຊ້ສະແດງຂອງສິນລະປິນມີຊື່ສຽງລະດັບໂລກເຊັ່ນ David Guetta, Swedish House Mafia ແລະ Steve Aoki
ຢ່າງໃດກໍຕາມ ເຖິງແມ່ນເວທີຫຼັກຈະຖືກໄຟໄໝ້ຈົນບໍ່ສາມາດໃຊ້ງານໄດ້ ແຕ່ຜູ້ຈັດງານຍັງຄົງເດີນໜ້າເປີດແຄມປ໌ DreamVille ໃນວັນພະຫັດຕາມກຳນົດເດີມ ໂດຍຄາດວ່າຈະມີຜູ້ເຂົ້າພັກກວ່າ 38,000 ຄົນ ພ້ອມຢືນຢັນວ່າຈະພະຍາຍາມຫາທາງແກ້ບັນຫາເພື່ອໃຫ້ເທດສະການທ້າຍອາທິດນີ້ຍັງຄົງດຳເນີນຕໍ່ໄປໄດ້
ເດັບບີ ວິລມ໌ເຊນ ໂຄສົກຂອງ Tomorrowland ເປີດເຜີຍວ່າທີມງານຫຼາຍຄົນຮູ້ສຶກເສຍໃຈຢ່າງຫຼາຍ ເພາະເວທີນີ້ໃຊ້ເວລາສ້າງຫຼາຍປີ ດ້ວຍຄວາມຮັກແລະຄວາມທຸ່ມເທ
“ພວກເຮົາຕັ້ງໃຈຈະເຮັດໃຫ້ເປັນເທດສະການທີ່ດີທີ່ສຸດເຖິງແມ່ນຈະບໍ່ມີເວທີຫຼັກ ເຮົາກໍຈະພະຍາຍາມຫາທາງສ້າງປະສົບການທີ່ດີທີ່ສຸດໃຫ້ກັບຜູ້ຮ່ວມງານ” ວິລມ໌ເຊນກ່າວ ພ້ອມເສີມວ່າຍັງບໍ່ສາມາດເປີດເຜີຍລາຍລະອຽດເພີ່ມເຕີມໄດ້ໃນຂະນະນີ້
ຕຳຫຼວດທ້ອງຖິ່ນໄດ້ໂພສຂໍ້ຄວາມຜ່ານ X (Twitter ເດີມ) ເພື່ອຢືນຢັນເຫດໄຟໄໝ້ ແລະ ຂໍຄວາມຮ່ວມມືປະຊາຊົນຫຼີກລ່ຽງພື້ນທີ່ ແລະ ເສັ້ນທາງຂອງເຈົ້າໜ້າທີ່ສຸກເສີນ ເພື່ອໃຫ້ການຄວບຄຸມສະຖານະການເປັນໄປຢ່າງວ່ອງໄວ
ຂະນະນີ້ຍັງບໍ່ມີລາຍງານທີ່ຊີ້ຊັດວ່າໄຟໄໝ້ຄັ້ງນີ້ເກີດຈາກຫຍັງ ແຕ່ຄວາມເສຍຫາຍທີ່ເກີດຂຶ້ນຖືເປັນບົດທົດສອບສຳຄັນສຳລັບຜູ້ຈັດງານ ທີ່ຕ້ອງເລັ່ງຫາທາງຟື້ນຟູ ແລະ ຈັດການສະຖານະການໃນເວລາອັນສັ້ນກ່ອນທີ່ຜູ້ຊົມຫຼາຍໝື່ນຄົນຈາກທົ່ວໂລກຈະເດີນທາງມາເຖິງເມືອງບູມ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,529 | 21,806 |
![]() THB | 661.10 | 673 |
![]() EUR | 24,196 | 24,681 |
![]() CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |