_cover - 2025-07-23T110222.841
ສະຫະລັດອາເມລິກາປະກາດຖອນຕົວຈາກ UNESCO ຫຼັງຈາກທີ່ຫາກໍກັບຄືນມາເປັນສະມາຊິກໃນສະໄໝຂອງອະດີດປະທານາທິບໍດີ ໂຈ ໄບເດັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 July, 2025

ນັກການທູດເອີຣົບ 2 ຄົນ ເປີດເຜີຍວ່າ ສະຫະລັດອາເມລິກາຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ຢູເນສໂກ (UNESCO)

 

ຊຶ່ງເປັນຫົວໜ້າງານດ້ານວັດທະນະທຳ ແລະ ການສຶກສາຂອງສະຫະປະຊາຊາດ ໃນຂະນະທີ່ປະທານາທິບໍດີໂດນາລ ທຣຳ ຍັງຄົງນຳປະເທດຂອງລາວຖອນຕົວອອກຈາກສະຖາບັນລະຫວ່າງປະເທດທີ່ລາວເຄີຍວິພາກວິຈານມາດົນນານ.

 

ຢ່າງໃດກໍຕາມ, ທຳນຽບຂາວຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃນທັນທີ.

 

ການເຄື່ອນໄຫວຄັ້ງນີ້ຖືວ່າສົ່ງຜົນກະທົບຕໍ່ຢູເນສໂກທີ່ຕັ້ງຢູ່ໃນນະຄອນປາຣີ ຊຶ່ງສ້າງຕັ້ງຂຶ້ນຫຼັງສົງຄາມໂລກຄັ້ງທີ 2 ເພື່ອສົ່ງເສີມສັນຕິພາບຜ່ານການຮ່ວມມືລະຫວ່າງປະເທດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ.

 

ຫນັງສືພິມ ນິວຢອກໂພສ ຍັງລາຍງານກ່ຽວກັບການຖອນຕົວຂອງສະຫະລັດໂດຍອ້າງຄຳເວົ້າຂອງເຈົ້າໜ້າທີ່ທຳນຽບຂາວ.

 

ທຮຳໄດ້ດຳເນີນການໃນລັກສະນະທີ່ຄ້າຍຄືກັນນີ້ໃນລະຫວ່າງການດຳລົງຕຳແໜ່ງວາລະທຳອິດຂອງລາວ ໂດຍຖອນຕົວອອກຈາກອົງການອະນາໄມໂລກ, ຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ, ຂໍ້ຕົກລົງການປ່ຽນແປງສະພາບອາກາດໂລກ ແລະ ຂໍ້ຕົກລົງນິວເຄລຍກັບອີຣ່ານ.

 

ຈາກນັ້ນປະທານາທິບໍດີໂຈ ໄບເດັນ ກໍໄດ້ປ່ຽນແປງການຕັດສິນໃຈເຫຼົ່ານັ້ນຫຼັງຈາກເຂົ້າຮັບຕຳແໜ່ງໃນປີ 2021 ໂດຍນຳສະຫະລັດກັບຄືນເຂົ້າເປັນສະມາຊິກຢູເນສໂກ, ອົງການອະນາໄມໂລກ ແລະ ຂໍ້ຕົກລົງດ້ານສະພາບອາກາດ.

 

ເມື່ອທຣຳກັບຄືນມາດຳລົງຕຳແໜ່ງປະທານາທິບໍດີສະຫະລັດສະໄໝທີ 2 ກໍຖອນຕົວອອກຈາກອົງການລະດັບໂລກເຫຼົ່ານີ້ອີກຄັ້ງ.

 

ລາວໄດ້ຕັດສິນໃຈຖອນສະຫະລັດອອກຈາກອົງການອະນາໄມໂລກ ແລະ ລະງັບການໃຫ້ທຶນແກ່ UNRWA ຊຶ່ງເປັນຫົວໜ້າງານກູ້ເຈັບກູ້ໄພຂອງຊາວປາເລສໄຕ ເປັນສ່ວນໜຶ່ງຂອງການພິຈາລະນາທົບທວນການມີສ່ວນຮ່ວມຂອງສະຫະລັດໃນຫົວໜ້າງານຂອງສະຫະປະຊາຊາດ ຊຶ່ງມີກຳນົດຈະສະຫຼຸບຜົນໃນເດືອນສິງຫາ.

 

ຢູເນສໂກເປັນທີ່ຮູ້ຈັກກັນດີທີ່ສຸດຈາກການກຳນົດແຫຼ່ງມໍລະດົກໂລກ ເຊັ່ນ: ແກຣນແຄນຢອນໃນສະຫະລັດ ແລະ ເມືອງໂບຮານພັລໄມຣາໃນຊີເຣຍ.

 

ສະຫະລັດອາເມລິກາເຂົ້າຮ່ວມເປັນສະມາຊິກຢູເນສໂກຄັ້ງທຳອິດເມື່ອກໍ່ຕັ້ງໃນປີ 1945  ແຕ່ໄດ້ຖອນຕົວເປັນຄັ້ງທຳອິດໃນປີ 1984

 

ເພື່ອປະທ້ວງຂໍ້ກ່າວຫາເລື່ອງການບໍລິຫານຈັດການທາງການເງິນທີ່ຜິດພາດ ແລະ ອະຄະຕິຕໍ່ຕ້ານສະຫະລັດ ແລະ ກັບຄືນມາເຂົ້າຮ່ວມອີກຄັ້ງເກືອບ 20 ປີຕໍ່ມາໃນປີ 2003 ໃນສະໄໝປະທານາທິບໍດີ ຈໍຣ໌ຈ ດັບເບິນຢູ. ບຸດ ຊຶ່ງຕໍ່ມາໄດ້ກ່າວວ່າຫົວໜ້າງານໄດ້ດຳເນີນການປະຕິຮູບທີ່ຈຳເປັນແລ້ວ.

 

ສະຫະລັດຈັດສັນງົບປະມານໃຫ້ກັບຢູເນສໂກ ພຽງປະມານ 80%  ຂອງງົບປະມານທັງໝົດ ຫຼຸດລົງຈາກປະມານ 20% ໃນຊ່ວງເວລາທີ່ທຣຳຖອນສະຫະລັດອອກຈາກອົງການເປັນຄັ້ງທຳອິດ.

 

ສ່ວນສະເຕຟານ ດູຈາຣິກ ໂຄສົກຂອງອັນໂຕນິໂອ ກູແຕຣ໌ເຣສ ເລຂາທິການສະຫະປະຊາຊາດ ຖະແຫຼງການວ່າ ເລຂາທິການຢູເອັນສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການຕັດສິນໃຈຂອງທຣຳໃນການພາສະຫະລັດຖອນຕົວອອກຈາກຢູເນສໂກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ