_cover - 2025-07-23T114352.673
ແຈ້ງເຕືອນ ຝົນຕົກໜັກ,ນໍ້າຖ້ວມຊຸ ແລະ ດິນເຈື່ອນ ປະຈໍາວັນທີ 23 ກໍລະກົດ 2025 ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຢ່າງຕໍ່ເນື່ອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 July, 2025
ໝວດ: ຂ່າວ

ແຈ້ງເຕືອນ ຝົນຕົກໜັກ,ນໍ້າຖ້ວມຊຸ ແລະດິນເຈື່ອນ ປະຈໍາວັນທີ 23 ກໍລະກົດ 2025, ເວລາ 12 ໂມງ 00

​ຮ່ອງຄວາມກົດດັນອາກາດຕໍ່າ ຫຼືວ່າຮ່ອງຝົນ ໄດ້ພາດຜ່ານພາກເໜືອ ແລະ ພາກກາງ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັັງແຮງພັດປົກຄຸມເປັນສ່ວນໃຫ່ຍ

 

ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ

 

ສໍາຫຼັບ ສະພາບລະດັບນໍ້າ ແມ່ນໍ້າສາຂາ ຂອງ ແມ່ນໍ້າຂອງ ເວລາ 7:00 ໂມງ ເຊົ້າ

ສະຖານີຫຼວງພະບາງ, ແທກໄດ້ 16.44 ແມັດ, ລະດັບນໍ້າໄດ້ຂຶ້ນສູງໃກ້ເຂດເຕືອນໄພ (ລະດັບເຕືອນໄພ 17.50ແມັດ; ລະດັບນໍ້າຖ້ວມ 18.00 ແມັດ),

 

ນໍ້າຮຸ່ງ: ສະຖານີເມືອງໄຊຍະບູລີ, ແທກໄດ້ 6.00 ແມັດ, (ລະດັບເຕືອນໄພ 5.00ແມັດ; ລະດັບນໍ້າຖ້ວມ 6.00 ແມັດ),

 

ນໍ້າຊອງ: ສະຖານີວັງວຽງ, (ລະດັບເຕືອນໄພ 3.50ແມັດ; ລະດັບນໍ້າຖ້ວມ 4.50 ແມັດ),

 

ນໍ້າຊັນ: ສະຖານີເມືອງເກົ່າ, ແທກໄດ້ 8.40 ແມັດ, (ລະດັບເຕືອນໄພ 7.00ແມັດ; ລະດັບນໍ້າຖ້ວມ 8.00 ແມັດ), ລະດັບນໍ້າໄດ້ຂຶ້ນສູງກາຍເຂດລະດັບນ້ຳຖ້ວມແລ້ວ

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ຜູ້ທີ່ອາໄສຢູ່ໃກ້ລຽບຕາມແມ່ນໍ້າ ແລະ ເຂດພື້ນທີ່ຕໍ່າ

 

ເຊັ່ນວ່າ: ຕາມແມ່ນ້ຳຂອງສະຖານີ, ນ້ຳຮຸ່ງ, ນ້ຳຊອງ, ນ້ຳຊັນ ແລະ ແຄມ ແມ່ນໍ້າ, ໃນແຕ່ລະພາກ. ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດ ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍື່ງ ທີ່ຈະສົ່ງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນອັນມີຄ່າ, ສຳຫຼັບຜູ້ທີ່ຈະເດີນທາງຜ່ານພູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບຫົນທາງ ກ່ອນອອກເດີນທາງ.

 

ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

 

 

 

 

 

ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ