ໃນລະຫວ່າງ ວັນທີ 22-23 ກໍລະກົດ 2025 ບ້ານຊຽງຄົງ, ບ້ານວັງໄຮ ແລະ ບ້ານທ່າວຽງ ໄຊ ເມືອງທ່າໂທມ, ແຂວງໄຊສົມບູນ ໄດ້ຮັບຜົນກະທົບຈາກພະຍຸໝູນເຂດຮ້ອນວິພາ ແລະ ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ນໍ້າຖ້ວມເຮືອນປະຊາຊົນ ຈໍານວນຫຼາຍຫຼັງ
ແລະ ປັດຈຸບັນ ຂົວອູ່ຂ້າມ ເຂດທໍາການຜະລິດຂອງປະຊາຊົນ ລະຫວ່າງບ້ານ ນາຊົງ ກັບ ບ້ານທ່າວຽງໄຊ ຂາດ 2 ແຫ່ງແລ້ວ ແລະ ໄຫຼຖ້ວມເສັ້ນທາງເລກ 1d , ຖ້ວມທົ່ງໄຮ່ທົ່ງນາຂອງປະຊາຊົນ ຈຳນວນໜຶ່ງ
ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ນີ້ ລະຫວ່າງເສັ້ນທາງ ບ້ານນໍ້າຍ້ອນ ເມືອງອະນຸວົງ ໄປຫາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ແມ່ນບໍ່ສາມາດນໍາໃຊ້ເຂົ້າໃນການສັນຈອນໄດ້ແລ້ວ ເນື່ອງຈາກວ່າ ຂົວນໍ້າງື່ມ 3 ທາງໄປເຂື່ອນນໍ້າງື່ມ 3 ແລະ ເຂື່ອນນໍ້າຜາໃຫຍ່ ໄດ້ເປ່ເພ ແລະ ຂາດແລ້ວ
ດັ່ງນັ້ນ ຈຶ່ງຂໍແຈ້ງມາຍັງປະຊາຊົນບັນດາເຜົ່າ ທີ່ຈະເດີນທາງ ໃຫ້ຫຼີກເວັ້ນເສັ້ນທາງດັ່ງກ່າວ ນີ້ດ້ວຍ ແລະ ຈົ່ງພ້ອມກັນມີສະຕິເຝົ້າລະວັງດ້ວຍຄວາມເປັນເຈົ້າການ ເພາະວ່ານ້ຳມີທ່າທີເພີມຂຶ້ນເລື້ອຍໆ.
ທີ່ມາ: ຈົດໝາຍຂ່າວ ໄຊສົມບູນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |