_cover - 2025-07-24T103636.492
ຄຳສາລະພາບຂອງຄາດຕະກອນກໍ່ເຫດຄາດຕະກໍາ ນຳສົບໄປຝັງດິນຢູ່ເມືອງສັງທອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 July, 2025
ໝວດ: ຂ່າວ

ຄຳສາລະພາບຂອງຄາດຕະກອນກໍ່ເຫດຄາດຕະກໍານຳສົບໄປຝັງດິນ ຢູ່ເມືອງສັງທອງ

ໃນຄັ້ງວັນທີ 17 ກໍລະກົດ 2025 ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຈາກ ກອງບັນຊາການ ປກສ ເມືອງສັງທອງ ວ່າ: ມີຄົນເສຍຊີວິດ ຢູ່ບ້ານສໍາພັນນາ ເມືອງສັງທອງ ນວ,

 

ຈາກນັ້ນ ເຈົ້າໜ້າທີ່ ຫ້ອງຕຳຫຼວດ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄປກວດກາສະຖານທີ່ເກີດເຫດ ສາມາດຮູ້ໄດ້ຜູ້ເສຍຊີວິດຊື່ ທ້າວ ນຸກອນ ອາຍຸ 48 ປີ, ເຊື້ອຊາດ-ສັນຊາດ ລາວ, ອາຊີບ ພະນັກງານ, ປັດຈຸບັນຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕບອງ ນະຄອນຫຼວງວຽງຈັນ.

 

ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນຫຼັກຖານ ໄດ້ຮູ້ເປົ້າໝາຍສົງໃສທີ່ເອົາຕົວຫຼົບໜີ ໄປແຂວງໄຊຍະບູລີ ເຈົ້າໜ້າທີ່ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ສາມາດຈັບຕົວຜູ້ຖືກຫາໄດ້ ໃນເວລາ 11:30 ໂມງ ຂອງວັນທີ 18 ກໍລະກົດ 2025

 

 

ຢູ່ທີ່ບ້ານໂພນຄໍ້ ເມືອງປາກລາຍ ແຂວງໄຊຍະບູລີ ຊື່ທ້າວ ສີຫົງ ຫຼື ຫົງ ອາຍຸ 30 ປີ, ເຊື້ອຊາດ-ສັນຊາດ ລາວ, ອາຊີບ ຫວ່າງງານ, ປັດຈຸບັນຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນວ ມາສືບສວນ-ສອບສວນດໍາເນີນຄະດີ, ໃຊ້ເວລານໍາຈັບຕົວຜູ້ກ່ຽວໄດ້ພາຍໃນ 09 ຊົ່ວໂມງ.

 

 

ທ້າວ ສີຫົງ ຫຼື ຫົງ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນປີ 2023 ໄດ້ຮູ້ຈັກກັບ ທ້າວ ນຸກອນ (ຜູ້ເສຍຊີວິດ) ໄດ້ຕິດຕໍ່ພົວພັນກັນໃນນາມຮັກແພງກັນ, ເວລາ 20:30 ໂມງ ຂອງວັນທີ 17 ກໍລະກົດ, ທ້າວ ນຸກອນ ໂທມາຊວນຕົນໄປກິນເບຍຢູ່ຮ້ານກິນດື່ມແຫ່ງໜຶ່ງ ຢູ່ເຂດບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ເຊິ່ງໄດ້ກິນເບຍນໍາກັນ 2 ຄົນ, ໝົດເບຍປະມານ 6 ແກ້ວ.

 

ຮອດເວລາ 22:00 ໂມງ, ຈຶ່ງໄດ້ພາກັນອອກຈາກຮ້ານດັ່ງກ່າວ ແລ້ວພາກັນໄປນອນພັກຢູ່ບ້ານພັກແຫ່ງໜຶ່ງ ຢູ່ເຂດບ້ານໂນນແກ້ວ ເມືອງສີໂຄດຕະບອງ ໂດຍໄດ້ຂັບຂີ່ລົດໃຫຍ່ ປ້າຍທະບຽນ ກບ 9158 ກໍາແພງນະຄອນ ເປັນລົດຂອງຜູ້ເສຍຊີວິດ.

 

ຮອດເວລາ 03:00 ໂມງ, ຂອງວັນທີ 17 ກໍລະກົດ 2025 ຕົນຈຶ່ງສວຍໂອກາດໃນເວລາທີ່ ທ້າວ ນຸກອນ ນອນຫຼັບ ລັກເອົາກະແຈລົດໃຫຍ່ຂອງ ທ້າວ ນຸກອນ ໄປໄຂເບິ່ງເຄື່ອງຂອງມີຄ່າຢູ່ພາຍໃນລົດ ພົບເຫັນສາຍຄໍຄໍາ (ພ້ອມດ້ວຍກີ້) ແລະ ກະເປົາເງິນ ຈຶ່ງໄດ້ເອົາຊັບດັ່ງກ່າວ ແລະ ພົບເຫັນປື້ນສັ້ນ 1 ກະບອກ, ຍີ່ຫໍ້ ເຕ້ 77 ພ້ອມດ້ວຍລູກປືນ 08 ລູກ, ໄດ້ຈັບເອົາອອກມາຈາກລົດແລ້ວເຂົ້າໄປໃນຫ້ອງພັກ.

 

 

ຈາກນັ້ນ, ເກີດມີຄວາມຄິດຢາກຄາດຕະກໍາ ເພື່ອຊິງຊັບ. ໃນເວລານັ້ນ, ທ້າວ ນຸກອນ ຍັງນອນຫຼັບຢູ່ ຕົນຈຶ່ງເອົາໝອນເຕັງຫົວ ທ້າວ ນຸກອນ ໄວ້, ແລ້ວໄດ້ໃຊ້ປືນກະບອກດັ່ງກ່າວ ຍິງໃສ່ຂະໜັບຫົວບື້ອງຊ້າຍຂອງ ທ້າວ ນຸກອນ ຈໍານວນ 01 ນັດ, ເຮັດໃຫ້ ທ້າວ ນຸກອນ ເສຍຊີວິດ.

 

 

ຈາກນັ້ນ, ໄດ້ເອົາສົບຂອງ ທ້າວ ນຸກອນ ແບກໄປໃສ່ລົດ ( ໃນເວລານັ້ນຜູ້ກ່ຽວໄດ້ເອົາຜ້າຮົ່ມ, ຜ້າປູບ່ອນ, ໝອນ ຈໍານວນ 02 ໜ່ວຍ ໄປນໍາ, ພາຍຫຼັງທີ່ເອົາສົບ ທ້າວ ນຸກອນ ຂື້ນລົດແລ້ວ, ຈຶ່ງໄດ້ຂັບຂີ່ລົດອອກໄປເອົາຈົກຢູ່ເຮືອນຂອງຕົນເອງ. ແລ້ວຂັບຂີ່ລົດມຸ້ງໜ້າໄປທາງ ເມືອງສັງທອງ ພໍຮອດເຂດບ້ານ ສໍາພັນນາ ຈຶ່ງຈອດລົດໄວ້ແຄມທາງ ແລ້ວລົງໄປຂຸດຂຸມເພື່ອຝັງສົບຂອງທ້າວ ນຸກອນ.

 

ພາຍຫຼັງທີ່ຂຸດຂຸມແລ້ວ ກໍໄດ້ເອົາສົບຂອງ ທ້າວ ນຸກອນ ໄປຝັງລົງດິນ ແລ້ວຈິ່ງເອົາເຄື່ອງບ່ອນນອນ ແລະ ປືນທີ່ໃຊ້ກໍເຫດ ໄປຖິ້ມລົງນໍ້າຂອງ.

 

ຈາກນັ້ນ, ຈຶ່ງຂັບຂີ່ລົດຫຼົບໜີ ໄປແຂວງໄຊຍະບູລີ ແລ້ວຈຶ່ງຖືກເຈົ້າໜ້າທີ່ຈັບຕົວໃນເວລາຕໍ່ມາ.

 

 

ຕໍ່ກັບເຫດການດັ່ງກ່າວ, ເຫັນວ່າ ທ້າວ ສີຫົງ ແມ່ນໄດ້ຮັບສາລະພາບ: ວ່າເປັນຜູ້ລົງມືຄາດຕະກຳ ທ້າວ ນຸ ກອນ ເພື່ອຊິງເອົາຊັບແທ້, ປັດຈຸບັນ ເຈົ້າໜ້າທີ່ ກໍາລັງສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

 

ທີ່ມາ: ປກສ ນະຄອນຫຼວງວຽງຈັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ