_cover - 2025-07-25T094353.467
"ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ" ຈຳນວນ 1 ລ້ານໂດລາສະຫະລັດ ກັບອີກຈຳນວນ 3 ຕື້ກີບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 July, 2025
ໝວດ: ຂ່າວ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດລາວ ມອບເງິນຊ່ວຍເຫຼືອລັດຖະບານ

 

ໃນຕອນເຊົ້າ ວັນທີ 24 ກໍລະກົດ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນປັບປຸງຍຸດທະສາດການພັດທະນາພະລັງງານ ຢູ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025

Digital Marketing Agency in Laos - Emerging Digital Solutions

 

ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຕາງໜ້າບໍລິສັດ ກ່າວມອບໂດຍ ທ່ານ ເລແທັງ ຕາວ ປະທານໃຫຍ່ ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດລາວ, ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

 

ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ມີຄື: ຈຳນວນ 1 ລ້ານໂດລາສະຫະລັດ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານທົບທວນ ແລະ ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ອີກຈຳນວນ 3 ຕື້ກີບ ແມ່ນເພື່ອປະກອບສ່ວນເຂົ້າໃນແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025.

 

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບຜົນກະທົບ ກໍຄື ຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນຢູ່ ສປປ ລາວ ໃນປີ 2025 ໂດຍສະເພາະ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພາຍຸວິພານີ້ ລວມທັງການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ.

 

ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຊົມເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນຕໍ່ ບໍລິສັດຮຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດລາວ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອເຜື່ອແຜ່ໃຫ້ການຊ່ວຍເຫຼືອລັດຖະບານລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ

 

ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງ, ເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານພະລັງງານ, ການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

 ການປະກອບສ່ວນຄັ້ງນີ ຍັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ໃຫ້ນັບມື້ສືບຕໍ່ເກີດດອກອອກຜົນ ແລະ ຈະເລີນງອກງາມບໍ່ຢຸດຢັ້ງ.

 

ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.

 

 

ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ພັດທະນາໂຄງການລົງທຶນຂອງຕົນ ໂດຍສະເພາະ ໂຄງການໄຟຟ້າພະລັງງານລົມເຈືອງເຊິນ ຢູ່ແຂວງບໍລິຄຳໄຊ ເຊິ່ງເລີ່ມມາສຶກສາ ແລະ ລົງທຶນພັດທະນາໂຄງການດັ່ງກ່າວ ໃນທ້າຍປີ 2023.

 

ຮອດປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າໄວ, ຄາດວ່າ ຈະສາມາດຜະລິດໄຟຟ້າສົ່ງອອກຂາຍ ໃນທ້າຍປີ 2025 ນີ 600 ເມກາວັດ.

 

ດັ່ງນັ້ນ, ຈຶ່ງຖືວ່າ ເປັນບໍລິສັດທີ່ເຮັດແທ້ທໍາຈິງ ທັງໄດ້ປະກອບສ່ວນພັດທະນາພື້ນຖານໂຄງລ່າງ ແລະ ຊຸມຊົນທ້ອງຖິ່ນໂຄງການ ຢ່າງຫຼວງຫຼາຍ ໂດຍສະເພາະ ເສັ້ນທາງຂົວ ແລະ ກອງທຶນລົບລ້າງເຮືອນເຄິ່ງຖາວອນ ສຳລັບຄອບຄົວທຸກຍາກ ຢູ່ແຂວງບໍລິຄຳໄຊ, ລວມທັງການພັດທະນາດ້ານຕ່າງໆ ທີ່ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດດັ່ງກ່າວ ໃຫ້ນັບມື້ດີຂຶ້ນ.

 

ໃນໂອກາດດຽວກັນ, ທ່ານ ເລ ແທັງ ຕາວ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ຕິດຕາມຊຸກຍູ້ການພັດທະນາໂຄງການຂອງຕົນດ້ວຍດີຕະຫຼອດມາ, ທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ແຂວງບໍລິຄຳໄຊ ແລະ ໂຄງການລົງທຶນອື່ນໆ ຢູ່ ສປປ ລາວ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ທ້ອງຖິ່ນໂຄງການ ໃຫ້ນັບມື້ດີຂຶ້ນ.

 

ທີ່ມາ: ກົມປະຊາສຳພັນ ຫສນຍ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ