_cover - 2025-07-25T104001.543
ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(UNSC) ປະຊຸມສຸກເສີນ ກ່ຽວກັບເຫດການໄທ - ກຳປູເຈຍ ຂໍໃຫ້ໃຊ້ຄວາມອົດກັ້ນສູງສຸດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 July, 2025
ໝວດ: ຂ່າວ

ອົງການຂ່າວເອເອັຟພີລາຍງານອ້າງແຫຼ່ງຂ່າວທາງການທູດຫຼາຍຄົນວ່າ ຄະນະມົນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື UNSC ປະຊຸມສຸກເສີນມື້ນີ້ (25 ກໍລະກົດ 2025) ກ່ຽວກັບການປະທະກັນລະຫວ່າງໄທ-ກຳປູເຈຍທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ

 

ການປະຊຸມສຸກເສີນດັ່ງກ່າວ ຈະເປັນການປະຊຸມແບບປິດປະຕູ ຄື ບໍ່ໃຫ້ນັກຂ່າວເຂົ້າຟັງ ໃນເວລາ 15.00 ນາທີ ມື້ນີ້ຕາມເວລາທີ່ຢູເອັນ ກົງກັບ 2.00 ນາທີ ໃນຊ່ວງເຊົ້າວັນເສົາມື້ອື່ນ (26 ກໍລະກົດ ) ຕາມເວລາໃນປະເທດລາວ

 

ເອເອັຟພີລະບຸດ້ວຍວ່າ ການປະຊຸມ UNSC ທີ່ຈະມີຂຶ້ນໃນມື້ນີ້ ເກີດຂຶ້ນຈາກການຮ້ອງຂໍຂອງນາຍົກລັດຖະມົນຕີຮຸນ ມາເນັດຂອງກຳປູເຈຍ

 

ດ້ານເວັບຂ່າວ RIA Novosti ຂອງຣັດເຊຍ ລາຍງານເພີ່ມເຕີມວ່າ ຄະນະທູດປາກິສຖານປະຈຳຢູເອັນ ຊຶ່ງຂະນະນີ້ດຳລົງຕຳແໜ່ງປະທານ UNSC ຕາມວາລະ ໄດ້ເປີດເຜີຍຕໍ່ RIA Novosti ວ່າ ການປະຊຸມສຸກເສີນຂອງ UNSC ມື້ນີ້ ຈະເປັນການປະຊຸມແບບສ່ວນຕົວ ເລີ່ມເວລາ 15.00 ນາທີ ມື້ນີ້ຕາມເວລາໃນສະຫະລັດ ທີ່ຕັ້ງສຳນັກງານໃຫຍ່ຢູເອັນ ກົງກັບເວລາ 2:00 ກາງຄືນ ມື້ອື່ນ ຕາມເວລາປະເທດລາວ

 

ສຳນັກຂ່າວຊິນຫົວລາຍງານ ອັນໂຕນິໂອ ກູແຕເຣສ ເລຂາທິການຢູເອັນ ໄດ້ອອກມາກະຕຸ້ນໃຫ້ໄທ-ກຳປູເຈຍ ໃຊ້ຄວາມອົດທົນອົດກັ້ນສູງສຸດ

 

ແກ້ໄຂຂໍ້ຂັດແຍ້ງດ້ວຍການເຈລະຈາ ແລະ ດ້ວຍຈິດວິນຍານຂອງການເປັນປະເທດເພື່ອນບ້ານທີ່ດີ ດ້ວຍທັດສະນະທີ່ຕ້ອງການສະແຫວງຫາທາງແກ້ປັນຫາຂໍ້ຂັດແຍ້ງນີ້ຢ່າງຖາວອນ

 

ລະບຸວ່າ ຢູເອັນຕິດຕາມຂ່າວການປະທະກັນດ້ວຍອາວຸດຊາຍແດນໄທ – ກຳປູເຈຍດ້ວຍຄວາມກັງວົນ ທັງນີ້ ຈາກການຖະແຫຼງຂອງຟາຣ์ຮານ ຮັກ ຮອງໂຄສົກຂອງກູແຕເຣສ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ