_cover - 2025-07-25T145634.850
ຈັບແລ້ວ! ໜຸ່ມມືໄວ ກໍ່ເຫດ 21 ຄັ້ງ ພ້ອມຂອງກາງຫຼາຍລາຍການ ລົດຈອດແຄມທາງ ຄືເປົ້າໝາຍ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 July, 2025
ໝວດ: ຂ່າວ

ພາຍຫຼັງໄດ້ຮັບແຈ້ງຄວາມຈາກນາງ ຢາດຟ້າ ອາຍຸ 23 ປີ ອາຊີບຄ້າຂາຍ ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ວ່າ :

 

ໃນວັນທີ 21 ກໍລະກົດ 2025 ເວລາ 19:45 ໂມງ ຜູ້ກ່ຽວ ແລະ ຫຼານສາວ ໄດ້ໄປຈອດລົດຮຸນໃດສັນຕາເຟ ສີຂາວ ປ້າຍທະບຽນ ກມ 1520 ກໍາແພງນະຄອນ ເພື່ອໄປຊື້ຊີ້ນດາດໂລຢູ່ບ້ານ ສີໄຄທ່າ, ເມືອງ ສີໂຄດຕະບອງ ແລະ ໄດ້ພາກັນລົງຈາກລົດທີ່ຕິດຈັກໄວ້ເວລານັ້ນ ໄດ້ມີຄົນຮ້າຍມາລັກເອົາໄອແພັດຈໍານວນ 1 ໜ່ວຍ ຢູ່ໃນລົດ ແລະ ເອົາຕົວຫຼົບໜີ.

 

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

 

ເຂົ້າແກ້ໄຂເປົ້າໝາຍລັກຊັບຢູ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ວັນທີ 24 ກໍລະກົດ 2025 ເວລາ 16:44 ໂມງ ສາມາດຈັບຕົວເປົ້າໝາຍໄດ້ຈໍານວນ 1 ຄົນຊື່ທ້າວ ພອນສະຫວັນ ຫຼື ໂຕ້ ອາຍຸ 28 ປີ ປັດຈຸບັນຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມກັບວັດຖຸເຄື່ອງຂອງກາງຈຳນວນຫຼາຍລາຍການ ແລະ ພາຫະນະນໍາໃຊ້ໃນການກໍ່ເຫດ.

 

ຜ່ານການສືບສວນສອບສວນທ້າວ ພອນສະຫວັນ ຈັນທະວົງ ຫຼື ໂຕ້ ຍອມຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ : ໃນຊ່ວງປີ 2024 ຫາ 2025 ທ້າວ ພອນສະຫວັນ ຈັນທະວົງ ໄດ້ເຄື່ອນໄຫວລັກຊັບຢູ່ໃນນະຄອນຫຼວງວຽງຈັນທັງໝົດ 21 ຄັ້ງ

 

ໂດຍນໍາໃຊ້ພາຫະນະກໍ່ເຫດຄື: ລົດຈັກຍີ່ຫໍ້ : PCX (ພີຊີເອັກ) ສີຂາວ ຕິດປ້າຍທະບຽນ ທທ 2499 ກໍາແພງນະຄອນ ແລະ ລົດຈັກຍີ່ຫໍ້ : X-MAX ສີດໍາ ຕິດປ້າຍທະບຽນ ດຫ 4131 ກໍາແພງນະຄອນ ເພື່ອຂັບຂີ່ໄປລັກເອົາເຄື່ອງຂອງ, ຊັບສິນເງິນຄໍາ ແລະ ວັດຖຸທີ່ມີຄ່າ ຢູ່ໃນລົດໃຫຍ່ຂອງບັນດາຄົນທີ່ຈອດແຄມທາງ ແລ້ວລົງໄປຊື້ເຄື່ອງ

 

 

ໃນນັ້ນເຈົ້າໜ້າທີ່ໄດ້ເກັບກູ້ວັດຖຸເຄື່ອງຂອງກາງ, ພາຫະນະນໍາໃຊ້ ເຂົ້າໃນການກະທໍາຜິດມີຄື:

 

1/ ໂທລະສັບໄອໂຟນຈໍານວນ 2 ໜ່ວຍ ແລະ ໂທລະສັບຊໍາຊຸງ 1 ໜ່ວຍ

2/ ສາຍຄໍສີເຫຼືອງຄ້າຍຄືຄໍາຈໍານວນ 1 ເສັ້ນ

3/ ສາຍແຂນສີເຫຼືອງຄ້າຍຄືຄໍາຈໍານວນ 1 ເສັ້ນ

4/ ຕຸ້ມຫູສີເຫຼືອຄ້າຄືຄໍາຈໍານວນ 1 ຄູ່

5/ ລົດຈິບຍີ່ຫໍ້ : ຮຸນໃດວີແລັດເຕີ່ ສີແດງ ເລກທະບຽນ ກວ 3637 ກໍາແພງນະຄອນ 1 ຄັນ

6/ ຜົງສີຂາວບໍ່ຮູ້ນໍ້າໜັກໃນຖົງຢາງນ້ອຍຈໍານວນ 1 ຖົງ

7/ ລູກກຸນແຈລົດໃຫຍ່ຈໍານວນ 14 ລູກ

8/ ຢາບ້າຈໍານວນ 1 ເມັດ

9/ ກະເປົາຫິ້ວ ແລະ ກະເປົາພາຍຈໍານວນ 56 ໜ່ວຍ

10/ ໝວກກັນນັອກຈໍານວນ 3 ໜ່ວຍ (ໃສ່ນໍາໃຊ້ກໍ່ເຫດ)

11/ ເສື້ອກັນລົມ ແລະ ເສື້ອວອມແຂນຍາວຈໍານວນ 6 ຜືນ (ນຸ່ງນໍາໃຊ້ກໍ່ເຫດ)

12/ ອຸປະກອນນິລະໄພ 1 ອັນ

13/ ລູກປືນອັດລົມຈໍານວນ 39 ລູກ

14/ ປ້າຍທະບຽນລົດຈັກ ທທ 2499 ກໍາແພງນະຄອນ ແລະ ທທ 2346 ກໍາແພງນະຄອນ 2 ປ້າຍ

15/ ລົດຈັກຮອນດ້າ PCX ສີຂາວ ຕິດປ້າຍທະບຽນ ດຫ 4131 ຈໍານວນ 1 ຄັນ (ລົດນໍາໃຊ້ກໍ່ເຫດ)

16/ ໂທລະສັບມືຖື ແລະ ໂນດບຸກຈໍານວນໜື່ງ (ສະພາບເປ່ເພໃຊ້ການບໍ່ໄດ້).

 

 

ຕໍ່ກັບເປົ້າໝາຍດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ສີໂຄດຕະບອງ ຍັງຈະສືບຕໍ່ສືບສວນສອບສວນ ຂະຫຍາຍຜົນໃນຄັ້ງຕໍ່ໄປ ເພື່ອຊອກຫາແຮງຈູງໃຈໃນການກໍ່ເຫດ, ຊອກຫາກຸ່ມແກ້ງ ແລະ ນໍາຊອກນໍາຈັບມາດໍາເນີນຄະດີຕາມກົດໝາຍ.

 

 

ທີ່ມາ: ຄວາມສະຫງົບ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 26 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,517
21,794
thailand (1)
THB
658.52
668.66
european-union
EUR
23,871
24,349
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
pele - 2025-08-26T130843.080
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I
_cover - 2025-08-26T102705.282
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ
pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
pele - 2025-08-25T114503.086
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ
_cover - 2025-08-25T151654.703
ຫວຽດນາມ ລົງທຶນພັນລ້ານໂດລາ ສ້າງຂົວຂ້າມທະເລ ມີຄວາມຍາວເປັນອັນດັບ 3 ຂອງອາຊຽນ
_cover - 2025-08-25T141616.667
ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ
_cover - 2025-08-25T133025.805
"ຫວຽດນາມ" ສັ່ງອົບພະຍົບປະຊາຊົ 5.8 ແສນຄົນ ໜີພາຍຸໄຕ້ຝຸ່ນ "ຄາຈິກິ" ພັດຂຶ້ນຝັ່ງ
_cover - 2025-08-25T101503.561
ເບິ່ງດວງປະຈຳອາທິດ ຊ່ວງວັນທີ່ 25 - 31 ສິງຫາ 2025
ຢ່າລື່ມກົດຕິດຕາມ