_cover - 2025-07-28T100019.110
ທຣຳເຊື່ອວ່າໄທ-ກຳປູເຈຍຕ້ອງການແກ້ໄຂຄວາມຂັດແຍ້ງ ຫຼັງຈາກຂົ່ມຂູ່ວ່າຈະບໍ່ເຈລະຈາການຄ້າຈົນກວ່າຈະຢຸດຍິງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 July, 2025

ປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ໃນວັນອາທິດ (27 ກໍລະກົດ) ເຊື່ອວ່າທັງໄທແລະກຳປູເຈຍ ຕ້ອງການແກ້ໄຂຄວາມເຫັນບໍ່ຕົງກັນ ຫຼັງຈາກໄດ້ລົມທາງໂທລະສັບກັບຜູ້ນຳຂອງທັງ 2 ປະເທດ ຊຶ່ງລະຫວ່າງນັ້ນເພິ່ນໄດ້ຂົ່ມຂູ່ວ່າຈະບໍ່ເຈລະຈາຕົກລົງການຄ້າກັບທັງ 2 ປະເທດ ຈົນກວ່າຈະຢຸດສູ້ຣົບ

 

“ຂ້ອຍໄດ້ສົນທະນາກັບນາຍົກລັດຖະມົນຕີທັງ 2 ແລະ ຂ້ອຍຄິດວ່າພວກເພິ່ນຕ້ອງການແກ້ໄຂຄວາມຂັດແຍ້ງແລ້ວໃນຕອນນີ້” ທຣຳບອກກັບພວກນັກຂ່າວ ໃນຊ່ວງຕົ້ນຂອງການພົບປະຫາລືທາງການຄ້າກັບ ອົວຊູລາ ຟ໋ອນ ແດຮ໌ ລາຍເອິນ ປະທານຄະນະກຳມະການເອີຣົບ ໃນວັນອາທິດ (27 ກໍລະກົດ)

 

ທຣຳ ຍັງເຊື່ອວ່າພວກເຈົ້າໜ້າທີ່ໄທ ແລະ ກຳປູເຈຍ ມີກຳນົດພົບປະກັນໃນໄວໆນີ້

 

ກ່ອນໜ້ານີ້ ໄທແລະກຳປູເຈຍ ໃນວັນອາທິດ (27 ກໍລະກົດ) ສົ່ງສັນຍານວ່າທັງ 2 ປະເທດ ພ້ອມເຈລະຈາຢຸດຕິຂໍ້ຂັດແຍ້ງນອງເລືອດດ້ານຊາຍແດນ  ຕາມຫຼັງມີຄວາມພະຍາຍາມເປັນຄົນກາງໂດຍປະທານາທິບໍດີທຣຳ ເວລານີ້ການສູ້ຣົບທີ່ເຂົ້າສູ່ວັນທີ່ 4 ສັງຫານຜູ້ຄົນໄປແລ້ວຢ່າງໜ້ອຍ 34 ຄົນ ແລະ ປະຊາຊົນຕ້ອງຍົກຍ້າຍຖິ່ນຖານກວ່າ 168,000 ຄົນ

 

ທຣຳ ໂພສຂໍ້ຄວາມເທິງທຣັດສ໌ໂຊຊຽລໃນວັນເສົາ (26 ກໍລະກົດ) ວ່າເພິ່ນໄດ້ສົນທະນາທາງໂທລະສັບກັບຜູ້ນຳຂອງທັງໄທແລະກຳປູເຈຍ ເຕືອນວ່າຈະບໍ່ເດີນໜ້າຂໍ້ຕົກລົງການຄ້າກັບທັງ 2 ປະເທດ ຖ້າຄວາມເປັນປໍລະປັກບໍ່ຢຸດລົງ ຕໍ່ມາເພິ່ນອ້າງວ່າທັງ 2 ຝ່າຍເຫັນດີພົບປະກັນເພື່ອເຈລະຈາຢຸດຍິງ

 

ຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍ ລະບຸໃນວັນອາທິດ (27ກໍລະກົດ) ວ່າປະເທດຂອງເພິ່ນຕົກລົງຫາທາງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂ ທຣຳບອກກັບເພິ່ນວ່າ ໄທ ກໍເຫັນເຫັນດີຢຸດຍິງເຊັ່ນກັນ ຫຼັງຈາກ ທຣຳ ສົນທະນາກັບ ທ່ານ ພູມິທຳ ເວຊະຍະໄຊ ຜູ້ຮັກສາການນາຍົກລັດຖະມົນຕີຂອງໄທ “ມັນເປັນຂ່າວໃນແງ່ບວກສຳລັບທະຫານແລະປະຊາຊົນຂອງທັງ 2 ປະເທດ” ຮຸນ ມາເນັດ ລະບຸໃນຖະແຫຼງການ

 

ເພິ່ນເປີດເຜີຍວ່າໄດ້ມອບໝາຍໃຫ້ ປຣັກ ສຸຄົນ ລັດຖະມົນຕີຕ່າງປະເທດກຳປູເຈຍ ປະສານງານຂັ້ນຕໍ່ໄປກັບ ມາກໂກ ຣູບິໂອ ລັດຖະມົນຕີຕ່າງປະເທດສະຫະລັດ ແລະ ປະສານງານໂດຍກົງກັບລັດຖະມົນຕີຕ່າງປະເທດຂອງໄທ ເພື່ອບັງຄັບໃຊ້ຂໍ້ຕົກລົງຢຸດຍິງ

 

ໄທ ສະແດງຈຸດຢືນສະໜັບສະໜູນຢ່າງລະມັດລະວັງ ໂດຍ ທ່ານ ພູມິທຳ ຂອບໃຈ ທຣຳ ແລະ ບອກວ່າໄທເຫັນດີໃນຫຼັກການຂອງການຢຸດຍິງ ແຕ່ເນັ້ນຍ້ຳວ່າຈຳເປັນຕ້ອງມີຄວາມຕັ້ງໃຈຈິງຂອງຝ່າຍກຳປູເຈຍ ຈາກຄຳະແຫຼງການຂອງກະຊວງການຕ່າງປະເທດໄທ

 

ທັ້ງນີ້ລາຍງານຂ່າວຂອງຊີເອັນບີຊີລະບຸວ່າ ທ່ານ ພູມິທຳ ຮຽກຮ້ອງໃຫ້ມີການເຈລະຈາທະວິພາຄີ ໃນທັນທີ ເພື່ອຫາລືກ່ຽວກັບມາດຕະການທີ່ເປັນຮູບປະທຳໃນການຫາທາງອອກຢ່າງສັນຕິ

 

ຢ່າງໃດກໍຕາມ ກຳປູເຈຍແລະໄທຍັງຄົງຍິງຕອບໂຕ້ຂ້າມຊາຍແດນທີ່ເປັນຂໍ້ຂັດແຍ້ງເປັນວັນທີ່ 4 ໃນວັນອາທິດ (27 ໍລະກົດ) ບໍ່ເທົ່າໃດຊົ່ວໂມງຫຼັງຈາກປະທານາທິບໍດີທຣຳ ເຜີຍວ່າທັງ 2 ຊາດອາຊຽນຕົກລົງເຈລະຈາຢຸດຍິງ ແລະ ຂູ່ວ່າຫາກຍັງເດີນໜ້າສູ້ຣົບກັນຕໍ່ ມັນຈະທຳລາຍຂໍ້ຕົກລົງການຄ້າກັບວໍຊິງຕັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ