
ຝາແຝດຈຳລອງແທນຄົນເຈັບ ດ້ວຍເທັກໂນໂລຢີປັນຍາປະດິດ ຢູ່ໃນລະຫວ່າງການວິໄຈເພື່ອນຳມາໃຊ້ທຳນາຍການຕອບສະໜອງຕໍ່ການຮັກສາມະເຮັງ
ເມື່ອວິເຄາະວ່າຜູ້ປ່ວຍເປັນມະເຮັງ ທັງແພດແລະຄົນເຈັບຕ້ອງເປີດເຜີຍໜ້າກັບຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດໃນການຕັດສິນໃຈ ບໍ່ວ່າຈະເປັນສະຖານການສະເພາະຂອງຄົນເຈັບ ຕົວເລືອກການຮັກສາທີ່ມີ ຜົນຂ້າງຄຽງທີ່ອາດເກີດຂຶ້ນ
ຂໍ້ມູນທາງຄລີນິກທີ່ກ່ຽວຂ້ອງ ເຊັ່ນ: ຂໍ້ມູນທາງພັນທຸກຳຂອງຄົນເຈັບ ແລະ ລັກສະນະສະເພາະຂອງມະເຮັງ ແລະ ປັດໄຈອື່ນໆທີ່ກ່ຽວຂ້ອງ ລວມເຖິງການດຳເນີນໂຣກໃນເວລາຕໍ່ມາ ແນ່ນອນວ່າມັນເປັນການຕັດສິນໃຈທີ່ຍາກລຳບາກ
ນີ້ແມ່ນເປົ້າໝາຍຂອງຝາແຝດຈຳລອງ ຫຼື digital twin ໂປຣແກຣມທີ່ໃຊ້ປັນຍາປະດິດຊຶ່ງຈະໃຊ້ຂໍ້ມູນທັງໝົດທີ່ຮູ້ກ່ຽວກັບຄົນເຈັບ ແລະ ປະເພດຂອງໂຣກ ເພື່ອສ້າງຝາແຝດທີ່ສາມາດນຳມາໃຊ້ຊ້ຳໄດ້ໃນການຈຳລອງການລຸກລາມຂອງໂຣກ ທົດສອບການຮັກສາ ແລະ ທຳນາຍການຕອບສະໜອງສະເພາະຂອງແຕ່ລະບຸກຄົນຕໍ່ການຮັກສາພາຍໃນບໍ່ເທົ່າໃດນາທີ
Asghar ແລະ ຄະນະ ກ່າວວ່າ digital twin ບໍ່ແມ່ນພຽງໂມເດວຄອມພິວເຕີ ຫຼື ການຈຳລອງ ເພາະມັນເປັນການຄັດລອກບຸກຄົນໃນໂລກຄວາມຈິງ ແລະ ອາໄສຂໍ້ມູນຈາກໂລກຄວາມຈິງ ລວມເຖິງຍັງສາມາດຜົນສົມຂໍ້ມູນໃໝ່ໆ ເທັກໂນໂລຢີນີ້ມີສັກຍະພາບໃນການນຳໄປໃຊ້ໃນເວດຊະສາດສະເພາະບຸກຄົນ ການຄົ້ນພົບຢາ ການພັດທະນາກົນລະຍຸດການຄັດກອງ ແລະ ການເຮັດຄວາມເຂົ້າໃຈໂຣກຕ່າງໆໄດ້ດີຂຶ້ນ
ໂດຍ Asghar ແລະ ຄະນະ ກຳລັງມີສ່ວນຮ່ວມໃນການທົດລອງທາງຄລີນິກໃນສະຫະລາຊະອານາຈັກທີ່ຮັບສມັກຜູ້ປ່ວຍມະເຮັງ ເພື່ອລອງທົດສອບຄວາມແມ່ນຍຳຂອງໂປຣແກຣມ digital twin ນີ້
ໂດຍທຳນາຍການຕອບສະໜອງໃນການຮັກສາໂຣກມະເຮັງ ການຕອບສະໜອງຕໍ່ການຮັກສາ ແລະ ອັດຕາການຢູ່ລອດຊີວິດຂອງຜູ້ປ່ວຍມະເຮັງ
ນອກຈາກການເກັບຂໍ້ມູນຈາກການທົດລອງທາງຄລີນິກທີ່ກຳລັງດຳເນີນການແລ້ວ ຍັງໄດ້ໃຊ້ຂໍ້ມູນຍ້ອນຫຼັງ ເຊັ່ນ: ຈາກ Cancer Tumor Atlas ເພື່ອລອງທົດສອບໂມເດວ ຊຶ່ງລວມຜູ້ເຂົ້າຮ່ວມງານວິໄຈກວ່າ 9,000 ຄົນ ເຄມີບຳບັດປະມານ 30 ຊະນິດ ແລະ ມະເຮັງທັງໝົດ 23 ຊະນິດ ແລະ ກຳລັງມຸ່ງໜ້າໄປທີ່ 4 ຊະນິດ,
ໄດ້ແກ່ ມະເຮັງເຕົ້ານົມຊະນິດ Triple-negative ມະເຮັງຊະນິດທີ່ບໍ່ຮູ້ແຫຼ່ງຕົ້ນກຳເນີດ ມະເຮັງຕັບອ່ອນ ແລະ ມະເຮັງລຳໄສ້ໃຫຍ່ ເພາະທັງ 4 ຊະນິດນີ້ເປັນມະເຮັງທີ່ຮຸນແຮງ ແລະ ມັກບໍ່ຕອບສະໜອງຕໍ່ເຄມີບຳບັດ ແລະ ຜົນລັບຂອງຄົນເຈັບໃນກຸ່ມນີ້ຍັງມີຊ່ອງວ່າງທີ່ສຳຄັນສຳລັບການປັບປຸງການຮັກສາ
ການວິໄຈຈົນເຖິງປັດຈຸບັນ ພົບວ່າ ໂມເດວນີ້ມີຄວາມຖືກຕ້ອງປະມານ 80 ຫາ 90% ໃນການທຳນາຍຜົນລັບທາງຄລີນິກທີ່ແທ້ຈິງທີ່ເກີດຂຶ້ນ
ຂັ້ນຕອນສຸດທ້າຍຂອງການເຮັດວຽກຂອງຄະນະວິໄຈ ກ່ອນທີ່ໂປຣແກຣມຈະສາມາດໃຊ້ງານໄດ້ຢ່າງແພ່ຫລາຍໃນວົງການແພດ ຄື ການນຳມັນເຂົ້າຮ່ວມໃນທົດລອງທາງຄລີນິກ ຊຶ່ງກຳລັງຢູ່ໃນລະຫວ່າງການດຳເນີນການ ໃນອະນາຄົດເຮົາອາດຈະມີ digital twin ມາຊ່ວຍໃຫ້ຂໍ້ມູນໃນການຕັດສິນໃຈເລືອກແນວທາງການຮັກສາທີ່ເໝາະສົມສຳລັບແຕ່ລະບຸກຄົນກໍໄດ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














