ສຸດລະທຶກ ເຄື່ອງບິນໂບອິ້ງ 737 MAX ໄຟໄໝ້ລໍ້ຊ່ວງທີ່ເຄື່ອງບິນ ຂະນະທີ່ຍົນກຳລັງຈະຂຶ້ນ ຈາກສະໜາມບິນເດັນເວີ ມຸ່ງໜ້າໄປໄມອາມີ ຕ້ອງລະງັບຂຶ້ນບິນ ແລະ ເລັ່ງອົບພະຍົບຜູ້ໂດຍສານລົງຢ່າງເລັ່ງດ່ວນ
ວັນທີ່ 27 ກໍລະກົດ 2025 ເກີດເຫດລະທຶກທີ່ທ່າອາກາດຍານນານາຊາດເດັນເວີ ລັດໂຄໂລຣາໂດ ສະຫະລັດ ຫຼັງເຄື່ອງບິນໂດຍສານຂອງສາຍການບິນ ອະເມຣິກັນແອຣ໌ໄລນ໌ ຖ້ຽວບິນ AA-3023 ຮຸ່ນ ໂບອິ້ງ 737 MAX 8 ຊຶ່ງກຳລັງຈະທະຍານຂຶ້ນບິນໄປຍັງເມືອງໄມອາມີ ຕ້ອງຍົກເລີກການຂຶ້ນບິນຢ່າງກະທັນຫັນ ເນື່ອງຈາກເກີດໄຟລຸກໄໝ້ບໍລິເວນລໍ້ຊຸດລົງຈອດ (Landing Gear)
ໂດຍເຄື່ອງບິນຢຸດຊະງັກເທິງຣັນເວ ກຸ່ມຄວັນດຳ ແລະ ເປວໄຟພຸ່ງຈາກບໍລິເວນໃຕ້ລຳຕົວ ກ່ອນທີ່ເຈົ້າໜ້າທີ່ຈະເປີດປະຕູສຸກເສີນ ແລະ ປ່ອຍສະໄລ໌ດໃຫ້ຜູ້ໂດຍສານອົບພະຍົບເລັ່ງດ່ວນ ລາຍງານຂ່າວລະບຸວ່າ ຜູ້ໂດຍສານທັງໝົດ 173 ຄົນຖືກອົບພະຍົບອອກຈາກເຄື່ອງໄດ້ຢ່າງປອດໄພ ໂດຍມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 1 ລາຍຈາກກະບວນການອົບພະຍົບ
ຫຼັງເຫດການ ເຈົ້າໜ້າທີ່ສອບສວນເບື້ອງຕົ້ນພົບວ່າໄຟໄໝ້ມີສາເຫດມາຈາກ ຄວາມຂັດຂ້ອງທາງກົນໄກ ເຮັດໃຫ້ຊຸດລໍ້ດ້ານຊ້າຍຮ້ອນຈັດເກີນປົກກະຕິຈົນເກີດການຕິດໄຟໃນລະບົບລໍ້ (wheel assembly)
ໂດຍຂະນະນີ້ທີມວິສະວະກອນຂອງອະເມຣິກັນແອຣ໌ໄລນ໌ກຳລັງກວດສອບລາຍລະອຽດເພີ່ມເຕີມ ແລະ ສະໜາມບິນເດັນເວີເປີດໃຫ້ບໍລິການຕາມປົກກະຕິຫຼັງຄວບຄຸມສະຖານການໄດ້ໃນເວລາບໍ່ດົນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |