ນັກວິໄຈຈີນປະສົບຄວາມສຳເລັດໃນການເພາະລ້ຽງໝາກໄຂ່ຫຼັງທຽມຂອງມະນຸດຈາກຫ້ອງແລັບ ຫຼື Kidney Lab Grown ທີ່ໃຊ້ງານໄດ້ແທ້ ສາມາດຕອງເລືອດ ປັບສົມດຸນອິເລັກໂທຣໄລ ແລະ ຜະລິດປັດສາວະໄດ້ ໂດຍບໍ່ຕ້ອງຜ່ານກະບວນການອື່ນໃດໆທັງສິ້ນ
ນັກວິທະຍາສາດບອກວ່າ ໝາກໄຂ່ຫຼັງເພາະລ້ຽງນີ້ໄດ້ຈາກອະໄວຍະວະແທ້ຈິງ ທີ່ຜ່ານການດັດແປງທາງຊີວະວິສະວະກຳ ບໍ່ແມ່ນແບບຈຳລອງ
ທີມວິໄຈໃຊ້ອອກແກນອຍດ໌ທີ່ໄດ້ຈາກເຊວຕົ້ນກຳເນີດ ຝັງລົງເທິງໂຄງຍຶດຫຼອດເລືອດທີ່ສ້າງຈາກໄຮໂດຣເຈວທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ
ຫຼາຍອາທິດຜ່ານໄປ ເນື້ອເຍື່ອຈະຈະເລີນເຕີບໂຕເປັນຫົວໜ່ວຍເຮັດວຽກພື້ນຖານຂອງໝາກໄຂ່ຫຼັງ ທີ່ມີໜ້າທີ່ຕອງຂອງເສຍ ເອີ້ນວ່າ ລະບົບເນຟຣອນ ຊຶ່ງປະກອບດ້ວຍໂກເມີຣູລັດ ທໍ່ໝາກໄຂ່ຫຼັງ ແລະ ໂຄງສ້າງສຳລັບເກັບປັດສາວະ
ຈາກນັ້ນໝາກໄຂ່ຫຼັງເພາະລ້ຽງຈະເຊື່ອມຕໍ່ກັບວົງຈອນໄຫຼວຽນໂລຫິດທຽມ ແລະ ເລີ່ມກອງພລາສມາເລືອດແບບຣຽວໄທມ໌
ນະວັດຕະກຳໝາກໄຂ່ຫຼັງເພາະລ້ຽງນີ້ ຕ່າງຈາກໝາກໄຂ່ຫຼັງທຽມຊີວະພາບຮຸ່ນກ່ອນໆ ທີ່ເຮັດວຽກໄດ້ພຽງບາງສ່ວນ ຫຼື ຕ້ອງອາໄສກະບວນການບາງຢ່າງ ເພື່ອຊ່ວຍໃຫ້ໝາກໄຂ່ຫຼັງທຽມເຮັດວຽກໄດ້ໃກ້ຄຽງກັບອະໄວຍະວະຈິງ
ໝາກໄຂ່ຫຼັງເພາະລ້ຽງນີ້ ສາມາດຕອງຂອງເສຍອອກຈາກເລືອດໄດ້ດົນກວ່າ 60 ຊົ່ວໂມງ ແຍກຂອງເສຍອອກຈາກເລືອດ ແລະ ນຳພລາສມາທີ່ສະອາດກັບມາ ແລະ ຍັງຕອບສະໜອງຕໍ່ສັນຍານຮໍໂມນ ເຊັ່ນ: ADH ແລະ ອັນໂດສເຕີໂຣນ ຊ່ວຍປັບລະດັບການກັກເກັບນ້ຳ ແລະ ເກືອ
ຄວາມກ້າວໜ້າຄັ້ງນີ້ຊ່ວຍແກ້ໄຂວິກິດການຄັ້ງໃຫຍ່ທີ່ສຸດຄັ້ງຫນຶ່ງໃນວົງການແພດ ນັ້ນຄື ໝາກໄຂ່ບໍ່ເຮັດວຽກ ຊຶ່ງສົ່ງຜົນກະທົບຕໍ່ຜູ້ຄົນກວ່າ 850 ລ້ານຄົນທົ່ວໂລກ
ປັນຫາການຂາດແຄນຜູ້ບໍລິຈາກ ການປະຕິເສດການປູກຖ່າຍ ແລະ ການພຶ່ງພາການຟອກໝາກໄຂ່ຫຼັງ ເຮັດໃຫ້ການຮັກສາມີຂໍ້ຈຳກັດມາຫຼາຍທົດສະວັດ
ແຕ່ອະໄວຍະວະທີ່ສ້າງຂຶ້ນໃນຫ້ອງແລັບນີ້ສາມາດກຳຈັດລາຍຊື່ຜູ້ຖ້າຄິວໄດ້ ແລະ ນຳສະເໜີວິທີແກ້ປັນຫາສະເພາະບຸກຄົນໂດຍບໍ່ເກີດການປະຕິເສດ
ຂະນະນີ້ທີມເທັກໂນໂລຢີຊີວະພາບຂອງຈີນກຳລັງດຳເນີນການທົດລອງກັບໝູ ໂດຍຄາດວ່າຈະມີການສຶກສານຳທາງການແພດໃນມະນຸດພາຍໃນສອງປີ
ເປົ້າໝາຍຂອງພວກເຂົາຄືການພັດທະນາໝາກໄຂ່ຫຼັງທີ່ພ້ອມສຳລັບການປູກຖ່າຍ ຊຶ່ງເຮັດຈາກເຊວຂອງຄົນເຈັບເອງ ເພື່ອກຳຈັດການປະຕິເສດທັງໝົດ
ຫາກປະສົບຄວາມສຳເລັດ ໝາກໄຂ່ຫຼັງທຽມນີ້ຈະບໍ່ພຽງແຕ່ປ່ຽນແປງລະບົບໝາກໄຂ່ຫຼັງເທົ່ານັ້ນ
ແຕ່ຍັງຈະເປັນຈຸດເລີ່ມຕົ້ນຂອງການຜະລິດອະໄວຍະວະຕາມຄວາມຕ້ອງການ ຊຶ່ງເປັນເປົ້າໝາຍສູງສຸດຂອງເວດຊະສາດການຟື້ນຟູ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |