_cover - 2025-07-28T153809.249
ສປປ ລາວ ສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 July, 2025
ໝວດ: ຂ່າວ

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2025) ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງ ວຽງຈັນ

 

 

ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຢໍ້າເຖິງຄວາມໝາຍຄວາມສໍາຄັນຂອງອາຊຽນ ກໍຄືຜົນສໍາເລັດດ້ານຕ່າງໆ ທີ່ອາຊຽນຍາດມາໄດ້ຕະຫຼອດໄລຍະ 58 ປີຜ່ານມາ

 

ໂດຍສະເພາະການຮ່ວມມືພາຍໃນອາຊຽນ ແລະ ການເປີດກວ້າງການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາ ຈົນກາຍເປັນປະຊາຄົມອາຊຽນທີ່ມີຄວາມເຂັ້ມແຂງໃນປັດຈຸບັນ ແລະ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ ກໍຄືໃນໂລກ ແລະ ພາຍໃນປີນີ້ ອາຊຽນ ຈະໄດ້ຕ້ອນຮັບເອົາ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ.

 

 

ພ້ອມດຽວກັນນີ, ທ່ານ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງ ຂອງ ສປປ ລາວ ໃນວຽກງານອາຊຽນ ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ຊຶ່ງ ສປປ ລາວ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ.

 

 

ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີສາມ ພາຍໃຕ້ຄໍາຂວັນເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ, ຊຶ່ງໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ.

 

ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ຢໍ້າຄືນການສະໜັບສະໜູນ ການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ ຄໍາຂວັນການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”

 

ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ບັນດາກະຊວງຂະແໜງການ, ພາກເອກະຊົນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວທົ່ວປະເທດ ທີ່ໄດ້ປະກອບສ່ວນວຽກງານອາຊຽນຢ່າງຕັ້ງໜ້າ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈ ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາຂອງອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານອາຊຽນ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

 

 

ພາຍຫຼັງການກ່າວເປີດພິທີດັ່ງກ່າວຢ່າງເປັນທາງການແລ້ວ ໄດ້ມີການບັນເລງເພງຊາດລາວ ແລະ ເພງອາຊຽນ ໂດຍ ກອງດຸລິຍາງ ກອງທັບປະຊາຊົນລາວ ແລະ ເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ ຄຽງຄູ່ກັບທຸງຊາດລາວ.

 

ທີ່ມາ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ