ສົມເດັດ ຮຸນ ເຊັນ ໂພສຂໍ້ຄວາມໃໝ່ຊົມເຊີຍ ໂດນາລ ທຣຳ ວ່າເປັນຜູ້ຊຸກຍູ້ຂໍ້ຕົກລົງຢຸດຍິງ ເຊີງຊ່ວຍຊີວິດຄົນຫຼາຍຄົນ ພ້ອມແນບຕິດຮູບທີ່ເຄີຍຖ່າຍຮ່ວມກັນໃນອະດີດ

 

ເມື່ອຊ່ວງເຊົ້າມືດວັນອັງຄານທີ່ 29 ກໍລະກົດ 2025  ເຟສບຸກຂອງສົມເດັດ ຮຸນ ເຊັນ ໂພສຂໍ້ຄວາມໃໝ່ ສະແດງຄວາມຂອບໃຈ ໂດນາລ ທຣຳ ປະທານາທິບໍດີສະຫະລັດ ທີ່ເປັນຜູ້ຊຸກຍູ້ຈົນເກີດຂໍ້ຕົກລົງຢຸດຍິງລະຫວ່າງກຳປູເຈຍກັບໄທ ເຊິ່ງຊ່ວຍຊີວິດຄົນຫຼາຍຄົນ ລວມທັງຂອບໃຈຜູ້ນຳມາເລເຊຍທີ່ເປັນເຈົ້າພາບຈັດການປະຊຸມ ແລະ ປະເທດອື່ນໆທີ່ສະໜັບສະໜູນດ້ວຍ

 

ຂໍ້ຄວາມຂອງສົມເດັດ ຮຸນ ເຊັນ ລະບຸວ່າ “ຄວາມສຳເລັດຈາກຄວາມຄິດລິເລີ່ມອັນໜ້າປະທັບໃຈໂດຍ ໂດນາລ ທຣຳ ໄດ້ຊ່ວຍຊີວິດປະຊາຊົນຫຼາຍໝື່ນຄົນຈາກສົງຄາມລະຫວ່າງກຳປູເຈຍກັບໄທ”

 

info@datacom.la +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

“ກ່ອນອື່ນ ຂ້າພະເຈົ້າຢາກຂໍສະແດງຄວາມຂອບໃຈຕໍ່  ປະທານາທິບໍດີ ໂດນາລ ທຣຳ ຄວາມຄິດລິເລີ່ມອັນມີວິໄສທັດກວ້າງໄກໃນການສ້າງຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບລະຫວ່າງກຳປູເຈຍກັບໄທ ຄວາມຄິດລິເລີ່ມນີ້ແມ່ນຄວາມສຳເລັດຄັ້ງໃຫຍ່ທີ່ຊ່ວຍຊີວິດນັບບໍ່ຖ້ວນທັງໃນກຳປູເຈຍແລະໃນໄທ”

 

“ຂ້າພະເຈົ້າຢາກຂໍຂອບໃຈ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຜູ້ຊ່ວຍຈັດກຽມສະຖານທີ່ປະຊຸມແລະອຳນວຍຄວາມສະດວກໃຫ້ກັບການທຳຂໍ້ຕົກລົງຢຸດຍິງຄັ້ງນີ້ ຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບດັ່ງກ່າວກຳລັງກໍ່ໃຫ້ເກີດຜົນໄດ້ຮັບເຊີງບວກແລະມີປະສິດທິພາບ”

 

“ຂ້າພະເຈົ້າຂໍສະແດງຄວາມຂອບໃຈມິດສະຫາຍຄົນຈີນສຳລັບການສະໜັບສະໜູນ ເຊັ່ນດຽວກັບມິດປະເທດທັງຫຼາຍທີ່ໃຫ້ການຮັບຮອງຂໍ້ຕົກລົງຢຸດຍິງນີ້ ຂ້າພະເຈົ້າຍັງຢາກຂໍຂອບໃຈປະຊາຊົນຄົນກຳປູເຈຍແລະຊາວໄທ ຕະຫຼອດຈົນກອງທັບຂອງທັງສອງປະເທດ ສຳລັບການສະໜັບສະໜູນຢ່າງໝັ້ນຄົງໃນກະບວນການສັນຕິພາບນີ້”

ສະແດງຄຳຄິດເຫັນ

Leave a Reply

ຢ່າລື່ມກົດຕິດຕາມ