_cover - 2025-07-29T095404.830
ຄວາມສຳຄັນຂອງການປ່ຽນແປງ ແລະ ການພັດທະນາບັດປະຈຳຕົວປະຊາຊົນ ໃຫ້ມີຄວາມທັນສະໄໝ ເພື່ອກ້າວເຂົ້າສູ່ຍຸກດິຈິຕ໋ອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 July, 2025

ຄວາມສຳຄັນຂອງການປ່ຽນແປງ ແລະ ການພັດທະນາບັດປະຈຳຕົວປະຊາຊົນ

 

ປະເທດລາວ ດິນແດນແຫ່ງຄວາມສະຫງົບ ແລະ ສວຍສົດງົດງາມ ກຳລັງກ້າວເຂົ້າສູ່ຍຸກເຕັກໂນໂລຊີທີ່ທັນສະໄໝ, ເຊິ່ງມີບົດບາດສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນ, ມັນເປັນສິ່ງຈໍາເປັນທີ່ຈະປັບຕົວໃຫ້ທັນກັບການປ່ຽນແປງຢ່າງໄວວາຂອງສັງຄົມ.

 

 

ສໍາລັບ ສປປ ລາວ ການພັດທະນາບັດປະຈໍາຕົວ ເພື່ອຫັນເຂົ້າສູ່ຍຸກດິຈິຕ໋ອນ ບໍ່ພຽງແຕ່ເປັນການປ່ຽນແປງທາງດ້ານເຕັກໂນໂລຊີທີ່ທັນສະໄໝ, ແຕ່ມັນເປັນການປ່ຽນແປງທີ່ສຳຄັນທີ່ຈະຫັນປ່ຽນອະນາ ຄົດຂອງປະເທດ.

 

ບັດປະຈໍາຕົວແບບເກົ່າທີ່ພວກເຮົາເຄີຍນຳໃຊ້ແມ່ນມີຂໍ້ຈໍາກັດຫຼາຍຢ່າງ, ເຊິ່ງຂໍ້ມູນໃນບັດປະຈຳຕົວແບບເກົ່າຍັງບໍ່ສາມາດເຊື່ອມໂຍງກັບຂະແໜງການອື່ນໄດ້ ລວມທັງຄວາມປອດໄພຂອງຂໍ້ມູນ.

 

ມາຮອດປັດຈຸບັນ, ລັດຖະບານເຫັນໄດ້ຄວາມສໍາຄັນ ຈຶ່ງພັດທະນາຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃຫ້ມີຄວາມທັນສະໄໝ ເພື່ອກ້າວເຂົ້າສູ່ຍຸກດິຈິ ຕ໋ອນ ແລະ ເປັນໂອກາດທີ່ດີ ທີ່ຈະເຮັດໃຫ້ພວກເຮົາພັດທະນາລະບົບບັດປະຈຳຕົວໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.

 

 

 

ບັດປະຈໍາຕົວດິຈິຕອນ ຈະຊ່ວຍໃຫ້ປະຊາຊົນເຂົ້າເຖິງການບໍລິການຕ່າງໆ ຂອງພາກລັດ ແລະ ເອກະຊົນ ຢ່າງສະດວກ, ສະບາຍ ແລະ ວ່ອງໄວ ບໍ່ວ່າຈະເປັນການເຮັດທຸລະກໍາອອນໄລນ໌, ການຮ້ອງຂໍເອກະສານ ຫຼື ຕິດຕໍ່ກັບອົງການຂອງລັດຖະບານ;

 

ນອກນີ້, ຍັງເປັນພື້ນ ຖານທີ່ສໍາຄັນສໍາລັບການສົ່ງເສີມເສດຖະກິດດິຈິຕ໋ອນ ສ້າງໂອກາດໃຫ້ບັນດາຫົວໜ່ວຍທຸລະກິດເຕີບໂຕ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ.

 

ສໍາລັບລັດຖະບານ, ມີຖານຂໍ້ມູນພົນລະເມືອງທີ່ຖືກຕ້ອງ ແລະ ທັນສະໄໝ ຈະຊ່ວຍໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມມີປະສິດທິພາບສູງຂຶ້ນ ສາມາດວິເຄາະຂໍ້ມູນ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຢ່າງຖືກຕ້ອງ ຊັດເຈນ.

 

ບັດປະຈໍາຕົວປະຊາຊົນແບບດິຈິຕອນແມ່ນມີລະບົບຖານຂໍ້ມູນທີ່ມີຄວາມປອດໄພ ແລະ ແມ່ນບຸລິມະສິດອັນດັບໜຶ່ງຂອງກະຊວງປ້ອງກັນຄວາມສະຫງົບ, ບັດປະຈໍາຕົວປະຊາຊົນແບບດິຈິຕ໋ອນຖືກອອກແບບສະເພາະດ້ວຍລະບົບຄວາມປອດໄພສູງ ທີ່ທັນສະໄໝ, ເພື່ອຮັບປະກັນໃຫ້ພົນລະເມືອງມີຄວາມໝັ້ນໃຈ ຂໍ້ມູນຖືກປ້ອງກັນການປອມແປງ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການກໍ່ອາດຊະຍາກຳ.

 

ການພັດທະນາບັດປະຈໍາຕົວປະຊາຊົນ ແບບດີຈີຕ໋ອນ ຍັງເປັນສ່ວນໜື່ງຂອງການພັດທະນາພື້ນຖານໂຄງລ່າງ ຍຸກດິຈິຕ໋ອນ ສປປ ລາວ ນີ້ຈະຊ່ວຍໃຫ້ພົນລະເມືອງທຸກຄົນມີການເຂົ້າ ເຖິງເຕັກໂນໂລຊີເທົ່າທຽມກັນ.

 

ການປ່ຽນແປງນີ້ບໍ່ພຽງແຕ່ກ່ຽວກັບເຕັກໂນໂລຢີເທົ່ານັ້ນ ແຕ່ມັນເປັນການປ່ຽນແປງທີ່ຈະສ້າງໂອກາດ ແລະ ຄວາມສະເໝີພາບຂອງປະຊາຊົນລາວ ພວກເຮົາຮ່ວມກັນກ້າວໄປສູ່ອະນາຄົດດີຈີຕອນທີ່ທັນສະໄໝ ແລະ ກ້າວໜ້າຂອງ ສປປ ລາວ.

 

ຂໍ້ມູນ: ກົມສື່ມວນຊົນ ປກສ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ