_cover - 2025-07-29T142159.636
ຈີນສະເໜີເງິນ 3,600 ຫຍວນ ໃຫ້ພໍ່ແມ່ ເພື່ອກະຕຸ້ນອັດຕາການເກີດທີ່ຫຼຸດລົງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 July, 2025

ຜູ້ປົກຄອງໃນຈີນຈະໄດ້ຮັບເງິນອຸດໜູນ 3,600 ຫຍວນ ຕໍ່ປີສຳລັບລູກແຕ່ລະຄົນທີ່ມີອາຍຸຕ່ຳກວ່າ 3 ປີ ຊຶ່ງຖືເປັນເງິນອຸດໜູນຄັ້ງທຳອິດຂອງລັດຖະບານຈີນ ທີ່ຫວັງກະຕຸ້ນອັດຕາການເກີດ

 

ລັດຖະບານຈີນໄດ້ປະກາດມາດຕະການອຸດໜູນທາງການເງິນແກ່ຜູ້ປົກຄອງເປັນຄັ້ງທຳອິດທົ່ວປະເທດ ເພື່ອເປົ້າໝາຍໃນການກະຕຸ້ນອັດຕາການເກີດທີ່ຫຼຸດລົງ ຜູ້ປົກຄອງຈະໄດ້ຮັບເງິນສະໜັບສະໜູນ 3,600 ຫຍວນຕໍ່ປີ ສຳລັບລູກແຕ່ລະຄົນທີ່ອາຍຸຕ່ຳກວ່າ 3 ປີ ມາດຕະການນີ້ເກີດຂຶ້ນເຖິງວ່າພັກຄອມມິວນິສຈີນຈະຍົກເລີກນະໂຍບາຍລູກຄົນດຽວ ມາເກືອບ 10 ປີແລ້ວ ແຕ່ຈຳນວນປະຊາກອນເກີດໃໝ່ຂອງປະເທດກໍຍັງຄົງຫຼຸດລົງຢ່າງຕໍ່ເນື່ອງ

Digital Marketing Agency in Laos - Emerging Digital Solutions

 

ສື່ຂອງລັດຖະບານຈີນລະບຸວ່າ ເງິນຊ່ວຍເຫຼືອນີ້ຈະຊ່ວຍບັນເທົາພາລະຄ່າໃຊ້ຈ່າຍໃນການລ້ຽງດູລູກແກ່ຄອບຄົວປະມານ 20 ລ້ານຄົວເຮືອນ ໂຄງການນີ້ຊຶ່ງປະກາດເມື່ອ ວັນທີ່ 28 ກໍລະກົດ 2025 ທີ່ຜ່ານມາ

 

ຈະມອບເງິນລວມສູງສຸດ 10,800 ຫຍວນ ຕໍ່ລູກໜຶ່ງຄົນ ແລະ ຈະມີການຍ້ອນຫລັງການບັງຄັບໃຊ້ໄປຕັ້ງແຕ່ຕົ້ນປີນີ້ ຕາມການລາຍງານຂອງສະຖານີໂທລະທັດຊີຊີທີວີ ຄອບຄົວທີ່ມີລູກທີ່ເກີດລະຫວ່າງປີ 2022 ເຖິງ 2024 ກໍສາມາດຍື່ນຂໍຮັບເງິນອຸດໜູນບາງສ່ວນໄດ້ເຊັ່ນກັນ

 

ກ່ອນໜ້ານີ້ ຫຼາຍແຂວງທົ່ວປະເທດຈີນໄດ້ລອງການຈ່າຍເງິນເພື່ອສົ່ງເສີມໃຫ້ປະຊາຊົນມີລູກຫຼາຍຂຶ້ນ ເນື່ອງຈາກຈີນກຳລັງປະເຊີນກັບວິກິດການດ້ານປະຊາກອນສາດທີ່ກຳລັງຈະມາເຖິງ ເຊັ່ນໃນເດືອນມີນາທີ່ຜ່ານມາ ເມືອງຮູຮອດ ທາງຕອນເໜືອຂອງຈີນ ເລີ່ມສະເໜີເງິນສູງສຸດ 100,000 ຫຍວນຕໍ່ທາລົກໜຶ່ງຄົນ

 

ສຳລັບຄູ່ຮັກທີ່ມີລູກຢ່າງໜ້ອຍ 3 ຄົນ ສ່ວນເມືອງເສີ່ນຫຍາງ ທາງຕາເວັນອອກສຽງເໜືອຂອງປັກກິ່ງ ສະເໜີເງິນ 500 ຫຍວນຕໍ່ເດືອນ ໃຫ້ກັບຄອບຄົວໃນທ້ອງຖິ່ນທີ່ມີລູກຄົນທີ່ສາມທີ່ອາຍຸຕ່ຳກວ່າ 3 ປີ ນອກຈາກນີ້ ເມື່ອອາທິດທີ່ຜ່ານມາ ກຸງປັກກິ່ງຍັງໄດ້ກະຕຸ້ນໃຫ້ລັດຖະບານທ້ອງຖິ່ນຮ່າງແຜນການດຳເນີນງານສຳລັບການສຶກສາປະຖົມໄວຟຣີອີກດ້ວຍ

 

ຈາກຜົນການສຶກສາຂອງ YuWa Population Research Institute ຊຶ່ງຕັ້ງຢູ່ໃນຈີນ ລະບຸວ່າປະເທດຈີນເປັນໜຶ່ງໃນປະເທດທີ່ມີຄ່າໃຊ້ຈ່າຍໃນການລ້ຽງລູກສູງທີ່ສຸດໃນໂລກເມື່ອທຽບກັບລາຍໄດ້ ໂດຍສະເລ່ຍແລ້ວ ການລ້ຽງລູກໜຶ່ງຄົນຈົນເຖິງອາຍຸ 17 ປີໃນຈີນມີຄ່າໃຊ້ຈ່າຍປະມານ 75,700 ດອນລາສະຫະລັດ

 

ໃນເດືອນມັງກອນທີ່ຜ່ານມາ ຕົວເລກທາງການສະແດງໃຫ້ເຫັນວ່າຈຳນວນປະຊາກອນຂອງຈີນຫຼຸດລົງເປັນປີທີ່ສາມຕິດຕໍ່ກັນໃນປີ 2024 ຕາມຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດ

 

ຈີນມີທາລົກເກີດໃໝ່ 9.54 ລ້ານຄົນໃນປີ 2024 ຊຶ່ງເພີ່ມຂຶ້ນເລັກນ້ອຍຈາກປີກ່ອນໜ້າ ແຕ່ຈຳນວນປະຊາກອນໂດຍລວມຂອງປະເທດຍັງຄົງຫຼຸດລົງ ນອກຈາກນີ້ ປະຊາກອນ 1.4 ພັນລ້ານຄົນຂອງປະເທດກໍກຳລັງເຂົ້າສູ່ສັງຄົມສູງອາຍຸຢ່າງໄວຊຶ່ງຍິ່ງເພີ່ມຄວາມກັງວົນດ້ານປະຊາກອນສາດໃຫ້ແກ່ລັດຖະບານປັກກິ່ງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
pele - 2025-10-16T090511.350
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 16/10/2025
jane - 2025-10-16T090043.893
ລາຍງານສະພາບອາກາດປະຈໍາເຊົ້າວັນທີ 16 ຕຸລາ 2025
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
ຢ່າລື່ມກົດຕິດຕາມ