
ງານວິໄຈຫຼ້າສຸດທີ່ຕີພິມໃນວາລະສານ Nature Communications ເມື່ອວັນທີ່ 22 ກໍລະກົດ 2025 ເປີດເຜີຍໃຫ້ເຫັນຜົນກະທົບທີ່ລຶກເຊິ່ງຂອງການລະບາດໃຫຍ່ຂອງ COVID-19 ຕໍ່ສະໝອງມະນຸດ
ໂດຍລະບຸວ່າ ສະໝອງຂອງຄົນເຮົາແກ່ຊາລົງເລັວຂຶ້ນ ໃນຊ່ວງໂຄວິດ ບໍ່ວ່າຈະເຄີຍຕິດເຊື້ອຫຼືບໍ່ກໍຕາມ, ທີມນັກວິໄຈຊີ້ໃຫ້ເຫັນວ່າ”ພາວະສະໝອງແກ່ໄວຂຶ້ນ” ນີ້ບໍ່ໄດ້ເກີດຈາກໄວຣັດ COVID-19 ໂດຍກົງເທົ່ານັ້ນ.
ແຕ່ປັດໄຈທາງຈິດໃຈ ແລະ ສັງຄົມ ທີ່ເກີດຂຶ້ນໃນຊ່ວງການລະບາດ ເຊັ່ນ: ຄວາມຄຽດສູງ ການແຍກຕົວທາງສັງຄົມ ລາຍໄດ້ຫຼຸດລົງ ແລະ ຄວາມບໍ່ໝັ້ນຄົງໃນການດຳລົງຊີວິດ ກໍມີຜົນຕໍ່ສະໝອງຢ່າງຊັດເຈນ “ນີ້ເປັນຫລັກຖານຊັດເຈນວ່າການໃຊ້ຊີວິດໃນຊ່ວງການລະບາດໃຫຍ່ສົ່ງຜົນໃຫ້ສະໝອງມີລັກສະນະປ່ຽນແປງໃນແບບທີ່ພົບໃນຜູ້ສູງອາຍຸ” ທີມວິໄຈກ່າວ
ກຸ່ມສ່ຽງທີ່ໄດ້ຮັບຜົນກະທົບຮຸນແຮງ
ການຄົ້ນຄວ້າຍັງພົບວ່າຜົນກະທົບຂອງໂຄວິດຕໍ່ສະໝອງມີຄວາມຮຸນແຮງຫຼາຍຂຶ້ນໃນບາງກຸ່ມປະຊາກອນ ໄດ້ແກ່:
• ຜູ້ຊາຍ
• ຜູ້ສູງອາຍຸ
• ຜູ້ທີ່ມີສຸຂະພາບຮ່າງກາຍບໍ່ດີ
• ຜູ້ທີ່ມີລາຍໄດ້ນ້ອຍ ການສຶກສາຕໍ່າ ຫຼື ທີ່ຢູ່ອາໄສບໍ່ໝັ້ນຄົງ
ໂດຍສະເພາະກຸ່ມທີ່ມີ “ສະຖານະການຈ້າງງານບໍ່ໝັ້ນຄົງ” ຈະມີອາຍຸສະໝອງເພີ່ມຂຶ້ນໂດຍສະເລ່ຍເຖິງ 5 ເດືອນ ເທົ່າກັບຜູ້ມີວຽກໝັ້ນຄົງ ສ່ວນຜູ້ທີ່ສຸຂະພາບບໍ່ດີຈະມີອາຍຸສະໝອງເພີ່ມຂຶ້ນປະມານ 4 ເດືອນ ເມື່ອເທົ່າກັບຜູ້ທີ່ມີສຸຂະພາບດີ
“ອາຍຸສະໝອງ” ໝາຍເຖິງຫຍັງ?
ໃນງານຄົ້ນຄວ້ານີ້ ນັກຄົ້ນຄວ້າໃຊ້ຂໍ້ມູນຈາກການສະແກນສະໝອງ ແລະ ໂມເດລປັນຍາປະດິດ (AI) ເພື່ອຄິດໄລ່ “ອາຍຸສະໝອງ” (Brain Age) ຊຶ່ງເປັນຕົວຊີ້ວັດວ່າສະໝອງຂອງບຸກຄົນມີສະພາບໃກ້ຄຽງກັບອາຍຸເທົ່າໃດ
ຫາກ “ອາຍຸສະໝອງ” ຫຼາຍກວ່າອາຍຸຈິງ ແປວ່າສະໝອງມີການເສື່ອມໄວກວ່າເກນ ຊຶ່ງອາດເພີ່ມຄວາມສ່ຽງຕໍ່ພາວະສະໝອງເສື່ອມ ແລະ ໂລກຕ່າງໆ ໃນອະນາຄົດ
ອ້າງອີງ: Jahanshad, N. et al. (2025). Brain ageing trajectories during the COVID-19 pandemic. Nature Communications.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














