_cover - 2025-07-29T162928.540
"ປັກກິ່ງ" ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນ ຝົນຕົກໜັກທຸບສະຖິຕິ ສັ່ງອົບພະຍົບນັບແສນຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 July, 2025
ໝວດ: ຂ່າວ

ປະທານາທິບໍດີສີ ຈິ້ນຜິງຂອງຈີນເປີດເຜີຍວ່າ ປະເທດກຳລັງປະເຊີນໜ້າ “ຄວາມສູນເສຍຢ່າງໜັກ” ຈາກອຸທົກໄພທີ່ເກີດຂຶ້ນຢ່າງທັນທີທັນໃດໃນນະຄອນຫຼວງປັກກິ່ງ ແລະອີກ 3 ແຂວງ ໄດ້ແກ່: ເຫີ່ເປ້ຍ, ຈີ່ຫຼິນ ແລະ ຊານຕົງ ພ້ອມສັ່ງການໃຫ້ເຈົ້າໜ້າທີ່ທຸກລະດັບເລັ່ງປະຕິບັດພາລະກິດຄົ້ນຫາ ແລະ ຊ່ວຍເຫຼືອປະຊາຊົນຢ່າງເຕັມກຳລັງ

 

ສະຖານີໂທລະທັດຊີຊີທີວີຂອງຈີນລາຍງານວ່າ ຍອດຜູ້ເສຍຊີວິດຈາກເຫດອຸທົກໄພໃນນະຄອນຫຼວງປັກກິ່ງເພີ່ມຂຶ້ນເປັນຢ່າງໜ້ອຍ 30 ຄົນ ແລ້ວ ແລະ ມີປະຊາຊົນອົບພະຍົບອອກຈາກພື້ນທີ່ແລ້ວກວ່າ 80,000 ຄົນ

 

ຫຼັງປະເຊີນໜ້າຝົນຕົກໜັກສະສົມຕໍ່ເນື່ອງໃນຊ່ວງນີ້  ໂດຍໃນວັນຈັນ (28 ກໍລະກົດ) ພຽງມື້ດຽວ ປັກກິ່ງມີປະລິມານຝົນສູງສຸດເຖິງ 543.4 ມິນລິແມັດ ຊຶ່ງເກືອບເທົ່າກັບຄ່າສະເລ່ຍປະລິມານຝົນທັງປີຂອງນະຄອນຫຼວງຈີນທີ່ຢູ່ທີ່ປະມານ 600 ມິນລິແມັດ

 

ນະຄອນຫຼວງປັກກິ່ງໄດ້ປະກາດເຕືອນໄພຝົນຕົກໜັກ ແລະ ນ້ຳຖ້ວມລະດັບສູງສຸດ ເມື່ອວັນທີ່ 28 ກໍລະກົດ ທີ່ຜ່ານມາ ໂດຍຝົນເລີ່ມຕົກຕັ້ງແຕ່ວັນພຸດທີ່ແລ້ວ (23 ກໍລະກົດ) ແລະ ຮຸນແຮງຫຼາຍຂຶ້ນໃນຊ່ວງທ້າຍອາທິດ ສົ່ງຜົນໃຫ້ເກີດນ້ຳຖ້ວມທັນທີທັນໃດ ດິນເຈື່ອນ ແລະ ຄວາມເສຍຫາຍຕໍ່ໂຄງສ້າງພື້ນຖານຈຳນວນຫຼາຍ

 

ໜຶ່ງໃນເຫດການທີ່ເປັນຕາຍ້ານທີ່ສຸດເກີດຂຶ້ນທີ່ ເມືອງມີ່ຫຍວິນ (Miyun) ຊານນະຄອນຫຼວງປັກກິ່ງ ເມື່ອເກີດດິນເຈື່ອນໂຖມໃສ່ບ້ານ 2 ຊັ້ນຈົນເກີດຮູໃຫຍ່ເທິງຊັ້ນ 2 ດິນປະລິມານກວ່າ 3 ແມັດກ້ອນ ພຸ່ງເຂົ້າບ້ານ ຈົນຝັງຕຽງໃນຫ້ອງນອນໄວ້ໃຕ້ກອງໂຄນຕົມ ແລະ ຫີນຈຳນວນຫຼາຍ ໂຊກດີບໍ່ມີລາຍງານຜູ້ເສຍຊີວິດຈາກເຫດການນີ້ ແຕ່ກໍສະທ້ອນຄວາມຮຸນແຮງຂອງໄພພິບັດຄັ້ງນີ້ໄດ້ຢ່າງຊັດເຈນ

 

ທາງການມີ່ຫຍວິນເປີດເຜີຍວ່າ ໄດ້ອົບພະຍົບປະຊາຊົນຫຼາຍກວ່າ 4,400 ຄົນອອກຈາກໝູ່ບ້ານຕ່າງໆ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນແລ້ວ ໂດຍແມ່ນ້ຳເຈົ້າ (Chao River) ທີ່ໄຫຼຜ່ານພື້ນທີ່ໄດ້ລົ້ນຝັ່ງເຂົ້າຖ້ວມຖະໜົນຫົນທາງ ແລະ ພື້ນທີ່ການກະເສດ ເຮັດໃຫ້ພືດພັນ ໂດຍສະເພາະໄຮ່ຂ້າວໂພດ ເສຍຫາຍເປັນວົງກວ້າງ

 

ສູນກາງອຸຕຸນິຍົມວິທະຍາກາງຂອງຈີນ ເຕືອນເພີ່ມເຕີມວ່າ ພາກເໜືອຂອງຈີນຈະຍັງປະເຊີນໜ້າຝົນຕົກໜັກຕໍ່ເນື່ອງອີກຢ່າງໜ້ອຍ 3 ວັນ ເຮັດໃຫ້ຄວາມສ່ຽງຂອງນ້ຳຖ້ວມ ແລະ ດິນເຈື່ອນຍັງຄົງຢູ່ໃນລະດັບສູງ

 

ນັກວິທະຍາສາດດ້ານພະຍາກອນອາກາດເຕືອນວ່າ ສິ່ງທີ່ເກີດຂຶ້ນໃນຊ່ວງສອງສາມປີຫຼັງ ເຊັ່ນການທີ່ພື້ນທີ່ແຫ້ງແລ້ງຢ່າງພາກເໜືອຂອງຈີນມີຝົນຕົກໜັກ ແລະ ຖີ່ຂຶ້ນ ສະທ້ອນເຖິງຜົນກະທົບຂອງພາວະໂລກຮ້ອນຢ່າງຊັດເຈນ ເມື່ອອຸນນະພູມສະເລ່ຍຂອງໂລກສູງຂຶ້ນ ວັດຈັກນ້ຳກໍປ່ຽນແປງໄປ ເຮັດໃຫ້ບາງພື້ນທີ່ເຈົ້າກັບຝົນຕົກໜັກຜິດປົກກະຕິ ຂະນະທີ່ພື້ນທີ່ອື່ນອາດເຜົ້າປະເຊີນໜ້າກັບໄພແລ້ງຮຸນແຮງ

 

ອຸທົກໄພໃນຈີນຄັ້ງນີ້ ຈຶ່ງເປັນຫຼາຍກວ່າໄພທຳມະຊາດ  ແຕ່ເປັນຄຳເຕືອນທີ່ດັງຂຶ້ນເລື້ອຍໆ ວ່າເຮົາກຳລັງເຂົ້າສູ່ຍຸກທີ່ການປີ່ຽນແປງສະພາບພູມິອາກາດສົ່ງຜົນກະທົບແບບກະທັນຫັນ ແລະ ບໍ່ມີສະຖານທີ່ໃດໃນໂລກທີ່ປອດໄພຈາກໄພທຳມະຊາດຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ