_cover - 2025-07-30T094634.311
ເຕືອນສຶນາມິ ຍີ່ປຸ່ນ-ຣັດເຊຍ ຫຼັງເກີດແຜ່ນດິນໄຫວຮຸນແຮງ 8.7 ໃນພື້ນທີ່ຕາເວັນອອກຂອງຣັດເຊຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 July, 2025

ມີການອອກຄຳເຕືອນ “ສຶນາມິ” ສຳລັບບາງພື້ນທີ່ຂອງຣັດເຊຍ ແລະ ຍີ່ປຸ່ນ ຫຼັງເກີດແຜ່ນດິນໄຫວຮຸນແຮງຂະໜາດ 8.7 ໃນຊ່ວງເຊົ້າວັນນີ້ 30 ກໍລະກົດ 2025 ນອກຊາຍຝັ່ງທາງຕາເວັນອອກໄກທີ່ມີປະຊາກອນເບົາບາງຂອງຣັດເຊຍ

 

ແຜ່ນດິນໄຫວເກີດຂຶ້ນຫ່າງຈາກເມືອງເປໂຕຣປາຟລອຟສກ-ຄັມຊັດສກີ ຂອງຣັດເຊຍ ປະມານ 136 ກິໂລແມັດ ທີ່ຄວາມເລິກ 19 ກິໂລແມັດ ຕາມລາຍງານຂອງສຳນັກສຳຫຼວດທໍລະນີວິທະຍາສະຫະລັດ (USGS) ນັບເປັນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ປີ 2011 ຊຶ່ງໃນປີນັ້ນເກີດແຜ່ນດິນໄຫວລະດັບ 9.0-9.1 ທາງຕາເວັນອອກສຽງເໜືອຂອງຍີ່ປຸ່ນ

Digital Marketing Agency in Laos - Emerging Digital Solutions

 

แຜ່ນດິນໄຫວຂະໜາດ 8.7 ໃກ້ຣັດເຊຍ

ປະກາດໄພສຶນາມິຂອງຝັ່ງຣັດເຊຍເກີດຂຶ້ນຕາມແນວຊາຍຝັ່ງໃນຄາບສະໝຸດຄັມຊັດກາຂອງຣັດເຊຍ ຊຶ່ງທາງທ້ອງຖິ່ນຮຽກຮ້ອງໃຫ້ປະຊາຊົນຫຼີກເວັ້ນພື້ນທີ່ຊາຍຝັ່ງ ໂດຍລະບຸວ່າສາມາດກວດພົບຄື່ນໃຫຍ່ທີ່ມີຄວາມສູງປະມານ 3-4 ແມັດ

 

ໃນຂະນະດຽວກັນ ທີ່ຍີ່ປຸ່ນໄດ້ອອກຄຳເຕືອນໄພສຶນາມິສຳລັບຊາຍຝັ່ງມະຫາສະໝຸດປາຊິຟິກ ໂດຍສຳນັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນເຕືອນວ່າອາດມີຄື່ນສູງເຖິງ 1 ແມັດທີ່ຍີ່ປຸ່ນໃນຊ່ວງລະຫວ່າງເວລາ 10.00-11.00 ຕາມເວລາທ້ອງຖິ່ນ ແລະໄດ້ເຕືອນປະຊາຊົນໃຫ້ຢູ່ຫ່າງຈາກຊາຍຝັ່ງ

 

ສູນກາງເຕືອນໄພສຶນາມິປາຊິຟິກລະບຸວ່າຈາກຂໍ້ມູນເບື້ອງຕົ້ນຂອງແຜ່ນດິນໄຫວ ມີຄວາມເປັນໄປໄດ້ທີ່ຈະເກີດຄື່ນສຶນາມິທີ່ເປັນອັນຕະລາຍເປັນວົງກວ້າງ

 

ນອກຈາກນີ້ຍັງມີການອອກປະກາດເຕືອນໄພສຶນາມິສຳລັບເກາະຮາວາຍ ແລະ ຄຳແນະນຳໄພສຶນາມິສຳລັບບາງສ່ວນຂອງຫມູ່ເກາະອະລູຊຽນໃນລັດອະແລສກາດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ