_cover - 2025-07-30T113201.978
ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 July, 2025
ໝວດ: ຂ່າວ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ນຳພາ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມ ສະຫະພັນ​ ຣັດເຊຍ ຢ່າງເປັນທາງການໃນໄວໆນີ, ໃນໂອກາດນີ ຈຶ່ງຢາກສື່ສານເຖິງເພື່ອນມິດ ຣັດເຊຍ ຜ່ານສຳນັກຂ່າວສານ TASS, ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງ ຣັດເຊຍ.

 

ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ

 

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວຣັດເຊຍ ໄດ້ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະ ທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີສະຫະພາບໂຊວຽດ ສະໜັບສະໜູນ ຊ່ວຍເຫຼືອພາລະກິດປະຕິວັດ ຂອງ ລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມື ຂອງພວກເຮົາມາຈົນເຖິງທຸກມື້ນີ້.

 

ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນ ລາວຣັດເຊຍ ນັ້ນແມ່ນ ການ ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງ ລະຫວ່າງ ລາວ ແລະ ສະຫະພາບ ໂຊວຽດ ເມື່ອວັນທີ 7 ຕຸລາ 1960.

 

Beautiful national state flags of laos and russia together on blue sky. 3d artwork | Premium Photo

 

ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ໃນປີ 1975 ສະຫະພາບ ໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງຫຼວງຫຼາຍ ໃຫ້ແກ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫຼັງສົງຄາມທຳລາຍອັນໜັກໜ່ວງ, ຊ່ວຍເຫຼືອ ລາວ ໃນການຮຳບາດແຜສົງຄາມ, ການສຶກສາ, ສາທາລະນະສຸກ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຟື້ນຟູເສດຖະກິດ.

 

ວັນທີ 31 ທັນວາ 1991 ສປປ ລາວ ໄດ້ປະກາດຮັບຮູ້ ສະຫະພັນ ຣັດເຊຍ ເປັນຜູ້ສືບທອດທີ່ຖືກຕ້ອງ ຈາກສະຫະພາບ ໂຊຫວຽດ, ຫຼັງຈາກນັ້ນ, ໄດ້ລົງນາມສົນທິສັນຍາ ວ່າດ້ວຍພື້ນຖານ ການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະຫະພັນ ຣັດເຊຍ ໃນປີ 1994 ເພື່ອເສີມສ້າງສາຍພົວພັນຮ່ວມມືໃນໄລຍະໃໝ່.

 

ຮອດປີ 2011, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີປາຊີຟິກ; ປີ 2013 ໄດ້ມີການສ້າງສູນວັດທະນະທຳ ແລະ ວິທະຍາສາດຂອງຣັດເຊຍຄືນໃໝ ຢູ່ ນະຄອນຫຼວງວຽງຈັນ ອັນໄດ້ປະກອບສ່ວນສຳຄັນໃນການສົ່ງເສີມວຽກງານແລກປ່ຽນວັດທະນະທຳ ແລະ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ລາວ ແລະ ຣັດເຊຍ.

 

ພວກເຮົາມີຄວາມເພິ່ງພໍໃຈ ທີ່ເຫັນວ່ານັບແຕ ປີ 2014 ເປັນຕົ້ນມາ ການພົວພັນຮ່ວມມື ລາວຣັດ​ເຊຍ ໄດ້ຮັບການເປີດກວ້າງ ໄປສູ່ເກືອບ​ທຸກ​ຂະແໜງການຮ່ວມມື ທີ່ສອງຝ່າຍມີທ່າແຮງ.

 

 

ຜົນສຳເລັດທີ່ໜ້າຍິນດີໃນການຮ່ວມມື ດ້ານການເມືອງ ແລະ ຄວາມຫມັ້ນຄົງ, ສອງຝ່າຍໄດ້​ແລ​ກປ່ຽນ​ຢ້ຽມຢາມ​ເຊິ່ງກັນແລະ ກັນໃນ​ຫລາຍລະດັບ ແລະ ຂົງເຂດວຽກງານ ນັບ​ແຕ່ລະດັບ​ ວິຊາ​ການ ຈົນ​ເຖິງການ​ນໍາ​ລະດັບ​ສູງ​ຂອງ​ສອງ​ປະ​ເທດ; ການພົວພັນໃນຂອບວຽກງານສາຍພັກ, ໄດ້ມີການພົວພັນກັນຢ່າງສະໜິດແໜ້ນ; ສະຫະພັນ ຣັດເຊຍ ໄດ້ສືບຕໍ່ສ້າງບຸກຄະລາກອນ ໃນຂົງເຂດຕ່າງໆ ລວມທັງ ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ ໃຫ້ແກ່ ສປປ ລາວ,

 

ນອກຈາກນັ້ນ . ຣັດເຊຍ ຍັງໄດ້ສືບຕໍ່ຊ່ວຍເຫຼືອລາວ ທາງດ້ານການສຶກສາ, ສາທາລະນະສຸກ. ຊຸມປີຫຼັງມານີ້, ຣັດເຊຍ ໄດ້ສົ່ງທີມວິຊາການ ມາຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ ທີ່ຕົກຄ້າງມາແຕ່ສະໄໝສົງຄາມ ຈາກການຖິ້ມລະເບີດ ຂອງກອງທັບອາກາດ ສະຫະລັດ ອາເມຣິກາ ຊຶ່ງຖືວ່າເປັນຮ່ອງຮອຍເສດເຫຼືອຈາກສົງຄາມ ທີ່ສ້າງຄວາມເຈັບປວດໃຫ້ແກ ປະຊາຊົນ ລາວ ແລະ ເຮັດໃຫ້ຄົນ ລາວ ຍັງສືບຕໍ່ປະສົບກັບຄວາມຫາຍະນະຈົນເທົ່າທຸກວັນນີ້.

 

ນີ້ສະແດງໃຫ້ເຫັນ ເຖິງການຮ່ວມມືທາງດ້ານມະນຸດສະທຳ ທີ່ຣັດເຊຍ ມີໃຫ້ແກ່ ປະຊາຊົນ ລາວ ຂອງພວກຂ້າພະເຈົ້າ ແລະ ຂົງເຂດສຳຄັນອື່ນໆອີກ. ປະຊາຊົນລາວ ຍາມໃດກໍຈົດຈຳ, ຮູ້ບຸນຄຸນ ຕໍ່ນໍ້າໃຈອັນງົດງາມ ແລະ ສູງສົ່ງຂອງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ຢ່າງບໍ່ມີວັນຫຼົງລືມໄດ້.

 

ປີນີ້ ຢູ່ ມົດສະກູ ໄດ້ມີພິທີອັນຍິ່ງໃຫຍ່ ເພື່ອສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງ ມະຫາໄຊຊະນະສົງຄາມປົກປ້ອງປິຕຸພູມ ຂອງ ຣັດເຊຍ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025, ເຊິ່ງເປັນເຫດການໜຶ່ງທີ່ສໍາຄັນໃນປະຫວັດສາດຂອງປະຊາຊາດ ຣັດເຊຍ ແລະ ຂອງມວນມະນຸດ ໃນທົ່ວໂລກ. ສປປ ລາວ ໄດ້ຮັບກຽດເປັນຢ່າງສູງທີ່ ກອງທັບລາວ ໄດ້ສົ່ງກ້ອນກໍາລັງທີ່ເປັນຕົວແທນຂອງຕົນ ເຂົ້າຮ່ວມເດີນສວນສະໜາມ ຢູ່ທີ່ຈະຕຸລັດແດງ ທີ່ຍິ່ງໃຫຍ່ໃນວັນບຸນມະໂຫລານ ທີ່ຍິ່ງໃຫຍ່ດັ່ງກ່າວ.

 

ການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນຂອງສອງປະເທດ ກໍກຳລັງມີຄວາມຄືບໜ້າມາເປັນລຳດັບ, ເປັນຕົ້ນແມ່ນດ້ານອຸດສາຫະກຳຂຸດຄົ້ນປຸງແຕ່ງແຮ່ທາດ, ດ້ານພະລັງງານ ແລະ ອື່ນໆ.

 

ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການແລກປ່ຽນດ້ານວັດທະນະທຳ ແລະ ຂົງເຂດອື່ນໆ ກໍມີຜົນສຳເລັດຫຼາຍປະການ ຕະຫຼອດຫຼາຍທົດສະວັດຜ່ານມາ, ໂດຍສະເພາະແມ່ນ ຂະແຫນງການກໍ່ສ້າງຊັບພະຍາກອນມະນຸດ ທີ່ເປັນມູນເຊື້ອ ແຫ່ງການສະໜັບສະໜູນ ຈາກຣັດເຊຍໃຫ້ແກ່ ລາວ ມາແລ້ວນັ້ນ, ໄດ້ສ້າງ ແລະ ສືບຕໍ່ສ້າງໃຫ້ລາວ ມີຊັບພະຍາກອນບຸກຄົນ ທີ່ເປັນກຳລັງແຮງອັນໃຫຍ່ຫຼວງໃນການພັດທະນາປະເທດຊາດຂອງລາວ ຈົນເຖິງປັດຈຸບັນນີ້ ແລະ ໃນອະນາຄົດ.

 

 

ເວົ້າເຖິງການພົວພັນ ລະຫວ່າງ ປະຊາຊົນ ກັບປະຊາຊົນ ແມ່ນນັບມື້ນັບຂະຫຍາຍຕົວ, ຕົວເລກນັກທ່ອງທ່ຽວ ຈາກ ຣັດເຊຍ ໄປ ສປປ ລາວ ເພີ່ມຂຶ້ນ ທຸກປີ, ສຳລັບປີ 2024 ມີປະມານ 48.000 ກວ່າ ເທື່ອຄົນ ແລະ ຫວັງວ່າ ຈະໄດ້ຮັບຕ້ອນນັກທ່ອງທ່ຽວຈາກ ຣັດເຊຍ ເພື່ອນມິດ ນັບມື້້ນັບຫຼາຍຂຶ້ນ.

 

ສຳລັບ ການຮ່ວມມືໃນຂອບຫລາຍຝ່າຍ, ສອງຝ່າຍໄດ້ໃຫ້ການສະຫນັບສະຫນູນ ເຊິ່ງກັນແລະກັນ ຢ່າງສະເໝີຕົ້ນສະເໝີປາຍ, ມີທັດສະນະທີ່ຄ້າຍຄືກັນໃນຫຼາຍບັນຫາ, ສະໜັບສະໜູນບັນດາຫຼັກການພື້ນຖານຂອງການພົວພັນສາກົນ, ສົ່ງເສີມລັດທິຫຼາຍຝ່າຍ ແລະ ການສ້າງລະບຽບໂລກຫຼາຍຂົ້ວທີ່ມີຄວາມເປັນທຳ. ຂ້າພະເຈົ້າ ຊື່ນຊົມຕໍ່ບົດບາດຂອງ ຣັດເຊຍ ທີ່ເປັນໜຶ່ງໃນເສົາຄໍ້າ ຂອງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ທີ່ກຳລັງປັ່ນປ່ວນນີ້.

 

ໃນຂອບ ອາຊຽນ, ຣັດເຊຍ ເປັນໜຶ່ງໃນບັນດາຄູ່ເຈລະຈາ ທີ່ສໍາຄັນຂອງ ອາຊຽນ, ສປປ ລາວ ຕີລາຄາສູງການພົວພັນຮ່ວມມື ຢ່າງມີໝາກຜົນ ລະຫວ່າງ ອາຊຽນ ແລະ ຣັດເຊຍ ຕະຫຼອດໄລຍະຫຼາຍກວ່າ 3 ທົດສະວັດ ທີ່ຜ່ານມາ.

 

ໃນປີ 2016 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2, ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ເປັນປະທານຮ່ວມ ກັບ ທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ສະເຫຼີມສະຫຼອງ ການພົວພັນຮ່ວມມື ອາຊຽນຣັດເຊຍ ຄົບຮອບ 20 ປີ ທີ່ໂຊຈິ ດ້ວຍຜົນສຳເລັດຢ່າງຈົບງາມ.

 

ໃນຖານະທີ່ ອາຊຽນຣັດເຊຍ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2018, ສປປ ລາວ ມີຄວາມຍິນດີ ທີ່ເຫັນວ່າ ຣັດເຊຍ ມີການປະກອບສ່ວນທີ່ສຳຄັນ ເຂົ້າໃນການສະ ໜັບສະໜູນ ແລະ ຍົກສູງບົດບາດຄວາມເປັນແກນກາງຂອງ ອາຊຽນ ໃນບັນດາກົນໄກຮ່ວມມືຕ່າງໆ, ພ້ອມກັນນັ້ນ ໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍ ຄູ່ຮ່ວມຍຸດທະສາດແນໃສ່ຍົກລະດັບການພົວພັນຮ່ວມມື ອາຊຽນຣັດເຊຍ ໃຫ້ກ້າວໄປສູ່ຍອດສູງໃໝ່ ແລະ ປີ 2026 ທີ່ຈະມາເຖິງນີ້, ພວກເຮົາຈະໄດ້ຮ່ວມກັນ ສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງຂີດໝາຍທີ່ສຳຄັນ ຂອງການພົວພັນຮ່ວມມື ອາຊຽນຣັດເຊຍ.

 

ເພື່ອນມິດ ຣັດເຊຍ ທີ່ນັບຖືຮັກແພງ ທັງຫຼາຍ,ການຢ້ຽມຢາມ ຣັດເຊຍ ຂອງ ຂ້າພະເຈົ້າ ໃນຄັ້ງນີ້ ພໍດີກັບໂອກາດ ທີ່ມີຄວາມສຳຄັນເປັນພິເສດ ຄືເປັນປີ ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງມະຫາໄຊຊະນະ ຂອງສົງຄາມປົກປ້ອງປິຕຸພູມ ຂອງ ຣັດເຊຍ ແລະ ເປັນປີ ຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວຣັດເຊຍ (7/10/1960 7/10/2025) ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວຣັດເຊຍ ແລະ ຣັດເຊຍລາວ,

 

ເຊິ່ງເປັນໂອກາດດີທີ່ ຂ້າພະເຈົ້າ ແລະ ພະນະທ່ານ ປະທານາທິບໍດີ ວາລາດີເມຍ ປູຕິນ ຈະໄດ້ຮ່ວມກັນທົບທວນມູນເຊື້ອຂອງມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຮ່ວມກັນກຳນົດທິດທາງໃຫ້ແກ່ການພົວພັນຮ່ວມມື ຮອບດ້ານ ລະຫວ່າງສອງປະເທດໃນອະນາຄົດ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດພວກເຮົາ.

 

 

ໂດຍເປັນໜຶ່ງໃນຈຳນວນ ອະດີດນັກສຶກສາ, ນັກຄົ້ນຄວ້າ ລາວ ຈຳນວນຫຼາຍຮ້ອຍ ຫຼາຍພັນ ຄົນ ທີ່ໄດ້ສຶກສາຮໍ່າຮຽນ ແລະ ດຳລົງຊີວິດ ຢູ່ . ຣັດເຊຍ, ຂ້າພະເຈົ້າ ມີໂອກາດ ໄດ້ກັບມາປະເທດ ຣັດເຊຍ ທີ່ສວຍງາມ ຄັ້ງໃດ ກໍຮູ້ສຶກພາກພູມໃຈ ຕໍ່ການເຕີບໃຫຍ່ຂະຫຍາຍຕົວ ທີ່ໄວວາ ແລະ ກ້າວໜ້າ ຢ່າງມະຫັດສະຈັນ ຂອງປະເທດ ຣັດເຊຍ ເພື່ອນມິດ.

 

ຂ້າພະເຈົ້າ ມາຢ້ຽມຢາມ ຣັດເຊຍ ຄັ້ງນີ້ ກໍເປັນອີກຄັ້ງໜຶ່ງທີ່ຖືວ່າ ໄດ້ກັບມາຫາເພື່ອນມິດສະຫາຍ ທີ່ເປັນເພື່ອນຜູ້ໃກ້ຊິດທີ່ສຸດກັບຕົນ ເໝືອນຄົນໃນຄອບຄົວດຽວກັນ, ຂໍຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງຍິ່ງ ທີ່ຜືນແຜ່ນດິນ ທີ່ຍິ່ງໃຫຍ່ແຫ່ງນີ້ ທີ່ຄູອາຈານ ແລະ ເພື່ອນສະຫາຍ ຣັດເຊຍ ທີ່ເຄົາລົບນັບຖື ແລະ ຮັກແພງ ໄດ້ໃຫ້ການອຸປະຖໍາ ຄໍ້າຊູ ລ້ຽງດູ ແລະ ໃຫ້ຄວາມຮູ້, ຄວາມຊົງຈຳທີ່ດີ ແກ່ຂ້າພະເຈົ້າ ແລະ ຄົນລາວທຸກຄົນ ຢ່າງບໍ່ມີວັນຈະຫຼົງລືມໄດ້.

 

ຂໍຂອບໃຈ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 29 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,693
thailand (1)
THB
660.53
670.70
european-union
EUR
24,119
24,602
china
CNY
2,913
2,971
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-30T164239.877
ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9
_cover - 2025-07-30T155110.966
ນະຄອນຫຼວງພະບາງ ກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ວັນທີ 14-23 ສິງຫາ 2025
pele - 2025-07-30T160430.943
ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025
pele - 2025-07-30T144220.491
ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ
_cover - 2025-07-30T142826.587
"ໝວກ AI" ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.
_cover - 2025-07-30T134559.075
ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)
_cover - 2025-07-30T113201.978
ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ
_cover - 2025-07-30T094634.311
ເຕືອນສຶນາມິ ຍີ່ປຸ່ນ-ຣັດເຊຍ ຫຼັງເກີດແຜ່ນດິນໄຫວຮຸນແຮງ 8.7 ໃນພື້ນທີ່ຕາເວັນອອກຂອງຣັດເຊຍ
_cover - 2025-07-29T162928.540
"ປັກກິ່ງ" ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນ ຝົນຕົກໜັກທຸບສະຖິຕິ ສັ່ງອົບພະຍົບນັບແສນຄົນ
pele - 2025-07-29T160321.622
ກຕສ ເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ2025.
ຢ່າລື່ມກົດຕິດຕາມ