_cover - 2025-07-30T155110.966
ນະຄອນຫຼວງພະບາງ ກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ວັນທີ 14-23 ສິງຫາ 2025
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 July, 2025
ໝວດ: ຂ່າວ

ວັນທີ 30 ກໍລະກົດ 2025 ນີ້ ທີ່ຫ້ອງວ່າການນະຄອນ ຫຼວງພະບາງ ທ່ານ ສະເຫວີຍ ສີລາວັນ ຮັກສາການປະທານອົງການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ການຈັດບຸນຫໍ່ເຂົ້າປະດັບດິນ ຫຼື ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ນະຄອນ ຫຼວງພະບາງ.

 

ເຊິ່ງເປັນປາງບຸນໃຫຍ່ ຂອງຊາວຫຼວງພະບາງ ທີ່ນອນຢູ່ໃນຮີດສິບສອງຂອງລາວ ແລະ ສືບທອດກັນມາ ຫຼາຍເຊັ່ນຄົນ. ໃນແຕ່ລະປີສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າ ມາທ່ຽວຊົມຫຼວງພະບາງ, ເປັນການເສີມຂະຫຍາຍຂະແໜງການ ດ້ານວັດທະນະທຳ-ຮີດຄອງປະເພນີ ທີເປັນເອກະລັກຂອງຊາວຫຼວງພະບາງ ໃຫ້ຄົງຄຸນຄ່າ, ທັງເປັນການ ກະຕຸ້ນທາງ ດ້ານເສດຖະກິດ ສ້າງລາຍຮັບໃຫ້ປະຊາຊົນພາຍໃນນະຄອນ ໃຫ້ມີຄວາມເຂັ້ມແຂງ.

Digital Marketing Agency in Laos - Emerging Digital Solutions

ບຸນຫໍ່ເຂົ້າປະດັບດິນ ປີນີ້ ຈະໄດ້ຈັດຂື້ນໃນມື້ແຮມ 14 ຄໍ່າເດືອນ 9 ກົງກັບ ວັນເສົາ ວັນທີ 23 ສີງຫາ ໂດຍຈະຈັດຂື້ນຢ່າງຍິ່ງໃຫຍ່ ເຕັມຮູບແບບ, ເນັ້ນວັດທະນະທຳ ແລະປະເພນີອັນດີງາມຂອງຊາວຫຼວງພະບາງ,

 

ໃນນັ້ນ ຈະໄດ້ເປີດກວ້າງໃຫ້ ເຮືອຊ່ວງປະເພນີ, ລວມທັງສີພາຍ ຢູ່ພາຍໃນປະເທດ ແລະຕ່າງປະເທດ ເຂົ້າຮ່ວມແຂ່ງຂັນ, ຄາດຄະເນຈະມີເຮືອເຂົ້າຮ່ວມປະມານ 26 ລໍາ ແລະປັດຈຸບັນ ທາງຄະນະຮັບຜິດຊອບງານບຸນ ນະຄອນ ຫຼວງພະບາງ ກໍໄດ້ເລີ່ມກະກຽມ ອະນາໄມຮັກສາຄວາມສະອາດ, ປະດັບປະດາຕົວເມືອງ-ສະຖານທີ່ທ່ອງທ່ຽວ, ປັກທຸງຊາດ-ທຸງທິວ, ກວດກາຈັດສັນຄວາມ ເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ, ແຄມນ້ຳຄານ ສະຖານທີ່ຊ່ວງເຮືອ ແລະຄຸ້ມຄອງການຂາຍເຄື່ອງ ຊະຊາຍຢູ່ຕາມແຄມທາງ, ປຸກລະດົມໃຫ້ທຸກພາກສ່ວນ ປະກອບສ່ວນວຽກງານ ຮັກສາຄວາມສະຫງົບ-ປອດໄພໃນທຸກສະຖານທີ່.

ສຳລັບລາຍການເຄື່ອນໄຫວບຸນ ໄດ້ກຳນົດເອົາແຕ່ວັນທີ 14-24 ສິງຫາ 2025,

  • ເລີ່ມວັນທີ 14 ສິງຫາ ແມ່ນງານຕະຫຼາດນັດ ວາງສະແດງສິນຄ້າ ຢູ່ເດີ່ນທາດຫຼວງ,
  • ວັນທີ 17 ສິງຫາ ງານບຸນຊ່ວງເຮືອທີ່ຍື່ງຄານ ບ້ານຫາດຮ່ຽນ,
  • ວັນທີ 21 ສິງຫາ 2025. ງານບຸນຊ່ວງເຮືອທີ່ຍື່ງດົງ ບ້ານສັງຄະໂລກ,
  • ວັນທີ 22 ສິງຫາ ຕອນເຊົ້າ ແມ່ນໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ຢູ່ເສັ້ນທາງໃຈກາງນະຄອນ ,
  • ວັນທີ 23 ສິງຫາ ຕອນເຊົ້າ ມີການໃສ່ບາດຢູ່ບັນດາວັດ ຕາມອັດຖະຍາໄສ ເພື່ອຄວາມເປັນສິລິມຸງຄຸນ ແລະ ຈາກນັ້ນ ເວລາ 9.00ໂມງ ກໍຈະໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອປະເພນີທີ່ຍື່ງນ້ຳຄານ ຈົນຮອດຮອບຊິງຊະນະເລີດ ແລະມອບລາງວັນເປັນອັນວ່າຈົບລາຍການບຸນ.

 

ໂອກາດດັ່ງກ່າວນີ້ ທ່ານ ຮັກສາການ ປະທານອົງການ ປົກຄອງເມືອງ ໄດ້ເຊີນຊວນປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເມືອງມໍລະດົກໂລກ ສຳພັດກັບວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ທີ່ສືບທອດກັນມາແຕ່ບູຮານນະການ, ທັງປະກອບສ່ວນຊຸກຍູ້ ຕໍ່ງານໃນ ຄັ້ງນີ້, ເຮັດໃຫ້ງານບຸນມີບັນຍາກາດຄຶກຄື້ນ ແລະມ່ວນຊື່ນຫຼາຍຂື້ນ.

 

 

ທີ່ມາ: LuangPrabang News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ