_cover - 2025-07-30T170201.892
ທຣຳປ໌ເອີ້ນຕົວເອງວ່າ "ປະທານາທິບໍດີແຫ່ງສັນຕິພາບ" ອ້າງຢຸດຕິຂັດແຍ້ງທົ່ວໂລກພາຍໃນ 6 ເດືອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 31 July, 2025
ໝວດ: ຂ່າວ

“ຜູ້ນຳແຫ່ງສັນຕິພາບ” ທຣຳປ໌ປະກາດຢຸດຕິຄວາມຂັດແຍ້ງທົ່ວໂລກນັບບໍ່ຖ້ວນໃນຄຶ່ງປີ ຄວາມຕຶງຄຽດຊາຍແດນໄທ-ກຳປູເຈຍ ກໍເປັນຫນຶ່ງໃນ “ໄຊຊະນະ” ທີ່ລາວພູມໃຈ ແຕ່ເບື້ອງຫຼັງຄຳປະກາດອັນຍິ່ງໃຫຍ່ ສະຖານະການຍັງຄົງຮ້ອນແຮງໃນຫຼາຍສະໜາມຣົບ

 

ເມື່ອວັນທີ່ 28 ກໍລະກົດ 2025 ປະທານາທິບໍດີ ໂດນັລດ໌ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ໄດ້ເປີດເຜີຍຜ່ານທຣູທໂຊຊຽວ ໂດຍປະກາດຄວາມສຳເລັດໃນການເປັນຕົວກາງຢຸດຕິຄວາມຂັດແຍ້ງຫຼາຍແຫ່ງທົ່ວໂລກໃນຊ່ວງເວລາ 6 ເດືອນທີ່ຜ່ານມາ

ພ້ອມທັ້ງເອີ້ນຕົວເອງວ່າເປັນ “ປະທານາທິບໍດີແຫ່ງສັນຕິພາບ” ຊຶ່ງລວມເຖິງການເຈລະຈາຢຸດຍິງລະຫວ່າງໄທ ແລະ ກຳປູເຈຍ ທີ່ເກີດຂຶ້ນໃນມື້ດຽວກັນນີ້ດ້ວຍ

 

“ໃນຊ່ວງເວລາພຽງ 6 ເດືອນ ຂ້ອຍສາມາດຢຸດຕິສົງຄາມໄດ້ຫຼາຍແຫ່ງ ຂ້ອຍພູມໃຈທີ່ໄດ້ເປັນປະທານາທິບໍດີແຫ່ງສັນຕິພາບ”

 

 

ຄວາມຂັດແຍ້ງທີ່ປະທານາທິບໍດີທຣຳປ໌ອ້າງວ່າແກ້ໄຂໄດ້

 

ຄວາມຂັດແຍ້ງທີ່ປະທານາທິບໍດີທຣຳປ໌ອ້າງວ່າແກ້ໄຂໄດ້

 

ຄວາມຂັດແຍ້ງສາທາລະນະລັດປະຊາທິປະໄຕຄອງໂກ (DRC) ແລະ ລະວັນດາ

 

 

ຄວາມຂັດແຍ້ງລະຫວ່າງສາທາລະນະລັດປະຊາທິປະໄຕຄອງໂກ ແລະ ລະວັນດາເປັນຄວາມຂັດແຍ້ງທີ່ດຳເນີນມາຫຼາຍທົດສະວັດ ຈົນມາຮອດຕົ້ນປີ 2025 ຄວາມຕຶງຄຽດໄດ້ທະວີຄວາມຮຸນແຮງຂຶ້ນອີກຄັ້ງ ຫຼັງຈາກກຸ່ມກະບົດ M23 ຍຶດຄອງພື້ນທີ່ສ່ວນໃຫຍ່ໃນພາກຕາເວັນອອກຂອງ DR ຄອງໂກ ລວມເຖິງກຸງໂກມາ ເມືອງບູກາວູ ແລະສະໜາມບິນ 2 ແຫ່ງ

 

ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຫຼາຍພັນຄົນ ແລະ ພົນລະເຮືອນຕ້ອງຍ້າຍຖິ່ນຖານ ຫຼັງຈາກການສູນເສຍດິນແດນ ລັດຖະບານໃນກິນຊາຊາຈຶ່ງຫັນໄປຂໍຄວາມຊ່ວຍເຫຼືອຈາກສະຫະລັດ

 

ມີລາຍງານວ່າສະຫະລັດສະເໜີ ການເຂົ້າເຖິງແຮ່ທາດສຳຄັນ ເນື່ອງຈາກສາທາລະນະລັດປະຊາທິປະໄຕຄອງໂກຕາເວັນອອກອຸດົມໄປດ້ວຍແຮ່ໂຄລແທນ ແລະ ຊັບພະຍາກອນອື່ນໆ ທີ່ຈຳເປັນຕໍ່ອຸດສາຫະກຳອີເລັກໂທຣນິກທົ່ວໂລກ

 

ເມື່ອວັນທີ່ 27 ມິຖຸນາ 2025 ສາທາລະນະລັດປະຊາທິປະໄຕຄອງໂກ (DR ຄອງໂກ) ແລະ ລະວັນດາ ໄດ້ລົງນາມຂໍ້ຕົກລົງສັນຕິພາບໃນກຸງວໍຊິງຕັນ ໂດຍມີສະຫະລັດ ແລະ ກາຕາເປັນຕົວກາງເຈລະຈາ ເປົ້າໝາຍເພື່ອຢຸດຕິຄວາມຂັດແຍ້ງທີ່ສ້າງຄວາມເສຍຫາຍມານານ

 

ປະທານາທິບໍດີໂດນັລດ໌ ທຣຳປ໌ ຂອງສະຫະລັດກ່າວເຖິງຂໍ້ຕົກລົງນີ້ວ່າເປັນ “ໄຊຊະນະອັນຮຸ່ງເຮືອງ” ແລະ ລາວຍັງເນັ້ນຢ້ຳວ່າ “ມື້ນີ້ ຄວາມຮຸນແຮງ ແລະ ການທຳລາຍລ້າງໄດ້ສິ້ນສຸດລົງ ແລະ ທັງພູມິພາກຈະເລີ່ມຕົ້ນບົດໃໝ່ແຫ່ງຄວາມຫວັງ ແລະໂອກາດ”

 

ຄວາມຂັດແຍ້ງອິນເດຍແລະປາກິສຖານ

 

 

ຄວາມຂັດແຍ້ງລະຫວ່າງອິນເດຍ ແລະ ປາກິສຖານທະວີຄວາມຮຸນແຮງຂຶ້ນ ຫຼັງເຫດການຍິງນັກທ່ອງທ່ຽວໃນເມືອງພາຮາລແກມ ແຄດເມຍຝັ່ງອິນເດຍ ເມື່ອວັນທີ່ 22 ເມສາ 2025 ຊຶ່ງພາກຊີວິດ 26 ຄົນ

 

ໂດຍອິນເດຍກ່າວຫາວ່າກຸ່ມຕິດອາວຸດ “ລາຊກາ-ອີ-ຕາອີບາ” ທີ່ມີຖານໃນປາກິສຖານຢູ່ເບື້ອງຫຼັງ ຂະນະທີ່ປາກິສຖານຢືນຢັນວ່າບໍ່ມີສ່ວນກ່ຽວຂ້ອງກັບເຫດໂຈມຕີທີ່ເກີດຂຶ້ນແຕ່ຢ່າງໃດ

 

ຄວາມສຳພັນລະຫວ່າງອິນເດຍແລະປາກິສຖານຮ້າຍແຮງຂຶ້ນຢ່າງວ່ອງໄວ ຫຼັງເຫດໂຈມຕີແຄດເມຍ ອິນເດຍຕອບໂຕ້ດ້ວຍການຂັບໄລ່ນັກການທູດ ປິດດ່ານຊາຍແດນ ຍົກເລີກວີຊາ ແລະ ລະງັບສົນທິສັນຍາແບ່ງປັນນ້ຳ ຊຶ່ງປາກິສຖານກໍໃຊ້ມາດຕະການຕອບໂຕ້ທີ່ຄ້າຍກັນ ທະຫານອິນເດຍ ແລະ ປາກິສຖານຍິງປະທະຂ້າມເສັ້ນຄວບຄຸມໃນແຄດເມຍ ຕໍ່ເນື່ອງທຸກຄືນນັບຕັ້ງແຕ່ວັນທີ່ 24 ເມສາ 2025

 

ຈົນມາຮອດວັນທີ່ 7 ພຶດສະພາ 2025 ກອງທັບອິນເດຍເປີດປະຕິບັດການຊິນດູ ໂຈມຕີຄ່າຍຜູ້ກໍ່ການຮ້າຍ 9 ຈຸດໃນປາກິສຖານ ແລະ ດິນແດນແຄດເມຍຝັ່ງປາກິສຖານ ເພື່ອຕອບໂຕ້ເຫດສັງຫານນັກທ່ອງທ່ຽວ ຈຸດຊະນວນໃຫ້ທັງ 2 ປະເທດເປີດສາກປະທະກັນໄປມາ ແລະ ທະວີຄວາມຮຸນແຮງຂຶ້ນ

 

ຕໍ່ມາວັນທີ່ 10 ພຶດສະພາ 2025 ໂດນັລດ໌ ທຣຳປ໌ ປະທານາທິບໍດີ ສະຫະລັດ ເປີດເຜີຍຜ່ານທຣູທໂຊຊຽວວ່າ ອິນເດຍ ແລະ ປາກິສຖານຕົກລົງທີ່ຈະຢຸດຍິງຢ່າງເຕັມຮູບແບບ ແລະ ໃນທັນທີ ຫຼັງຈາກທີ່ສະຫະລັດເປັນຕົວກາງ

 

ຄວາມຂັດແຍ້ງຣັດເຊຍແລະຢູເຄຣນ

 

ສະຖານະການຄວາມຂັດແຍ້ງລະຫວ່າງຣັດເຊຍກັບຢູເຄຣນ ທີ່ດຳເນີນມາແລ້ວປະມານ 3 ປີເຄິ່ງ ຍັງຄົງບໍ່ມີຄວາມຄືບໜ້າໃນການບັນລຸຂໍ້ຕົກລົງຢຸດຍິງຢ່າງແທ້ຈິງ

 

ເຖິງຈະມີການເຈລະຈາຫຼາຍຮອບ ລ່າສຸດເມື່ອວັນທີ່ 28 ກໍລະກົດ 2025 ທຣຳປ໌ໄດ້ປະກາດໃຫ້ຣັດເຊຍຢຸດຕິສົງຄາມໃນຢູເຄຣນພາຍໃນເວລາພຽງ 10-12 ວັນ ຫາກບໍ່ປະຕິບັດຕາມ ທຣຳປ໌ຂູ່ວ່າຈະໃຊ້ມາດຕະການກົດດັນທາງພາສີ ໂດຍຈະເກັບພາສີສິນຄ້ານຳເຂົ້າຈາກປະເທດທີ່ຍັງຄົງເປັນຄູ່ຄ້າກັບຣັດເຊຍສູງເຖິງ 100%

ທຣຳປກ່າວວ່າບໍ່ມີເຫດຜົນທີ່ຈະຕ້ອງລໍຖ້າ ແລະ ສະແດງຄວາມຜິດຫວັງທີ່ຣັດເຊຍຍັງຄົງໂຈມຕີພົນລະເຮືອນຢູເຄຣນຢ່າງຕໍ່ເນື່ອງ ຈົນບໍ່ຢາກລົມກັບ ປູຕິນ ອີກຕໍ່ໄປ ຢ່າງໃດກໍຕາມທາງທາງຣັດເຊຍ ປູຕິນບໍ່ເຄີຍຮັບປາກ ຫຼື ຮັບຊາບກ່ຽວກັບສິ່ງທີ່ທຣຳປ໌ວາງໄວ້ ຂະນະທີ່ທາງທາງຢູເຄຣນ ຫົວໜ້າສຳນັກງານ ຢູເຄຣນ ໄດ້ຊື່ນຊົມທຣຳປ໌ທີ່ຢືນຢັດຢ່າງໝັ້ນຄົງ ແລະ ສົ່ງສານສັນຕິພາບທີ່ຊັດເຈນ ລວມເຖິງຂອບໃຈສຳລັບທ່າທີທີ່ຊັດເຈນໃນຄັ້ງນີ້

 

ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ

 

ຄວາມຂັດແຍ້ງອີຣ່ານແລະອິສຣາເອວ

 

ຄວາມຂັດແຍ້ງລະຫວ່າງອິສຣາເອວແລະອີຣ່ານ ເປັນຄວາມຂັດແຍ້ງທີ່ຊັບຊ້ອນແລະດຳເນີນມາຫຼາຍທົດສະວັດ ການປ່ຽນແປງຄັ້ງສຳຄັນທີ່ສຸດເກີດຂຶ້ນຫຼັງຈາກການປະຕິວັດອິສລາມໃນປີ 1979 ຊຶ່ງເຮັດໃຫ້ອີຣ່ານກາຍເປັນປໍລະປັກທາງອຸດົມການຂອງອິສຣາເອວຢ່າງຖາວອນ

 

ເມື່ອວັນທີ່ 24 ມິຖຸນາ 2025 ທີ່ຜ່ານມາ ຂໍ້ຕົກລົງຢຸດຍິງລະຫວ່າງອິສຣາເອວແລະອີຣ່ານທີ່ປະກາດໂດຍ ປະທານາທິບໍດີ ໂດນັລດ໌ ທຣຳປ໌ ເລີ່ມມີຜົນບັງຄັບໃຊ້ເພື່ອຢຸດຕິວິກິດ 12 ວັນ ແລະ ຜ່ອນຄລາຍສະຖານະການໃນຕາເວັນອອກກາງຊົ່ວຄາວ

 

ນາຍົກລັດຖະມົນຕີເບັນຈາມິນ ເນທັນຢາຮູ ຂອງອິສຣາເອວຢືນຢັນການຕອບຮັບຂໍ້ສະເໜີຢຸດຍິງຂອງທຣຳປ໌ ພ້ອມຂອບໃຈ ສະຫະລັດທີ່ສະໜັບສະໜຸນການປ້ອງກັນປະເທດ ແລະ ຕໍ່ຕ້ານໄພຂຸກຄາມນິວເຄລຍຈາກອີຣ່ານ

 

ໃນຂະນະທີ່ປະທານາທິບໍດີມັດຊູດ ເປເສດຄຽນ ຂອງອີຣ່ານມອງວ່າການຕອບຮັບຂອງອິສຣາເອວເປັນໄຊຊະນະຄັ້ງຍິ່ງໃຫຍ່ ແລະ ພ້ອມແກ້ໄຂບັນຫາກັບສະຫະລັດຜ່ານຄວາມຮ່ວມມືລະຫວ່າງປະເທດແລະການເຈລະຈາທາງການທູດ

 

ແຕ່ວ່າ ເຖິງຈະມີຂໍ້ຕົກລົງຢຸດຍິງ ທັງ 2 ຝ່າຍຍັງຄົງໂຈມຕີຕອບໂຕ້ກັນ ເຮັດໃຫ້ ທຣຳປ໌ ສະແດງຄວາມບໍ່ພໍໃຈຢ່າງຫຼາຍຕໍ່ລາຍງານທີ່ວ່າກອງທັບອິສຣາເອວຖິ້ມລະເບີດໂຈມຕີດິນແດນອີຣ່ານ ແລະ ເຕືອນວ່າເປັນການລະເມີດຂໍ້ຕົກລົງ

 

ຄວາມຂັດແຍ້ງອິສຣາເອວ ແລະ ຮາມາດ

 

ວັນທີ່ 7 ຕຸລາ 2023 ກຸ່ມຮາມາດໄດ້ເປີດສາກໂຈມຕີອິສຣາເອວຢ່າງບໍ່ຄາດຄິດ ການໂຈມຕີດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ ແລະ ຖືກຈັບເປັນຕົວປະກັນຈຳນວນຫຼາຍໃນອິສຣາເອວ ອິສຣາເອວຈຶ່ງປະກາດພາວະສົງຄາມແລະຕອບໂຕ້ດ້ວຍການໂຈມຕີທາງອາກາດແລະປະຕິບັດການທາງທະຫານພາກພື້ນດິນໃນເຂດກາຊາຢ່າງໜັກໜ່ວງ

 

ກຸ່ມຮາມາດ

 

ຕົ້ນເດືອນກຸມພາ 2025 ທຣຳປ໌ໄດ້ປະກາດແຜນການທີ່ສະຫະລັດຈະ “ເຂົ້າຄວບຄຸມ” ແລະ “ເປັນເຈົ້າຂອງ” ເຂດກາຊາ ໂດຍສເໜີໃຫ້ມີການເຄື່ອນຍ້າຍປະຊາກອນປາເລສໄຕນ໌ໄປທີ່ປະເທດອາຫຼັບເພື່ອນບ້ານ (ອີຢິບແລະຈໍແດນ) ແລະ ພັດທະນາເຂດກາຊາໃຫ້ເປັນເຂດເສດຖະກິດພິເສດ ຫຼື “ລີເວຍຣາແຫ່ງຕາເວັນອອກກາງ”

 

ລາວກ່າວວ່າຈະບໍ່ປະຕິເສດການໃຊ້ກຳລັງທະຫານອາເມລິກາຫາກຈຳເປັນ ຂໍ້ສະເໜີຂອງທຣຳປ໌ໄດ້ຮັບສຽງປະນາມຢ່າງຮຸນແຮງຈາກປະຊາຄົມລະຫວ່າງປະເທດ

 

ນາຍົກລັດຖະມົນຕີເບັນຈາມິນ ເນທັນຢາຮູ ຂອງອິສຣາເອວ ເດີນທາງໄປເຖິງກຸງວໍຊິງຕັນ ດີ.ຊີ. ເພື່ອພົບປະ ໂດນັລດ໌ ທຣຳປ໌ ວັນທີ່ 7 ກໍລະກົດ 2025 ຊຶ່ງເປັນການໄປຢ້ຽມທຳນຽບຂາວຄັ້ງທີ່ 3 ນັບຕັ້ງແຕ່ທຣຳປ໌ກັບມາຮັບຕຳແໜ່ງສະໄໝທີ່ 2

 

ການສົນທະນາຄັ້ງນີ້ມຸ່ງເນັ້ນຜັກດັນຂໍ້ຕົກລົງຢຸດຍິງໃນກາຊາເປັນເວລາ 60 ວັນ ແລະ ປ່ອຍຕົວປະກັນອິສຣາເອວທີ່ຍັງຄົງຖືກຈັບໂດຍກຸ່ມຮາມາດ ຂະນະທີ່ລາຍງານລະບຸວ່າຮາມາດສູນເສຍການຄວບຄຸມກາຊາໄປແລ້ວຮ້ອຍລະ 80 ຈາກການໂຈມຕີຂອງອິສຣາເອວ

 

ໃນການໄປຢ້ຽມຄັ້ງນີ້ ນາຍົກລັດຖະມົນຕີເນທັນຢາຮູຍັງໄດ້ນຳຈົດໝາຍສະເໜີຊື່ທຣຳປ໌ຊິງລາງວັນໂນເບວສາຂາສັນຕິພາບ

 

ນາຍົກລັດຖະມົນຕີເບັນຈາມິນ ເນທັນຢາຮູ ຂອງອິສຣາເອວ

 

ຄວາມຂັດແຍ້ງໄທແລະກຳປູເຈຍ

 

ຄວາມຂັດແຍ້ງຊາຍແດນລະຫວ່າງໄທແລະກຳປູເຈຍ ກໍເປັນອີກຫນຶ່ງກໍລະນີທີ່ສະຫະລັດເຂົ້າມາມີບົດບາດ ໂດຍທຣຳປ໌ໄດ້ເຕືອນວ່າຈະບໍ່ເຮັດຂໍ້ຕົກລົງການຄ້າກັບທັງ 2 ປະເທດ ຫາກຄວາມຂັດແຍ້ງຍັງຄົງດຳເນີນຕໍ່ໄປ

 

ຢ່າງໃດກໍຕາມ ເມື່ອວັນທີ່ 28 ກໍລະກົດ 2025  ການເຈລະຈາຕົກລົງຢຸດຍິງ ໂດຍມີມາເລເຊຍເປັນເຈົ້າພາບຮ່ວມກັບສະຫະລັດອາເມຣິກາ ແລະ ມີຜູ້ແທນຂອງຈີນເຂົ້າຮ່ວມ ຜູ້ນຳມາເລເຊຍລະບຸວ່າ ທັງສອງຝ່າຍຕົກລົງຢຸດຍິງໂດຍທັນທີແລະບໍ່ມີເງື່ອນໄຂ

 

 

ທັງນີ້ໃນມື້ດຽວກັນ ທ່ານ ພູມິທຳ ເວຊະໄຊ ຮອງນາຍົກລັດຖະມົນຕີ ແລະ ລັດມົນຕີກະຊວງພາຍໃນ ໃນຖານະຮັກສາການນາຍົກ ຖະແຫຼງການຫຼັງເດີນທາງກັບຈາກການເຈລະຈາຢຸດຍິງຮ່ວມກັບກຳປູເຈຍທີ່ປະເທດມາເລເຊຍວ່າ

 

ໂດນັລດ໌ ທຣຳປ໌ ປະນາທາທິບໍດີ ສະຫະລັດ ໂທລະສັບມາສະແດງຄວາມຍິນດີທີ່ປະເທດໄທບັນລຸຂໍ້ຕົກລົງຢຸດຍິງກັບກຳປູເຈຍ ໂດຍຊື່ນຊົມວ່າເປັນຄວາມກ້າຫານຂອງປະເທດໄທທີ່ເປີດໃຈ ແລະ ເຮັດໃຫ້ເປັນຕົວຢ່າງໃນການຮັກສາສັນຕິພາບໃຫ້ເກີດຂຶ້ນລະຫວ່າງ 2 ປະເທດ

 

ດ້ານທຣຳປ໌ເອງກໍໄດ້ໂພສຜ່ານທຣູທໂຊຊຽວ ລະບຸວ່າໄດ້ລົມກັບຜູ້ນຳຂອງທັງ 2 ປະເທດ ແລະ ສະແດງຄວາມຍິນດີກັບຂໍ້ຕົກລົງຢຸດຍິງ ແລະ  ສັນຕິພາບ

 

ພ້ອມຫວັງວ່າໄທແລະກຳປູເຈຍຈະຢູ່ຮ່ວມກັນຢ່າງສັນຕິ ນອກຈາກນີ້ຍັງກ່າວວ່າທັງ 2 ປະເທດຕ້ອງການກັບສູ່ໂຕະເຈລະຈາການຄ້າກັບສະຫະລັດ ແລະ ຕົນເອງກໍຕັ້ງໜ້າຕັ້ງຕາ ທີ່ຈະປິດດີວຂໍ້ຕົກລົງທາງການຄ້າກັບທັງ 2 ປະເທດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 26 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,517
21,794
thailand (1)
THB
658.52
668.66
european-union
EUR
23,871
24,349
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-26T155019.178
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ
_cover - 2025-08-26T152648.270
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025
_cover - 2025-08-26T134613.200
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້
pele - 2025-08-26T140829.889
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ
_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
pele - 2025-08-26T130843.080
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I
_cover - 2025-08-26T102705.282
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ
pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
pele - 2025-08-25T114503.086
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ
ຢ່າລື່ມກົດຕິດຕາມ