ໃນຕອນບ່າຍຂອງວັນທີ 30 ກໍລະກົດ 2025, ໄດ້ຈັດພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈີຕ໋ອນ ຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ,
ມີ ທ່ານ ບັນດິດ ສຈ.ປອ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ການສ້າງລະບົບຖານຂໍ້ມູນພົນລະເມືອງ ໂດຍສະເພາະແມ່ນລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈີຕ໋ອນ ແມ່ນອົງປະກອບໜຶ່ງທີ່ສໍາຄັນ ແລະ ຈຳເປັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.
ດ້ວຍເຫດນັ້ນ, ກະຊວງ ປ້ອງກັນຄວາມສະຫງົບ ເວລາໃດກໍພະຍາຍາມຢ່າງຕັ້ງໜ້າ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການພັດທະນາວຽກງານໃນຂະແໜງການຂອງຕົນ, ກະຊວງປ້ອງກັນຄວາມສະຫງົບລາວ ສຸດທີ່ດີໃຈ ທີ່ໄດ້ຮັບການຊ່ວຍເຫຼືອ ເພື່ອສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງ ຈາກພັກ-ລັດຖະບານ ສສ ຫວຽດນາມ
ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ ພາຍຫຼັງທີ່ການນໍາສູງສຸດຂອງສອງປະເທດ ລາວ ແລະ ຫວຽດນາມ ໄດ້ກົດປຸ່ມເປີດດໍາເນີນໂຄງການນີ້ ທີ່ ສະພາແຫ່ງຊາດລາວ ໃນໂອກາດທີ່ ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ກໍລະກົດ 2024 ທີ່ຜ່ານມາ.
ຜົນສໍາເລັດຂອງໂຄງການນີ້ ຈະສ້າງປະຫວັດສາດ ໜ້າໃໝ່ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດກໍຄືສອງກໍາລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ການສະກັດກັ້ນ ແລະ ຕ້ານອາຊາຍາກໍາ ລວມທັງການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງປະເທດພວກເຮົາໃຫ້ນັບມື້ດີຂຶ້ນ ເລື້ອຍໆ.
ໃນໂອກາດດຽວກັນນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍໄດ້ກ່າວເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມຶອງດີຈີຕ໋ອນ ຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວຕໍ່ພິທີວ່າ: ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈີຕ໋ອນ ຢ່າງເປັນທາງການ ຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ,
ພວກເຮົາຈະໄດ້ນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈີຕ໋ອນ ຢ່າງເປັນເອກະພາບ ແຕ່ສູນກາງຮອດທ້ອງຖິ່ນ, ເປັນການຈັດຕັ້ງຜັນຂະຫຍາຍໂຄງການມີໝາກມີຜົນຕາມຈິດໃຈຊີ້ນໍາທີ່ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພ້ອມກັນກົດປຸ່ມດຳເນີນໂຄງການນີ້ ຢ່າງເປັນທາງການ ໃນວັນທີ 11 ກໍລະກົດ 2024 ໃຫ້ເຂົ້າສູ່ວຽກງານຕົວຈິງ.
ການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວດີຈີຕ໋ອນ ແມ່ນຖືກກັບກາລະໂອກາດ ແລະ ເປັນຄວາມມຸ້ງຫວັງຂອງລັດຖະບານລາວ ທີ່ຢູ່ໃນໄລຍະປະຕິບັດແນວທາງລັດຖະບານດີຈີຕ໋ອນ, ເສດຖະກິດດີຈີຕ໋ອນ ແລະ ສັງຄົມດີຈີຕ໋ອນ ເຂົ້າສູ່ວຽກງານຕົວຈິງ ເພື່ອຂ້າມຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ສິ່ງກີດຂວາງຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອ ຈາກລັດຖະບານຫວຽດນາມ ກໍຄືກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ເຊິ່ງເປັນ ໂຄງການທີ່ສໍາຄັນ ເພື່ອຊ່ວຍລັດຖະບານລາວ ກໍຄືກະຊວງປ້ອງກັນຄວາມສະຫງົບລາວ ໃນການຫັນເປັນດີຈີຕ໋ອນ ແລະ ຈະນໍາເອົາຜົນປະໂຫຍດສໍາຄັນມາສູ່ປະເທດຂອງພວກເຮົາ.
ພ້ອມນີ້, ທ່ານຍັງໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຢ່າງໝົດຈິດໝົດໃຈ ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ນໍາເອົາແນວທາງລັດຖະບານດີຈີຕ໋ອນ, ເສດຖະກິດດີຈີຕ໋ອນ ແລະ ສັງຄົມດີຈີຕ໋ອນ ມາພັດທະນາ ແລະ ມີຜົນສຳເລັດເປັນກ້າວໆມາ.
ໃນໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ທ່ານ ພົນເອກ ເລືອງ ຕາມກວາງ ພ້ອມດ້ວຍການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮ່ວມກັນຂຶ້ນກົດປຸ່ມ ເພື່ອເປີດການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈີຕ໋ອນ ຢ່າງເປັນທາງການ.
ໃນພິທີ, ຍັງມີການມອບຫຼຽນກາ ແລະ ໃບຍ້ອງຍໍ ກະຊວງປ້ອງກັນຄວາມສະຫງົບ ໃຫ້ບັນກົມກອງລວມໝູ່ ແລະ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ໃຫ້ກຽດມອບໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ.
ນອກນັ້ນ, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຍັງໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍການມອບຂອງ ທ່ານ ພົນເອກ ເລືອງ ຕາມກວາງ ແລະ ຮັບໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ.
ຫຼັງຈາກນັ້ນ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ທ່ານ ພົນເອກ ເລືອງ ຕາມກວາງ ພ້ອມດ້ວຍການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນ ໄດ້ເຂົ້າຮ່ວມພິທີເປີດສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວພົນລະເມືອງ ຢູ່ທີ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມທັງຢ້ຽມຊົມການວາງສະແດງຄວາມສາມາດຂອງບັດປະຈໍາຕົວຝັງຊິບ, ຊົມ ແລະ ຮັບຟັງການນໍາໃຊ້ແຜນທີ່ດີຈີຕ໋ອນ, ຄວາມສາມາດການນໍາໃຊ້ແຜນທີ່ດີຈີຕ໋ອນ ແລະ ວິທີການ, ຂັ້ນຕອນ ຂອງການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈີຕ໋ອນ ຕື່ມອີກ.
ທີ່ມາ: ໜັງສືພິມຄວາມສະຫງົບ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,434 | 21,710 |
![]() THB | 660.13 | 670.30 |
![]() EUR | 23,692 | 24,166 |
![]() CNY | 2,911 | 2,969 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |