_cover - 2025-07-31T140026.772
ຈະຫຼວດ Eris ຂອງອົດສະຕາລີລົ້ມແຫຼວ ໃນພາລະກິດປ່ອຍຕົວຄັ້ງປະຫວັດສາດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 31 July, 2025
ໝວດ: ຂ່າວ

ບໍລິສັດ ກິລມໍສເປດ (Gilmour Space) ຂອງປະເທດອົດສະຕາລີໄດ້ສ້າງໜ້າປະຫວັດສາດໜ້າໃໝ່ໃຫ້ກັບວົງການອະວະກາດຂອງປະເທດ ເຖິງແມ່ນວ່າພາລະກິດປ່ອຍຈະຫຼວດອີຣິສ (Eris) ຊຶ່ງເປັນຈະຫຼວດທີ່ອອກແບບແລະຜະລິດໃນປະເທດອອສເຕຣເລຍລຳທຳອິດ ໄດ້ຈົບລົງດ້ວຍຄວາມລົ້ມແຫຼວຫຼັງຈາກຈະຫຼວດທະຍານຂຶ້ນຈາກຖານປ່ອຍໄດ້ພຽງບໍ່ດົນ

 

ຈະຫຼວດອີຣິສ (Eris)

 

ຈະຫຼວດອີຣິສ (Eris) ມີເປົ້າໝາຍການພັດທະນາເພື່ອໃຫ້ບໍລິການຂົນສົ່ງດາວທຽມຂະໜາດນ້ອຍຂຶ້ນສູ່ວົງໂຄຈອນຕ່ຳຂອງໂລກ ໃນລາຄາທີ່ເຂົ້າເຖິງໄດ້.

 

ຈະຫຼວດອີຣິສຖືກອອກແບບມາໃຫ້ເປັນຈະຫຼວດ 3 ທ່ອນ ຫຼື 3 Stages ມີຂະໜາດຄວາມສູງປະມານ 23-25 ແມັດ ແລະ ມີເສັ້ນຜ່ານສູນກາງປະມານ 1.5-2 ແມັດ ສາມາດນຳສົ່ງດາວທຽມທີ່ມີນ້ຳໜັກໄດ້ສູງສຸດປະມານ 305 ກິໂລກຣາມ.

 

ຈະຫຼວດຮຸ່ນນີ້ໃຊ້ລະບົບຂັບເຄື່ອນແບບໄຮບຣິດ (Hybrid Propulsion) ຊຶ່ງເປັນເທັກໂນໂລຊີທີ່ບໍລິສັດພັດທະນາຂຶ້ນເອງ ໂດຍໃນທ່ອນທີ່ 1 ແລະ 2 ຈະໃຊ້ເຄື່ອງຍົນໄຮບຣິດທີ່ປະສົມປະສານລະຫວ່າງເຊື້ອເພີງແຂງເຂົ້າກັບຕົວອອກຊີໄດເຊີທີ່ເປັນຂອງແຫຼວ ເຮັດໃຫ້ມີຄວາມປອດໄພສູງແລະມີຕົ້ນທຶນຕ່ຳກວ່າເຄື່ອງຍົນຈະຫຼວດແບບດັ້ງເດີມ.

 

ສ່ວນທ່ອນທີ່ 3 ຊຶ່ງເຮັດໜ້າທີ່ສົ່ງດາວທຽມເຂົ້າສູ່ວົງໂຄຈອນສຸດທ້າຍ ໃຊ້ເຄື່ອງຍົນເຊື້ອເພີງແຫຼວເພື່ອຄວາມແມ່ນຍຳໃນການຄວບຄຸມ.

 

ການແບ່ງການເຮັດວຽກອອກເປັນ 3 ຂັ້ນຕອນ ຊ່ວຍໃຫ້ຈະຫຼວດສາມາດເຮັດຄວາມໄວ  ແລະ ໄຕ່ລະດັບຄວາມສູງໄດ້ຢ່າງມີປະສິດທິຜົນ.

 

ພາລະກິດປ່ອຍຈະຫຼວດອີຣິສ (Eris)

 

ການປ່ອຍຈະຫຼວດຄັ້ງນີ້ເກີດຂຶ້ນເມື່ອວັນທີ່ 29 ກໍລະກົດ ຢູ່ຖານອະວະກາດໂບເວນ ອໍບິທັນ ສເປດພອດ (Bowen Orbital Spaceport) ຊາຍຝັ່ງລັດຄວີນສ์ແລນ ທ່າມກາງຄວາມສົນໃຈຈາກທົ່ວປະເທດ.

 

ຈະຫຼວດອີຣິສ (Eris) ໄດ້ທະຍານຂຶ້ນຈາກຖານປ່ອຍໃນເວລາປະມານ 18:35 ນ. ຕາມເວລາມາດຕະຖານຕາເວັນອອກ (EDT) ແຕ່ຫຼັງຈາກຂຶ້ນສູ່ອາກາດໄດ້ບໍ່ດົນ ຈະຫຼວດໄດ້ເລີ່ມເສຍການຄວບຄຸມແລະເຄື່ອນຕົວເຊື່ອງອອກໄປດ້ານຂ້າງ ກ່ອນຈະຕົກລົງສູ່ພື້ນໂລກໃນທີ່ສຸດ ໂດຍມີໄລຍະເວລາການບິນລວມພຽງປະມານ 14 ວິນາທີເທົ່ານັ້ນ.

 

ຢ່າງໃດກໍຕາມ ທີມງານຢືນຢັນວ່າບໍ່ມີຜູ້ໄດ້ຮັບບາດເຈັບຫຼືເກີດຜົນກະທົບຕໍ່ສິ່ງແວດລ້ອມຈາກຄວາມຜິດພາດທີ່ເກີດຂຶ້ນ.

 

ເຖິງແມ່ນວ່າພາລະກິດຈະບໍ່ສຳເລັດຕາມເປົ້າໝາຍໃນການເຂົ້າສູ່ວົງໂຄຈອນ ແຕ່ບໍລິສັດກິລມໍສເປດ (Gilmour Space) ກັບມອງວ່ານີ້ແມ່ນຄວາມສຳເລັດໃນກ້າວທຳອິດທີ່ສຳຄັນຍິ່ງ. ໃນຖະແຫຼງການຜ່ານແພລັດຟອມ X ບໍລິສັດລະບຸວ່າ

 

“ມື້ນີ້ອີຣິສ (Eris) ໄດ້ກາຍເປັນຈະຫຼວດໂຄຈອນທີ່ຜະລິດໃນອົດສະຕາລີ ລຳທຳອິດທີ່ປ່ອຍຈາກແຜ່ນດິນອົດສະຕາລີ ນັບເປັນກ້າວສຳຄັນສຳລັບຄວາມສາມາດໃນການປ່ອຍຈະຫຼວດຂອງພວກເຮົາ ທີມງານທຸກຄົນປອດໄພ ແລະ ຂໍ້ມູນທັງໝົດຢູ່ໃນມືແລ້ວ ກະລຸນາຕິດຕາມ TestFlight 2”

 

ຊຶ່ງສະທ້ອນໃຫ້ເຫັນວ່າບໍລິສັດບໍ່ໄດ້ຄາດຫວັງຄວາມສຳເລັດເຕັມຮ້ອຍໃນການທົດສອບຄັ້ງທຳອິດນີ້ ແຕ່ໃຫ້ຄວາມສຳຄັນກັບການເກັບຂໍ້ມູນເພື່ອການພັດທະນາໃນອະນາຄົດ.

 

ອາດາມ ກິລມໍ ຊີອີໂອຂອງບໍລິສັດກິລມໍສເປດ (Gilmour Space) ກ່າວເສີມວ່າ “ການນຳຈະຫຼວດອອກຈາກຖານປ່ອຍຖືເປັນຄວາມສຳເລັດຄັ້ງໃຫຍ່ສຳລັບໂຄງການຈະຫຼວດໃໝ່ໆ ນີ້ ນີ້ແມ່ນການທົດສອບລະບົບຈະຫຼວດ ເທັກໂນໂລຊີຂັບເຄື່ອນ ແລະ ຖານປ່ອຍອະວະກາດຂອງພວກເຮົາຢ່າງແທ້ຈິງ ແລະ ມັນໄດ້ພິສູດແລ້ວວ່າສິ່ງທີ່ພວກເຮົາສ້າງຂຶ້ນມານັ້ນໃຊ້ງານໄດ້ຈິງ”

 

ລາວໄດ້ຢ້ຳວ່າຂໍ້ມູນທີ່ໄດ້ຈາກທຸກວິນາທີຂອງການບິນນັ້ນມີຄ່າມະຫາສານສຳລັບການປັບປຸງປະສິດທິຜົນແລະຄວາມໜ້າເຊື່ອຖືຂອງຈະຫຼວດໃນພາລະກິດຕໍ່ໄປ.

 

ເສັ້ນທາງກ່ອນການທົດສອບຈະຫຼວດອີຣິສ (Eris)

 

ເສັ້ນທາງສູ່ການປ່ອຍຈະຫຼວດຄັ້ງປະຫວັດສາດນີ້ເຕັມໄປດ້ວຍອຸປະສັກ ໂດຍແຕ່ເດີມກິລມໍສເປດ (Gilmour Space) ຕັ້ງເປົ້າຈະປ່ອຍຈະຫຼວດໃຫ້ໄດ້ໄວທີ່ສຸດໃນເດືອນມີນາ ແຕ່ຕ້ອງເລື່ອນອອກໄປເນື່ອງຈາກພາຍຸໄຊໂຄລນ.

 

ຫຼັງຈາກນັ້ນໃນເດືອນພຶດສະພາ ຈະຫຼວດກໍ່ປະສົບປັນຫາທາງເທັກນິກ ເມື່ອຟາຄຣອບສ່ວນໜ້າ (Payload Fairing) ຂອງຈະຫຼວດຫຼຸດອອກໂດຍບໍ່ຄາດຄິດຂະນະຈະຫຼວດຢູ່ເທິງແທ່ນປ່ອຍ ແລະ ໃນຊ່ວງປາຍເດືອນມິຖຸນາກໍ່ຕ້ອງປະເຊີນກັບສະພາບອາກາດທີ່ບໍ່ເອື້ອອຳນວຍ ເຮັດໃຫ້ຕ້ອງເລື່ອນກຳນົດການມາຢ່າງຕໍ່ເນື່ອງຈົນກະທັ່ງສາມາດເຮັດການປ່ອຍໄດ້ໃນທີ່ສຸດ.

 

ການປ່ອຍຈະຫຼວດອີຣິສ (Eris) ຄັ້ງນີ້ຖືເປັນຄວາມພະຍາຍາມສົ່ງດາວທຽມຂຶ້ນສູ່ວົງໂຄຈອນຈາກແຜ່ນດິນອົດສະຕາລີເປັນຄັ້ງທຳອິດໃນຮອບກວ່າ 50 ປີ ນັບຕັ້ງແຕ່ຈະຫຼວດ Black Arrow ຂອງອັງກິດໄດ້ສົ່ງດາວທຽມ Prospero ຂຶ້ນສູ່ອະວະກາດຈາກຖານປ່ອຍຈະຫຼວດວູເມີຣາໃນປີ ຄ.ສ. 1971.

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T111015.856
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
pele - 2025-10-16T090511.350
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 16/10/2025
jane - 2025-10-16T090043.893
ລາຍງານສະພາບອາກາດປະຈໍາເຊົ້າວັນທີ 16 ຕຸລາ 2025
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
ຢ່າລື່ມກົດຕິດຕາມ