_cover - 2025-08-01T085749.133
ທຣຳປະກາດເກັບພາສີ 25% ສິນຄ້ານຳເຂົ້າຈາກອິນເດຍ ເລີ່ມ 1 ສິງຫາ ພ້ອມລົງໂທດເສີມ ເພາະຄ້າພະລັງງານແລະອາວຸດຈາກຣັດເຊຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 August, 2025
ໝວດ: ຂ່າວ

ປະທານາທິບໍດີໂດນາລ ທຣຳ ແຫ່ງສະຫະລັດ ປະກາດເມື່ອວັນພຸດທີ່ຜ່ານມາ (ຕາມເວລາທ້ອງຖິ່ນ) ກະກຽເກັບພາສີນຳເຂົ້າສິນຄ້າຈາກອິນເດຍໃນອັດຕາ 25% ເລີ່ມຕັ້ງແຕ່ວັນທີ່ 1 ສິງຫານີ້ ພ້ອມຂູ່ວ່າຈະມີບົດລົງໂທດເພີ່ມເຕີມຕາມມາ ໂດຍຍັງບໍ່ລະບຸລາຍລະອຽດວ່າ “ໂທດ” ດັ່ງກ່າວຈະມີລັກສະນະແບບໃດ.

 

ທຣຳກ່າວວ່າ ເຖິງວ່າອິນເດຍຈະເປັນມິດຂອງສະຫະລັດ ແຕ່ທີ່ຜ່ານມາກັບມີອຸປະສັກທາງການຄ້າທີ່ສູງເກີນຮັບໄດ້ ທັງໃນດ້ານອັດຕາພາສີທີ່ຈັດຢູ່ໃນກຸ່ມສູງທີ່ສຸດໃນໂລກ ແລະ ກົດເກນ ທີ່ຍຸ່ງຍາກຊັບຊ້ອນເກີນຈຳເປັນ ຊຶ່ງກາຍເປັນອຸປະສັກສຳຄັນຕໍ່ການທຳທຸລະກິດລະຫວ່າງສອງປະເທດ ໂດຍເຂົາລະບຸວ່າ “ອິນເດຍມີອຸປະສັກທາງການຄ້າທີ່ເຂັ້ມງວດແລະໜ້າລຳຄານທີ່ສຸດໃນໂລກ”.

 

ໃນໂພສເທິງ  Truth Social ທຣຳສະແດງຄວາມບໍ່ພໍໃຈທີ່ອິນເດຍຍັງຄົງຊື້ອາວຸດ ແລະ ພະລັງງານຈາກຣັດເຊຍ ຊຶ່ງເປັນປະເດັນລະອຽດອ່ອນກາງສົງຄາມໃນຢູເຄຣນ

 

ໂດຍລາວລະບຸວ່າ “ອິນເດຍຍັງຄົງຊື້ອາວຸດແລະພະລັງງານຈາກຣັດເຊຍຫຼາຍ ໃນຂະນະທີ່ທຸກຄົນຕ້ອງການໃຫ້ຣັດເຊຍຢຸດການສັງຫານໃນຢູເຄຣນ ທັງໝົດນີ້ບໍ່ແມ່ນສິ່ງທີ່ດີເລີຍ!”

 

ທຣຳເນັ້ນຢ້ຳວ່າ ນະໂຍບາຍເກັບພາສີນຳເຂົ້າຮອບໃໝ່ຈາກອິນເດຍ ມີທັງເປົ້າໝາຍທາງເສດຖະກິດແລະການເມືອງ ໂດຍໜຶ່ງໃນແຮງຜັກດັນສຳຄັນແມ່ນການຫຼຸດຂາດດຸນການຄ້າຂອງສະຫະລັດກັບຕ່າງປະເທດ ໂດຍສະເພາະກັບອິນເດຍ ຊຶ່ງລາວລະບຸວ່າມີ “ການຂາດດຸນການຄ້າຢ່າງມະຫາສານ”.

 

ອັດຕາພາສີ 25% ທີ່ປະກາດໃນຄັ້ງນີ້ ເຖິງແມ່ນຈະຕ່ຳກວ່າອັດຕາ 26% ທີ່ເຄີຍປະກາດໃນວັນປົດແອກ “Liberation Day” ຂອງສະຫະລັດ ແຕ່ກໍ່ຍັງຢູ່ໃນລະດັບສູງເມື່ອທຽບກັບປະເທດອື່ນໆ ທຣຳເອງກໍ່ເຄີຍບອກວ່າຢູ່ລະຫວ່າງພິຈາລະນາເກັບໃນອັດຕາລະຫວ່າງ 20-25% ກ່ອນຈະຕັດສິນໃຈຄົງຕົວທີ່ 25%.

 

ໃນຂະນະທີ່ທຳນຽບຂາວຍັງບໍ່ອອກມາໃຫ້ຄວາມເຫັນໃດໆ ກ່ຽວກັບ “ບົດລົງໂທດເພີ່ມເຕີມ” ທີ່ທຣຳກ່າວເຖິງ

 

ກະຊວງການຄ້າ ແລະ ອຸດສາຫະກຳຂອງອິນເດຍລະບຸວ່າ ລັດຖະບານກຳລັງສຶກສາຜົນກະທົບຈາກປະກາດຂອງສະຫະລັດຢ່າງໃກ້ຊິດ ພ້ອມຢ້ຳວ່າ “ອິນເດຍແລະສະຫະລັດມີການເຈລະຈາເພື່ອເຮັດຂໍ້ຕົກລົງການຄ້າທີ່ເປັນທຳ ສົມດຸນ ແລະ ເປັນປະໂຫຍດຮ່ວມກັນມາຕະຫຼອດຫຼາຍເດືອນທີ່ຜ່ານມາ ແລະພວກເຮົາຍັງຄົງຍຶດໝັ້ນໃນເປົ້າໝາຍດັ່ງກ່າວ”.

 

ໃນມຸມມອງຂອງນັກເສດຖະສາດ ເຖິງແມ່ນທຣຳຈະຢືນຢັນການເກັບພາສີນີ້ເປັນມາດຕະການຫຼຸດການຂາດດຸນການຄ້າ ແຕ່ກໍ່ມີຂໍ້ກັງຂາກ່ຽວກັບຜົນທີ່ແທ້ຈິງຕໍ່ເສດຖະກິດສະຫະລັດ.

 

ຫຼາຍຝ່າຍເຕືອນວ່າ ການນຳເຂົ້າສິນຄ້າລາຄາຖືກຈາກປະເທດທີ່ມີຕົ້ນທຶນແຮງງານຕ່ຳ ຊ່ວຍໃຫ້ຜູ້ບໍລິໂພກຊາວອາເມລິກາສາມາດຊື້ສິນຄ້າລາຄາຖືກໄດ້ ເຊັ່ນ: ເສື້ອຜ້າ ຂອງຫຼິ້ນ ຫຼື ສານເຄມີ ຂະນະທີ່ໃນປະເທດຍັງບໍ່ມີຄວາມພ້ອມໃນພາກການຜະລິດບາງປະເພດ ໂດຍສະເພາະງານທີ່ມີທັກສະຕ່ຳຫຼືສ່ຽງອັນຕະລາຍ ຊຶ່ງແຮງງານອາເມລິກາບໍ່ພ້ອມຫຼືບໍ່ເຕັມໃຈຈະເຮັດ.

 

ທັງນີ້ ນີ້ບໍ່ແມ່ນຄັ້ງທຳອິດທີ່ທຣຳປະກາດໃຊ້ອຳນາດຝ່າຍບໍລິຫານໃນການເກັບພາສີໂດຍບໍ່ຜ່ານຄວາມເຫັນຊອບຈາກລັດສະພາ ໂດຍກ່ອນໜ້ານີ້ລາວເຄີຍໃຊ້ເຫດຜົນດ້ານຄວາມໝັ້ນຄົງແຫ່ງຊາດໃນການປະກາດວ່າ “ການຂາດດຸນການຄ້າເປັນໄພສຸກເສີນຕໍ່ປະເທດ” ເພື່ອເປີດທາງໃຫ້ສາມາດດຳເນີນນະໂຍບາຍພາສີຝ່າຍດຽວໄດ້.

 

ການປະກາດບົດລົງໂທດອິນເດຍເພີ່ມເຕີມຄັ້ງນີ້ ຍັງສອດຄ່ອງກັບທ່າທີລ່າສຸດຂອງທຣຳທີ່ຍົກລະດັບການກົດດັນປະເທດທີ່ຍັງຄົງຄ້າຂາຍກັບຣັດເຊຍ ໂດຍສະເພາະພະລັງງານ.

 

ເມື່ອຊ່ວງຕົ້ນເດືອນກໍລະກົດທີ່ຜ່ານມາ ລາວຂູ່ຈະເກັບພາສີເພີ່ມເຕີມ 100% ກັບປະເທດທີ່ຍັງຊື້ນ້ຳມັນແລະກ໊າຊຈາກຣັດເຊຍ ຫາກບໍ່ມີຄວາມຄືບໜ້າໃນຂໍ້ຕົກລົງຢຸດຍິງໃນຢູເຄຣນ.

 

ຫາກມາດຕະການເຫຼົ່ານີ້ເກີດຂຶ້ນແທ້ ປະເທດຄູ່ຄ້າສຳຄັນຂອງສະຫະລັດ ເຊັ່ນ: ຈີນ ອິນເດຍ ແລະ ບຣາຊິລ ຊຶ່ງຍັງພຶ່ງພາພະລັງງານຈາກຣັດເຊຍ ອາດໄດ້ຮັບຜົນກະທົບຢ່າງໜັກ ທັງໃນແງ່ເສດຖະກິດພາຍໃນປະເທດແລະຄວາມສຳພັນທາງການຄ້າໃນລະດັບໂລກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ