_cover - 2025-08-01T100247.382
ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 August, 2025
ໝວດ: ຂ່າວ

ໃນວັນທີ 16 ກໍລະກົດ ທີ່ຜ່ານມາ ທີ່ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ, ປະຊາຊົນທີ່ອາໄສຢູ່ ໃນເຂດດັ່ງກ່າວ ໄດ້ພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ ໃນຂະນະທີ່ກຳລັງດຳເນີນການຂຸດດິນເພື່ອປຸກສ້າງເຮືອນ ຊຶ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດ.

 

 

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

 

ໃນວັນທີ 23 ກໍລະກົດ 2025, ທີມງານຂອງ ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວກອງ 58 ໄດ້ລົງພືື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດດັ່ງກ່າວ ແມ່ນໂບມໃຫຍ່ ລຸ້ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ລຸ້ນເກົ່າ), ມີນ້ຳໜັກປະມານ 1,000 ປອນ (ຫຼື ຫຼາຍກວ່າ 453 ກິໂລກຣາມ) ທີ່ສາມາດເກີດລະເບີດທີ່ຮ້າຍແຮງ ຕໍ່ຊັບສິນຂອງປະຊາຊົນ ໃນລັດສະໝີວົງກວ້າງເຖິງ 1,500 ແມັດ.

 

ການພົບເຫັນລະເບີດໂບມໃຫຍ່ທີ່ມີຄວາມອັນຕະລາຍ ແລະ ຄວາມສ່ຽງສູງ ຄັ້ງນີ້ ເປັນກໍລະນີິທີ່ພົບເຫັນໄດ້ຍາກ ໃນວຽກງານສໍາຫຼວດກວດກູ້ ລບຕ ຢູ່ ສປປ ລາວ ເນື່ອງຈາກຂະໜາດ ແລະ ນ້ຳໜັກອັນມະຫາສານຂອງລະເບີດ ແລະ ມີໄລຍະທີ່ຕັ້ງທີ່ນອນຢູ່ໃນລັດສະໝີທີ່ໃກ້ກັບເຂດຊຸມຊົນທີ່ຢູ່ອາໄສຂອງປະຊາຊົນພົນລະເຮືອນ ສປປ ລາວ.

 

 

ການພົບ ເຫັນລະເບີດໂບມໃຫຍ່ດັ່ງກ່າວນີ້ ເປັນການຢໍ້າເຕືອນເຖິງອັນຕະລາຍ ແລະ ຄວາມສ່ຽງທີ່ປະຊາຊົນລາວໃນ ຫຼາຍຂົງເຂດ ທົ່ວປະເທດກໍາລັງປະເຊີນໜ້າຢູ່ຕະຫຼອດເວລາ, ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃນເຂດພື້ນທີ່ ທີ່ມີລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແລະ ເປັນເຄື່ອງເຕືອນໃຈເຖິງຜົນກະທົບຂອງສົງຄາມ ແລະ ສິ່ງເສດເຫຼືອທີ່ຕົກຄ້າງ ທີ່ຍັງເປັນໄພຂົ່ມຂູ່ ແລະ ເປັນສິ່ງກີດຂວາງການພັດທະນາ ແລະ ການດໍາລົງຊິີວິດຂອງປະຊາຊົນລາວ ແລະນີ້ກໍແມ່ນ ສິ່ງຕົກຄ້າງປາງສົງຄາມ ທີ່ສືບຕໍ່ສົ່ງຜົນກະທົບຕໍ່ປະຊາຊົນລາວຢ່າງຫຼວງຫຼາຍ“.

 

ປັດຈຸບັນ, ທາງເຈົ້າໜ້າທີ່ສຳຫຼວດກວດກູ້ລະເບີດ, ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວກອງ 58 ໄດ້ປະສານສົມທົບຢ່າງໃກ້ຊິດກັບ ອໍານາດການປົກຄອງທ້ອງຖິ່ນ ໄດ້ຕອບສະໜອງ ແລະ ລົງພືື້ນທີ່ຢ່າງທັນການເພື່ອກວດສອບ ແລະ ປະເມີນຈຸດທີ່ພົບເຫັນລະເບີດ ເພື່ອວາງແຜນກະກຽມການກວດກູ້ລະເບີດ ໃຫ້ໄດ້ຢ່າງປອດໄພ, ຫຼຸດຜ່ອນຄວາມສ່ຽງ ແລະ ຜົນເສຍຫາຍຕໍ່ກັບປະຊາຊົນໃນເຂດຊຸມຊົນ.

 

 

ສປປ ລາວ ຍັງຄົງເປັນໜຶ່ງໃນປະເທດທີ່ຖືກຖິ້ມລະເບີດໃສ່ໜັກທີ່ສຸດຕໍ່ຫົວຄົນໃນປະຫວັດສາດ, ເຊິ່ງສິ່ງຕົກຄ້າງດັ່ງກ່າວ ແມ່ນສືບຕໍ່ພັດພາກເອົາຊີວິດ ແລະ ປະຊາຊົນລາວ ຍັງຕ້ອງໄດ້ປະເຊີນໜ້າກັບລະເບີດທີ່ບໍ່ທັນເເຕກໃນການດຳລົງຊີວິດ, ໄພຂົ່ມຂູ່ຈາກ ລບຕ ນີ້ ໄດ້ເປັນສິ່ງກີດຂວາງການພັດທະນາເສດຖະກິດສັງຄົມຂອງຊາດ ທັງທາງກົງ ແລະ ທາງອ້ອມ.

 

ໃນໄລຍະທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ, ຮ່ວມກັບຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໄດ້ສຸມໃສ່ຄວາມພະຍາຍາມ ແລະ ມີຄວາມຄືບໜ້າຫຼາຍດ້ານໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ໃນປະເທດ ເເລະ ເປັນປະເທດນໍາພາໃນການຈັດຕັ້ງປະຕິບັດພັນທະສົນທິສັນຍາສາກົນ ແລະ ເປັນປະເທດຕົ້ນໆ ທີ່ຮັບຮອງເອົາສົນທິສັນຍາ, ໂດຍສະເພາະແມ່ນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ເຊິ່ງມີຜົນບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 1 ສິງຫາ 2010 ເປັນຕົ້ນມາ ແລະ ປີນີ້ ກໍຄົບຮອບ 15 ປີ ການມີຜົນບັງຄັບໃຊ້ ສົນທິສັນຍາດັ່ງກ່າວ.

 

 

ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເເມ່ນສົນທິສັນຍາເເມ່ບົດທີ່ສຳຄັນໃນການຈັດຕັ້ງປະຕິບັດວຽກ ງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ສປປ ລາວ ພວກເຮົາໄດ້ມີຄວາມຄືບໜ້າຫຼາຍຢ່າງທີ່ພົ້ນເດັ່ນເປັນຮູບປະທຳ ໂດຍໄດ້ເຮັດວຽກຢ່າງບໍ່ລົດລະເພື່ອ ສໍາຫຼວດກວດກູ້ເກັບກູ້ພື້ນທີ່ອັນຕະລາຍ, ເຮັດໃຫ້ຊຸມຊົນສາມາດນໍາໃຊ້ພື້ນທີ່ດິນ ໄດ້ຢ່າງປອດໄພ, ສາມາດປູກຝັງ ແລະ ສ້າງພື້ນຖານໂຄງລ່າງທີ່ຈຳເປັນໃນການພັດທະນາໄດ້.

 

ນັບແຕ່ປີ 1996 ຮອດປັດຈຸບັນ (1 ສິງຫາ 2025) ພວກເຮົາສາມາດກວດກູ້ພື້ນທີ່ໄດ້ 97,626.56 ເຮັກຕາ, ໃນນັ້ນເປັນພື້ນທີກະສິກຳ ຈໍານວນ 78,522.68 ເຮັກຕາ ແລະ ພື້ນທີ່ການພັດທະນາ ຈໍານວນ 19,103.88 ເຮັກຕາ ແລະ ສາມາດທຳລາຍລະເບີດທັງໝົດ 2,047,292 ໜ່ວຍ, ໃນນັ້ນ ໂບມໃຫຍ່ 5,015 ໜ່ວຍ, ລະເບີດລູກຫວ່ານ 1,228,049 ໜ່ວຍ, ລະເບີດຝັງດິນ 2,782 ໜ່ວຍ, ສໍາພາວຸດ 811,446 ຊິ້ນສ່ວນ.

 

 

ຍິ່ງໄປກວ່ານັ້ນ, ນັບແຕ່ປີ 2015 ເປັນຕົ້ນມາ, ພວກເຮົາໄດ້ສຸມໃສ່ວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ແກ່ 2,122 ຄົນ ແລະ ຈະສືບຕໍ່ຊ່ວຍເຫຼືອ ເພີ່ມອີກໃນອະນາຄົດ ໂດຍສະເພາະການສະໜັບສະໜູນທີ່ສໍາຄັນ ໃຫ້ແກ່ຜູ້ລອດຊີວິດ, ລວມທັງການສະໜອງການດູແລ ທາງການແພດ, ການຟື້ນຟູບໍາບັດ ແລະ ການເຊື່ອມໂຍງກັບຄືນ ສູ່ເສດຖະກິດສັງຄົມ.

 

ນອກນັ້ນ, ກໍໄດ້ມີການໂຄສະນາສຶກສາຄວາມສ່ຽງຈາກ ລບຕ ແລະ ໄລຍະທີ່ຜ່ານມາ ກໍໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຫຼາຍກວ່າ 39,964 ຄັ້ງ ແລະ ມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 5,430,626 ເທື່ອຄົນ, ໂດຍສະເພາະເດັກນ້ອຍ ເພື່ອແນໃສ່ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈໃນການປົກປ້ອງຕົນເອງຈາກອັນຕະລາຍຂອງລະເບີດບໍ່ທັນແຕກ. ໂຄງການ ເຫຼົ່ານີ້ມີຄວາມສຳຄັນຢ່າງຍິ່ງໃນການປ້ອງກັນ ແລະ ຫຼີກລ່ຽງ ອຸບັດເຫດ, ການບາດເຈັບໃໝ່ ແລະ ເສີມສ້າງຄວາມປອດໄພໃຫ້ແກ່ຊຸມຊົນໃຫ້ຫຼາຍຂຶ້ນກວ່າເກົ່າ.

 

 

ອີກອັນໜຶ່ງທີ່ເປັນຜົນງານອັນໂດດເດັ່ນຂອງ ສປປ ລາວ ແມ່ນການລວມເອົາວຽກງານການແກ້ໄຂບັນຫາລະເບີດ ບໍ່ທັນແຕກເຂົ້າໃນວາລະແຫ່ງຊາດດ້ານການພັດທະນາ ລວມທັງຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດສັງຄົມ ໃນແຕ່ລະໄລຍະ ແລະ ເຊື່ອມສານວຽກງານ ລບຕ ເຂົ້າໃນວາລະຂອງສາກົນ, ໂດຍສະເພາະ ການຮັບຮອງເອົາເປົ້າໝາຍ ການພັດທະນາແບບຍືນຍົງທີ 18 (SDG 18): “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກທີ່ຖືກຮັບຮອງໃນປີ 2016.

 

ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດທີ່ເປັນເອກະລັກນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ກໍເປັນອີກເງື່ອນໄຂພື້ນຖານໃນການບັນລຸເປົ້າໝາຍການພັດທະນາອື່ນໆ ລວມທັງຄວາມໝາຍໝັ້ນໃນການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ, ກໍຄື ການລຶບລ້າງຄວາມທຸກຍາກ, ສົ່ງເສີມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການເຂົ້າເຖິງການສຶກສາ ແລະ ການດູແລສຸຂະພາບທີ່ດີ.

 

ຄວາມພະຍາຍາມດັ່ງກ່າວນີ້, ເປັນສິ່ງຢັ້ງຢືນເຖິງຄວາມຕັ້ງໃຈຂອງ ສປປ ລາວ ທີ່ຈະຮັບປະກັນວ່າອະດີດທີ່ໂສກເສົ້າ ຈະບໍ່ກຳນົດອະນາຄົດຂອງປະຊາຊົນຂອງພວກເຮົາອີກຕໍ່ໄປ.

 

ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບຄວາມຄືບໜ້າ ແລະ ຄວາມພະຍາຍາມດັ່ງກ່າວ, ການພົບເຫັນລະເບີດຂະໜາດໃຫຍ່ຄັ້ງນີ້ ຢູ່ ບ້ານນ້ຳພາວ ເມືອງຄໍາເກີດ ແຂວງບໍລິຄຳໄຊ ກໍເປັນອີກໜຶ່ງຮ່ອງຮອຍທີ່ເປັນພຽງແຕ່ເສດສ້ຽວໜຶ່ງຂອງຈໍານວນລູກລະເບີດ ທີ່ຍັງບໍ່ທັນແຕກຈໍານວນມະຫາສານທີ່ຍັງຕົກຄ້າງຢູ່ຜືນແຜນດິນລາວເຮົາ ແລະ ພາລະອັນໜັກໜ່ວງໃນພາລະກິດ ວຽກງານການເກັບກູ້ລະເບີດທີ່ຈະຕ້ອງສືບຕໍ່ອີກຫຼາຍຮຸ່ນຄົນ.

 

ທີ່ມາ: ປະຊາຊົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 1 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,441
21,717
thailand (1)
THB
658.49
668.63
european-union
EUR
23,673
24,147
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-01T155504.108
"ທຣໍາ" ປະກາດເກັບພາສີນຳເຂົ້າສິນຄ້າລາວ 40% ເລີ່ມມີຜົນ 1 ສິງຫາ 2025 ນີ້
_cover - 2025-08-01T115812.240
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple
pele - 2025-08-01T113820.089
ກອງພັນໃຫຍ່ 703 ເຝິກແອບມອດໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນກອບກູ້ຜູ້ປະສົບໄພ ດ້ວຍເຮືອບິນຂຶ້ນຊື່ MI-17 ປະຈໍາປີ 2025
_cover - 2025-08-01T111442.512
ທ່ານ​ ທອງລຸນ ສີ​ສຸ​ລິດ ປະທານ​ປະ​ເທດ​ລາວຢ້ຽມຢາມຣັດເຊຍຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ
pele - 2025-08-01T102941.120
ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ
_cover - 2025-08-01T100247.382
ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ
pele - 2025-08-01T095435.032
ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ
_cover - 2025-08-01T093115.966
ແຈ້ງການມອດໄຟ ວັນທີ 01,02,03 ສິງຫາ 2025 ບາງເຂດໃນນະຄອນຫຼວງ
_cover - 2025-08-01T085749.133
ທຣຳປະກາດເກັບພາສີ 25% ສິນຄ້ານຳເຂົ້າຈາກອິນເດຍ ເລີ່ມ 1 ສິງຫາ ພ້ອມລົງໂທດເສີມ ເພາະຄ້າພະລັງງານແລະອາວຸດຈາກຣັດເຊຍ
pele - 2025-07-31T161421.096
ງານສັບປະດາແຟຊັ່ນລາວ 2025 "ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ"
ຢ່າລື່ມກົດຕິດຕາມ