
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple
ແອັບເປີນ (Apple) ກຽມເປີດໂຕ iPhone ລຸ້ນໃໝ່ໃນເດືອນກັນຍານີ້ ແລະ ຂ່າວລືຫຼ້າສຸດເຫັນເຖິງການປ່ຽນແປງຂອງ iPhone ລຸ້ນ iPhone 17 Pro ແລະ iPhone 17 Pro Max ທີ່ອາດຈະມາພ້ອມກັບຟີເຈີທີ່ບໍ່ເຄີຍມີໃນ iPhone ມາກ່ອນ
ຈຸດເດັ່ນຂ່າວລືການອັບເກຣດທີ່ໜ້າສົນໃຈ
- ໜ້າຈໍປ້ອງກັນການສະທ້ອນ: ຕາມລາຍງານຂອງ MacRumors, iPhone 17 Pro ຈະໃຊ້ໜ້າຈໍແບບໃໝ່ທີ່ຊ່ວຍຫຼຸດແສງສະທ້ອນ ເຮັດໃຫ້ເບິ່ງເຫັນໜ້າຈໍໄດ້ຊັດເຈນຂຶ້ນເຖິງຢູ່ໃນບ່ອນທີ່ມີແສງແດດແຮງ ນອກຈາກນີ້ ໜ້າຈໍຍັງມີຄວາມທົນທານຕໍ່ຮອຍຂີດຂ່ວນໄດ້ດີຍິ່ງຂຶ້ນອີກດ້ວຍ
- ຊູມແບບອອບຕິກັລ 8x: ກ້ອງ Telephoto ຂອງ iPhone 17 Pro ຄາດວ່າຈະເພີ່ມຄວາມສາມາດໃນການຊູມຈາກເດີມ 5x ເປັນ 8x ຊຶ່ງເປັນການກ້າວກະໂດດຄັ້ງໃຫຍ່ ແລະ ຈະເປັນຄັ້ງທຳອິດຂອງ Apple
- ສ່ວນນູນຂອງກ້ອງໃຫຍ່ຂຶ້ນ: ເພື່ອຮອງຮັບການຊູມແບບອອບຕິກັລທີ່ເພີ່ມຂຶ້ນ ເຮັດໃຫ້ສ່ວນນູນຂອງກ້ອງ (camera bump) ດ້ານຫຼັງມີຂະໜາດໃຫຍ່ຂຶ້ນກ່ວາເດີມ
- ການອອກແບບທີ່ປ່ຽນໄປ: ມີລາຍງານວ່າ iPhone 17 Pro Max ຈະໜາຂຶ້ນກ່ວາເກົ່າແລະອາດມີການຍ້າຍຕຳແໜ່ງຂອງໂລໂກ້ Apple ລວມເຖິງມີຂະໜາດໜ້າຈໍທີ່ແຕກຕ່າງໄປຈາກລຸ້ນປັດຈຸບັນ
ການອັບເກຣດເຫຼົ່ານີ້ສະແດງໃຫ້ເຫັນວ່າ Apple ມຸ່ງເນັ້ນໄປທີ່ການຍົກລະດັບປະສົບການການໃຊ້ງານຂອງຜູ້ໃຊ້ ຢ່າງໃດກໍຕາມ ຂໍ້ມູນທັງໝົດນີ້ຍັງເປັນພຽງຂ່າວລືທີ່ຕ້ອງລໍການຢືນຢັນ ການເປີດໂຕຢ່າງເປັນທາງການມັກເກີດຂຶ້ນໃນງານພິເສດຂອງ Apple ຊ່ວງເດືອນກັນຍາຂອງທຸກປີ
ດັ່ງນັ້ນຄົງຕ້ອງຕິດຕາມກັນຕໍ່ໄປວ່າຟີເຈີແລະດີໄຊຈິງຈະເປັນຢ່າງທີ່ກ່າວມາຕາມຂ່າວລື ຈິງຫຼືບໍ່ ?
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Wednesday, 8 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ