
ວັນທີ່ 1 ສິງຫາ 2025 ໂດນາລ ທຣໍາ ປະທານາທິບໍດີສະຫະລັດ ລົງນາມເລັ່ງເກັບພາສີສິນຄ້ານຳເຂົ້າຈາກ ສປປ ລາວອັດຕາ 40% ຈາກເດີມ 44% ມີຜົນພາຍໃນ 7 ວັນຫຼັງປະກາດຫຼ້າສຸດ ເມື່ອວັນທີ່ 1 ສິງຫາ 2025 ນີ້
ຂະນະທີ່ອັດຕາພາສີແບບຕ່າງຕອບໂຕ້ (Reciprocal Tariff) ຂອງປະເທດອື່ນໆ ໃນເຂດອາຊຽນ:
- ມຽນມາ 40% ຈາກເດີມ 44%
- ບຣູໄນ 25% ຈາກເດີມ 24%
- ຫວຽດນາມ 20% ຈາກເດີມ 46%
- ອິນໂດເນເຊຍ 19% ຈາກເດີມ 32%
- ຟິລິບປີນ 19% ຈາກເດີມ 18%
- ໄທ 19% ຈາກເດີມ 36%
- ກຳປູເຈຍ 19% ຈາກເດີມ 49%
- ມາເລເຊຍ 19% ຈາກເດີມ 24%
- ສິງກະໂປ 10% ຈາກເດີມ 10%
“ທຣໍາ” ຂະຫຍາຍເສັ້ນຕາຍເກັບພາສີເມັກຊິໂກໄປອີກ 90 ມື້
ໂດນາລ ທຣໍາ ປະກາດຈະຢຸດຊົ່ວຄາວການຂຶ້ນພາສີສິນຄ້ານຳເຂົ້າຈາກເມັກຊິໂກຕາມທີ່ວາງແຜນໄວ້ກ່ອນ ແລະ ຈະຄົງພາສີໃນອັດຕາປັດຈຸບັນຕໍ່ໄປອີກ 90 ວັນ ຫຼັງຈາກທີ່ໄດ້ສົນທະນາກັບປະທານາທິບໍດີ Claudia Sheinbaum
ທຣໍາໂພສຂໍ້ຄວາມນີ້ເທິງ Truth Social ລະບຸດ້ວຍວ່າຈະຫາລືເລື່ອງການຄ້າກັນຕໍ່ໄປ ໂດຍປັດຈຸບັນເມັກຊິໂກກຳລັງປະເຊີນກັບພາສີນຳເຂົ້າ 25% ສຳລັບສິນຄ້າທີ່ບໍ່ໄດ້ນຳເຂົ້າພາຍໃຕ້ຂໍ້ຕົກລົງການຄ້າອະເມລິກາເໜືອ ໂດຍເມັກຊິໂກຈະຍັງຄົງຕ້ອງຈ່າຍພາສີລົດຍົນໃນອັດຕາ 25% ພາສີສຳລັບເຫຼັກ ອະລູມິນຽມ ແລະ ທອງແດງໃນອັດຕາ 50% ຕໍ່ໄປ
ເປົ້າໝາຍ 90 ມື້ 90 ດີລ
ເຫັນໄດ້ຊັດເຈນວ່າເປົ້າໝາຍ 90 ວັນ 90 ດີລ ຂອງສະຫະລັດທີ່ປະກາດໄວ້ຕອນເລື່ອນກຳໜົດເກັບພາສີເມື່ອ 3 ເດືອນກ່ອນ ເປັນເປົ້າໝາຍທີ່ທ້າທາຍເກີນໄປ ຊ່ວງເກືອບ 4 ເດືອນທີ່ຜ່ານມາ
ຖ້າເບິ່ງຂໍ້ມູນຫຼ້າສຸດທີ່ລວບລວມໄວ້ຈົນເຖິງເມື່ອວານນີ້ (31 ກໍລະກົດ) ຜູ້ນຳສະຫະລັດຢືນຢັນການປິດດີລການຄ້າກັບ 7 ຄູ່ຄ້າເທົ່ານັ້ນ ໄດ້ແກ່:
ອັງກິດ ທີ່ໄດ້ອັດຕາພາສີເທົ່າເກົ່າ ແຕ່ຈະຫຼຸດພາສີນຳເຂົ້າສິນຄ້າບາງລາຍການທີ່ຖືກເກັບສູງກວ່າຮ້ອຍລະ 10 ເຊັ່ນ: ລົດຍົນ ຕາມດ້ວຍເຂດອາຊຽນທີ່ຈະໄດ້ອັດຕາພາສີຢູ່ທີ່ 19-20% ແລະ ພັນທະມິດໃກ້ຊິດຂອງສະຫະລັດ ເຊັ່ນຍີ່ປຸ່ນ ສະຫະພາບຢູໂຣບ ແລະ ເກົາຫຼີໃຕ້ ໄດ້ຫຼຸດພາສີລົງມາເຫຼືອ 15%
ຊຶ່ງຫຼາຍປະເທດໂດຍສະເພາະເຂດອາຊຽນຕ້ອງແລກກັບການເປີດຕະຫຼາດໃຫ້ສິນຄ້າສະຫະລັດເຂົ້າປະເທດໄດ້ໂດຍບໍ່ເສຍພາສີ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |