_cover - 2025-08-04T092240.029
ຮອງປະທານປະເທດ ຊ່ວຍຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 August, 2025
ໝວດ: ຂ່າວ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ໃນວັນທີ 3 ສິງຫາ 2025 ນີ້,

 

 

ເຊິ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ໂດຍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫລືອບັນເທົາທຸກ ໃນເບື້ອງຕົ້ນ.

ທ່ານ ໜໍເຢັ່ງຢ່າ ເຈົ້າເມືອງໜອງແຮດ ໄດ້ໃຫ້ຮູ້ວ່າ: ບ້ານຫາດບໍ່ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 22 ກໍລະກົດ 2025 ຜ່ານມາ, ມີ 34 ຫລັງຄາເຮືອນ ໄດ້ ຮັບຜົນກະທົບ.

 

ໃນນັ້ນ, ມີຜູ້ເສຍຊິວິດ 1 ຄົນ, ມີເຮືອນຖືກນ້ຳໄຫລຊຸ 5 ຫລັງ, ພ້ອມນີ້ຍັງມີຮ້ານຂາຍເຄື່ອງ, ຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູ, ໂຕະ, ຕັ່ງ ຖືກນ້ຳໄຫລຊຸ ເສຍຫາຍ, ຫົນທາງຖືກຕັດຂາດ ປັດຈຸບັນຍັງບໍ່ສາມາດ ເຂົ້າ-ອອກໄດ້ເທື່ອ, ພາກ ສ່ວນທີ່ກ່ຽວຂ້ອງ ພວມເລັ່ງແກ້ໄຂ. ສ່ວນຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຕົວຈິງ.

 

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຄະນະນຳຂັ້ນເມືອງ ກໍຄື ອຳນາດການປົກຄອງບ້ານ ທີ່ໄດ້ຮັບຜົນກະທົບ ໃຫ້ເອົາໃຈໃສ່ແຈກຢາຍເຄື່ອງຊ່ວຍເຫລືອໃຫ້ປະຊົນໃຫ້ທົ່ວເຖິງ, ຕິດພັນກັບການປັບປຸງ, ສ້ອມແປງບັນດາພື້ນຖານໂຄງລ່າງ ເປັນຕົ້ນ ເຮືອນປະຊາຊົນ, ເສັ້ນທາງ, ໂຮງຮຽນ ແລະ ອື່ນໆ ທີ່ເປ່ເພ ເສຍຫາຍ.

 

ພ້ອມທັງໃຫ້ລົງໃກ້ຊິດຕິດແທດ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນ 5 ຄອບຄົວທີ່ຖືກນ້ຳໄຫລຊຸ ໃຫ້ມີທີ່ຢູ່ອາໄສ ໃນເບື້ອງຕົ້ນ, ພ້ອມທັງໃຫ້ມີແຜນເພື່ອຈັດສັນ, ຍົກຍ້າຍຄອບຄົວທີ່ຢູ່ແຄມນ້ຳ ໃຫ້ໄປຢູ່ບ່ອນທີ່ສູງກວ່າເກົ່າ ຫລື ຍົກຍ້າຍໄປຢູ່ບ່ອນໃໝ່ ເພື່ອຮັບປະກັນທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ ແລະ ອື່ນໆ.

 

ທີ່ມາ: ວສລLNR

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ