_cover - 2025-08-04T102241.535
ພູເຂົາໄຟຄຣາເຊນິນນິຄອຟຂອງຣັດເຊຍ ລະເບີດຄັ້ງທຳອິດໃນຮອບຫຼາຍຮ້ອຍປີ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 August, 2025
ໝວດ: ຂ່າວ

ສຳນັກຂ່າວອາຣ໌ໄອເອ ໂນວອສຕີ ຂອງຣັດເຊຍ ລາຍງານວ່າເຮລິຄອບເຕີຂອງທີມຮັບມືເຫດການພູເຂົາໄຟລະເບີດຄໍາຊັດກາ ອອກບິນສຳຫຼວດພື້ນທີ່ ພົບວ່າພູເຂົາໄຟຄຣາເຊນິນນິຄອຟ ໃນພູມິພາກຄໍາຊັດກາ ທາງຕາເວັນອອກໄກຂອງຣັດເຊຍ ລະເບີດເມື່ອຊ່ວງແລງວັນເສົາຕາມເວລາມາດຕະຖານສາກົນ

 

Digital Marketing Agency in Laos - Emerging Digital Solutions

 

ກົງກັບເຊົ້າມືດວັນອາທິດຕາມເວລາທ້ອງຖິ່ນ ເປັນຄັ້ງທຳອິດໃນປະຫວັດສາດທີ່ສາມາດຢືນຢັນການລະເບີດຂອງພູເຂົາໄຟລູກນີ້ໃນຮອບ 600 ປີ ຫຼັງຈາກທີ່ເຄີຍລະເບີດລາວາອອກມາຄັ້ງຫຼ້າສຸດໃນຊ່ວງເວລາໃດເວລາໜຶ່ງລະຫວ່າງ ຄ.ສ. 1400-1497

 

ຂະນະທີ່ຂໍ້ມູນຂອງໂຄງການພູເຂົາໄຟໂລກຂອງສະຖາບັນສະມິດໂຊນຽນໃນສະຫະລັດ ລະບຸວ່າ ພູເຂົາໄຟລູກນີ້ລະເບີດຄັ້ງຫຼັງສຸດໃນ ຄ.ສ. 1550 ຫຼືເມື່ອ 475 ປີກ່ອນ

 

ດ້ານກະຊວງເຫດສຸກເສີນຂອງຣັດເຊຍສາຂາຄໍາຊັດກາ ແຈ້ງວ່າ ພູເຂົາໄຟຄຣາເຊນິນນິຄອຟ ຄວາມສູງ 1,856 ແມັດ ໄດ້ພົ້ນຂີ້ເຖົ້າສູງຂຶ້ນໄປໃນອາກາດເຖິງ 6 ກິໂລແມັດ ກະແສລົມໄດ້ພັດຂີ້ເຖົ້າໄປທາງຕາເວັນອອກມຸ່ງໜ້າສູ່ມະຫາສະໝຸດແປຊິຟິກ ຜ່ານເສັ້ນທາງທີ່ບໍ່ມີປະຊາກອນອາໄສຢູ່ ກະຊວງໄດ້ກຳນົດລະຫັດເຕືອນໄພທາງການບິນເປັນສີສົ້ມ ໝາຍຄວາມວ່າມີຄວາມສ່ຽງເພີ່ມຂຶ້ນຕໍ່ເຄື່ອງບິນ

 

ຫົວໜ້າທີມຮັບມືເຫດການພູເຂົາໄຟລະເບີດຄໍາຊັດກາ ເຊື່ອວ່າ ພູເຂົາໄຟລະເບີດວັນນີ້ອາດມີຄວາມກ່ຽວຂ້ອງກັບແຜ່ນດິນໄຫວຂະໜາດ 8.8 ນອກຊາຍຝັ່ງມະຫາສະໝຸດຄໍາຊັດກາ ທາງຕາເວັນອອກສຸດຂອງຣັດເຊຍເມື່ອວັນທີ່ 31/7/2025 ທີ່ຜ່ານມາ ເຮັດໃຫ້ເກີດຊູນາມິຊັດເຂົ້າຝັ່ງຣັດເຊຍ ແລ ມີການເຕືອນໄພຊູນາມິຕັ້ງແຕ່ຍີ່ປຸ່ນໄປໄກເຖິງຊິລີ

 

ກ່ອນໜ້ານີ້ ພູເຂົາໄຟຄລູເຊຟສະກີ ຫຼື ຄລູເຊຟສະກາ ຊຶ່ງເປັນພູເຂົາໄຟອີກລູກໜຶ່ງເທິງມະຫາສະໝຸດດຽວກັນ ແລະ ເປັນພູເຂົາໄຟທີ່ຍັງມີພະລັງຫຼາຍທີ່ສຸດໃນພູມິພາກຢູເຣເຊຍ ຄວາມສູງ 4,754 ແມັດ ໄດ້ລະເບີດໃນມື້ດຽວກັນກັບທີ່ເກີດແຜ່ນດິນໄຫວໃຫຍ່

 

ຢ່າງໃດກໍ່ຕາມ ຂໍ້ມູນຂອງໂຄງການພູເຂົາໄຟໂລກລະບຸວ່າ ພູເຂົາໄຟລູກນີ້ລະເບີດຢ່າງສະໝ່ຳສະເໝີມາຢ່າງໜ້ອຍ 18 ຄັ້ງນັບຕັ້ງແຕ່ປີ ຄ.ສ. 2000 ຈຶ່ງອາດບໍ່ກ່ຽວຂ້ອງໂດຍກົງກັບແຜ່ນດິນໄຫວໃຫຍ່ດັ່ງກ່າວ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ