_cover - 2025-08-04T164627.271
ເກົາຫຼີເໜືອປຸກກະແສຈົງຮັກພັກດີ "ຄິມ ຈອງອຶນ" ກ່ອນຮອດມື້ສະຫຼອງຄົບຮອບ 80 ປີ ປົດແອກຈາກຍີ່ປຸ່ນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 5 August, 2025
ໝວດ: ຂ່າວ

ສຳນັກຂ່າວເກົາຫຼີເໜືອປຸກກະແສຍົກຍ່ອງ “ຄິມ ຈອງອຶນ” ຫຼານຊາຍຜູ້ສືບທອດຈິດວິນຍານນັກສູ້ເພື່ອເອກະລາດຈາກ “ຄິມ ອິລຊົງ” ຜູ້ກໍ່ຕັ້ງປະເທດ

 

ວັນທີ່ 3 ສິງຫາ 2025 ເວັບໄຊຂ່າວ “ໂຣດົງຊິນມຸນ” ຂອງເກົາຫຼີເໜືອ ເຜີຍແຜ່ບົດຄວາມເມື່ອວັນອາທິດ ຍົກຍ່ອງ “ຄິມ ຈອງອຶນ” ຜູ້ນຳລຸ່ນຫຼານ ຜູ້ສືບທອດຈິດວິນຍານນັກສູ້ເພື່ອເອກະລາດຈາກ “ຄິມ ອິລຊົງ” ຜູ້ກໍ່ຕັ້ງປະເທດ ຊຶ່ງໄດ້ຮັບການຍົກຍ່ອງວ່າເປັນວີລະບຸລຸດແຫ່ງການປົດປ່ອຍ ແລະ ນັກຮັກຊາດຜູ້ຍິ່ງໃຫຍ່ ທີ່ນຳການຕໍ່ສູ້ກັບການຍຶດຄອງຂອງຍີ່ປຸ່ນໃນຊ່ວງປີ 1910–1945

 

ບົດຄວາມດັ່ງກ່າວຍັງເນັ້ນໃຫ້ເຫັນວ່າ ຄິມ ຈອງອຶນ ຈະນຳປະເທດໄປສູ່ຄວາມແຂງແກ່ງທີ່ບໍ່ມີຜູ້ຕໍ່ຕ້ານ ພາຍໃຕ້ການນຳທີ່ໝັ້ນຄົງຂອງລາວ ນອກຈາກນີ້ຍັງຍ້ອນເຖິງເຫດການທີ່ຄິມ ຈອງອຶນ ຂີ່ມ້າຂຶ້ນຟູເຂົາແພັກຕູ ທ່າມກາງຫິມະໃນເດືອນທັນວາ 2019 ຊຶ່ງຖືກປຽບວ່າເປັນສັນຍາລັກສືບສານເຈດຕະນາລົມຂອງຜູ້ນຳລຸ່ນກ່ອນທີ່ເລີ່ມຕົ້ນການຕໍ່ສູ້ຈາກພູເຂົາລູກນີ້

 

 

ໃນບົດຄວາມອີກບົດໜຶ່ງ ສື່ມວນຊົນເກົາຫຼີເໜືອຮຽກຮ້ອງໃຫ້ປະຊາຊົນມອບຄວາມຈົງຮັກພັກດີດ້ວຍຫົວໃຈດວງດຽວແດ່ຜູ້ນຳສູງສຸດ ຄິມ ຈອງອຶນ ໂດຍກ່າວວ່າລາວເປັນຜູ້ນຳທີ່ປຽບດັງທ້ອງຟ້າ ແລະ ປະຊາຊົນຄວນເທີດທູນເໜືອສິ່ງອື່ນໃດ

 

ທັງນີ້ ບົດຄວາມຊຸດນີ້ເຜີຍແຜ່ອອກມາກ່ອນເຖິງວັນຄົບຮອບ 80 ປີ ການປົດປ່ອຍດິນແດນມະຫາສະໝຸດເກົາຫຼີຈາກການປົກຄອງຂອງຍີ່ປຸ່ນໃນວັນທີ່ 15 ສິງຫາ ຊຶ່ງເຫດການຫຼັງຈາກນັ້ນນຳໄປສູ່ສົງຄາມເກົາຫຼີໃນປີ 1950–1953 ແລະ ການແບ່ງແຍກປະເທດອອກເປັນເກົາຫຼີເໜືອ ແລະ ເກົາຫຼີໃຕ້ດັ່ງເຊັ່ນປັດຈຸບັນ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ