_cover - 2025-08-05T113125.900
ສະຫະລັດກຽມບັງຄັບນັກທ່ອງທ່ຽວບາງປະເທດ ວາງ"ເງິນຄ້ຳປະກັນວີຊາ" ສູງສຸດ 15,000 ໂດລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 5 August, 2025
ໝວດ: ຂ່າວ

ສະຫະລັດອາເມລິກາກຽມໃຊ້ມາດຕະການໃໝ່ ໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກບາງປະເທດວາງເງິນຄ້ຳປະກັນສູງສຸດເຖິງ 15,000 ໂດລາເມື່ອຂໍວີຊາ 

 

ລັດຖະບານສະຫະລັດອາເມລິກາປະກາດກຽມບັງຄັບໃຊ້ມາດຕະການໃໝ່ ໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກບາງປະເທດຕ້ອງວາງເງິນຄ້ຳປະກັນ (Visa Bond) ສູງສຸດເຖິງ 15,000 ໂດລາສະຫະລັດ  ເມື່ອຂໍວີຊາເຂົ້າສະຫະລັດ ພາຍໃຕ້ໂຄງການນຳໜ້າ ທີ່ຈະເລີ່ມໃນວັນທີ 20 ສິງຫາ 2025 ມີໄລຍະເວລາໃຊ້ປະມານ 1 ປີ ແນໃສ່ຫຼຸດຜ່ອນບັນຫາຜູ້ເດີນທາງເກີນກຳນົດວີຊາ

 

ຕາມປະກາດໃນ Federal Register ເຈົ້າໜ້າທີ່ກົງສຸນສະຫະລັດ ຈະມີສິດພິຈາລະນາໃນການກຳນົດເງິນຄ້ຳປະກັນສຳລັບຜູ້ເດີນທາງຈາກປະເທດທີ່ມີອັດຕະການຢູ່ເກີນວີຊາສູງ ຫຼື ຈາກປະເທດທີ່ສະຫະລັດເຫັນວ່າມີຂໍ້ມູນການກວດສອບປະຫວັດບໍ່ພຽງພໍ ໂດຍມີຕົວເລືອກວົງເງິນຄ້ຳປະກັນຢູ່ທີ່ 5,000 ໂດລາ, 10,000 ໂດລາ ຫຼື 15,000 ໂດລາ

 

ແຕ່ໂດຍທົ່ວໄປຈະຄາດຫວັງໃຫ້ໃຊ້ຂັ້ນຕ່ຳ 10,000 ໂດລາ ໂດຍເງິນຄ້ຳປະກັນຈະຖືກຄືນໃຫ້ຜູ້ເດີນທາງຫາກອອກຈາກສະຫະລັດຕາມເງື່ອນໄຂຂອງວີຊາ

 

ນະໂຍບາຍນີ້ສອດຄ່ອງກັບແນວທາງຂອງປະທານາທິບໍດີໂດນັລ ທຣຳ ທີ່ເນັ້ນປາບປາມຄົນເຂົ້າເມືອງຜິດກົດໝາຍ ແລະ ເພີ່ມມາດຕະການກວດສອບຄວາມໝັ້ນຄົງ ກ່ອນໜ້ານີ້ ທຣຳໄດ້ອອກຄຳສັ່ງ Travel Ban ໃນເດືອນມິຖຸນາ 2025 ແບນການເດີນທາງເຕັມຮູບແບບ ຫຼື ບາງສ່ວນຕໍ່ພົນລະເມືອງ 19 ປະເທດ ດ້ວຍເຫດຜົນດ້ານຄວາມໝັ້ນຄົງແຫ່ງຊາດ

 

ຫຼາຍປະເທດທີ່ຢູ່ໃນລາຍຊື່ ເຊັ່ນ:  ສາທາລະນະລັດ ຊາດ, ເອຣິເທຣຍ, ເຮຕີ, ມຽນມາ ແລະ ເຢເມນ ລ້ວນມີອັດຕະການຢູ່ເກີນວີຊາສູງ ລວມທັງປະເທດໃນອາຟຣິກາຫຼາຍແຫ່ງ ເຊັ່ນ: ບູຣຸນດີ, ຈິບູຕີ ແລະ ໂຕໂກ ຕາມຂໍ້ມູນຈາກກກົມພາສີອາກອນແລະ ປ້ອງກັນຊາຍແດນສະຫະລັດອາເມລິກາ ປີງົບປະມານ 2023

 

ສະມາຄົມການທ່ອງທ່ຽວສະຫະລັດ ປະເມີນວ່າມາດຕະການນີ້ຈະກະທົບຜູ້ຂໍວີຊາປະມານ 2,000 ຄົນຕໍ່ປີ ຈາກບໍ່ຫຼາຍປະເທດທີ່ມີປະລິມານນັກທ່ອງທ່ຽວໄປສະຫະລັດຄ່ອນຂ້າງຕ່ຳຢູ່ແລ້ວ ແຕ່ຍັງເຕືອນວ່າມາດຕະການດັ່ງກ່າວອາດຍິ່ງເຮັດໃຫ້ການເດີນທາງເຂົ້າສະຫະລັດຫຼຸດລົງ

 

ຈາກສະຖິຕິພົບວ່າຕັ້ງແຕ່ມີນະໂຍບາຍເຂັ້ມງວດດ້ານຄົນເຂົ້າເມືອງ ການເດີນທາງຈາກແຄນາດາ ແລະ ເມັກຊິໂກເຂົ້າສະຫະລັດ ຫຼຸດລົງ 20% ເມື່ອທຽບປີຕໍ່ປີ ແລະ ຄ່າໂດຍສານເຄື່ອງບິນຂ້າມມະຫາສະໝຸດແອັດແລນຕິກຫຼຸດລົງສູ່ລະດັບຕ່ຳສຸດຕັ້ງແຕ່ກ່ອນໂຄວິດ-19

 

ນອກຈາກນີ້ ກົດໝາຍງົບປະມານທີ່ສະພາຄອງເກຣດສະຫະລັດຜ່ານເມື່ອເດືອນກໍລະກົດ ຍັງເພີ່ມຄ່າທຳນຽມ “Visa Integrity Fee” ມູນຄ່າ 250 ໂດລາສະຫະລັດ ສຳລັບຜູ້ໄດ້ຮັບອະນຸມັດວີຊາຊົ່ວຄາວທຸກຄົນ ເລີ່ມມີຜົນ 1 ຕຸລາ 2025 ຊຶ່ງຄ່າທຳນຽມນີ້ອາດຄືນໄດ້ຫາກຜູ້ເດີນທາງປະຕິບັດຕາມເງື່ອນໄຂວີຊາ

 

ສະມາຄົມການທ່ອງທ່ຽວສະຫະລັດ ລະບຸວ່າຫາກບັງຄັບໃຊ້ຈິງ ສະຫະລັດຈະເປັນໜຶ່ງໃນປະເທດທີ່ມີຄ່າທຳນຽມວີຊາສູງທີ່ສຸດໃນໂລກ ຊຶ່ງອາດເປັນປັດໄຈທີ່ເຮັດໃຫ້ການທ່ອງທ່ຽວໃຫ້ຕົກຕ່ຳລົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ