_cover - 2025-08-06T152529.289
ອົດສະຕາລີຂະຫຍາຍກອງທັບ ສັ່ງຊື້ເຮືອຮົບລຸ້ນໃໝ່ຈາກຍີ່ປຸ່ນ 11 ລຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 August, 2025
ໝວດ: ຂ່າວ

ທ່ານ ລິຊາດ ມາລສ໌ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອົດສະຕາລີ ເປີດເຜີຍວ່າ ອົດສະຕາລີຈະອັບເກຣດກອງທັບເຮືອຂອງຕົນເອງ

 

ໂດຍການສັ່ງຊື້ເຮືອຟຣິເກັດ 11 ລຳ ທີ່ຜະລິດໂດຍບໍລິສັດ ມິຊູບິຊິ ເຮັບວີ ອິນດັສຕຣີ ຂອງຍີ່ປຸ່ນ ໂດຍ ທ່ານ ລິຊາດ ມາລສ໌ ບອກວ່າ ນີ້ແມ່ນຂໍ້ຕົກລົງດ້ານຄວາມໝັ້ນຄົງທີ່ມີມູນຄ່າກວ່າ 10,000 ລ້ານໂດລາອົດສະຕາລີ, ນັບວ່າເປັນຂໍ້ຕົກລົງດ້ານຄວາມໝັ້ນຄົງທີ່ໃຫຍ່ທີ່ສຸດເທົ່າທີ່ອົດສະຕາລີເຄີຍຕົກລົງຮ່ວມກັບຍີ່ປຸ່ນ.

 

ອົດສະຕາລີສັ່ງຊື້ເຮືອຟຣິເກັດລຸ້ນ “ໂມກາມິ” ຊຶ່ງສາມາດເອົາຊະນະເຮືອຟຣິເກັດ “ເມໂກ ເອ-200” ຂອງເຢຍລະມັນໃນການແຂ່ງຂັນເຮັດຂໍ້ຕົກລົງໄດ້ ໂດຍມາລສ໌ ບອກວ່າ ການຕັດສິນໃຈສັ່ງຊື້ເຮືອຮົບຈາກຍີ່ປຸ່ນ ເປັນການຕັດສິນໃຈທີ່ພິຈາລະນາໂດຍເບິ່ງວ່າເຮືອລຸ້ນໃດຈະເໝາະສົມ ແລະ ເປັນປະໂຫຍດຕໍ່ອົດສະຕາລີຫຼາຍທີ່ສຸດ

 

 

ໂດຍເຮືອຟຣິເກັດລຸ້ນໂມກາມິ ຈະຖືກນຳມາໃຊ້ແທນທີ່ເຮືອລຸ້ນແອນແຊັກ ທີ່ເລີ່ມຈະໝົດອາຍຸການໃຊ້ງານ ແລະ ຄາດວ່າຈະເລີ່ມເຂົ້າມາແທນທີ່ພາຍໃນປີ 2030.

 

ເຮືອຟຣິເກັດລຸ້ນໂມກາມິມີຄວາມສາມາດແລ່ນໂດຍຫຼີກການກວດສອບຂອງເຣດາໄດ້ ມີຊ່ອງຍິງຂີປະນາວຸດແນວດິ່ງ 32 ຊ່ອງ

 

ຊຶ່ງສາມາດຍິງຂີປະນາວຸດລະຍະໄກໄດ້ ລວມເຖິງຂີປະນາວຸດໂທມາຮອວກ໌ ຊຶ່ງຈະຊ່ວຍໃຫ້ກອງທັບເຮືອຂອງອົດສະຕາລີມີຄວາມແຂງແກ່ນຂຶ້ນ ໂດຍເຮືອຟຣິເກັດ 3 ລຳທຳອິດທີ່ອົດສະຕາລີສັ່ງຊື້ຈະຜະລິດໃນຍີ່ປຸ່ນ ແລະ ທີ່ເຫຼືອຈະຜະລິດໃນອົດສະຕາລີ.

 

ທາງດ້ານ ທ່ານ ເກນ ນາກາທານິ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ຖະແຫຼງວ່າ ຍີ່ປຸ່ນຍິນດີທີ່ອົດສະຕາລີຕັດສິນໃຈລົງນາມສັນຍາຊື້ເຮືອຟຣິເກັດທີ່ຜະລິດໂດຍບໍລິສັດມິດສູບິຊິ ເຮັບວີ ອິນດິສທຣີສ໌ ຂອງຍີ່ປຸ່ນ

 

ຍັງບອກວ່າ ການຕັດສິນໃຈຂອງອົດສະຕາລີຄັ້ງນີ້ ແມ່ນບົດພິສູດຢ່າງຊັດເຈນເຖິງຄວາມໄວ້ວາງໃຈໃນເທັກໂນໂລຊີຂັ້ນສູງຂອງຍີ່ປຸ່ນ ແລະ ການເຮັດວຽກທີ່ເຂົ້າກັນໄດ້ລະຫວ່າງກອງກຳລັງປ້ອງກັນຕົນເອງຍີ່ປຸ່ນ ກັບກອງທັບອົດສະຕາລີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ