_cover - 2025-08-06T160311.724
ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 August, 2025
ໝວດ: ຂ່າວ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ,

 

ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

 

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ໂດຍມີເນື້້ອໃນບາງຕອນສຳຄັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ;

 

 

ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ທີ່ຈະເຮັດໃຫ້ມີຄຸນນະພາບ, ບົດບາດຄວາມສາມາດການນໍາພາຂອງຄະນະພັກ ໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ.

ກອງປະຊຸມໄດ້ໄຂຂຶ້ນ ຢ່າງສະຫງ່າຜ່າເຜີຍ, ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງສະເຫຼີມສະຫຼອງ, ອອກແຮງສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ທີ່ຫາກໍຜ່ານພົ້ນໄປ ແລະ ຈະມາເຖິງໃນມໍ່ໆນີ້,

 

ເວົ້າສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບ ພວມສູ້ຊົນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ຕິດພັນກັບບັນດາມະຕິກອງປະຊຸມໃຫຍ່, ກອງປະຊຸມຄົບຄະນະຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ທັງສຸມໃສ່ການສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ດໍາເນີນເປັນເວລາວັນເຄິ່ງ; ຕະຫຼອດເວລາດໍາເນີນກອງປະຊຸມໃຫຍ່, ຈະໄດ້ຮັບຟັງລາຍງານການເມືອງ, ບົດສຳຫຼວດການນໍາພາ ເຊິ່ງຈະກວມລວມທັງດ້ານດີ, ຂໍ້ຄົງຄ້າງ, ສາຍເຫດ ແລະ ຮັບຮອງທິດທາງແຜນການ, ຄາດໝາຍສູ້ຊົນ ຂອງຄະນະພັກກະຊວງ ແຕ່ນີ້ຮອດປີ 2030;

 

ພ້ອມນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຜູ້ແທນສົມບູນ ຕາງໜ້າໃຫ້ຄະນະພັກ ແລະ ກົມກອງຕົວແບບຈໍານວນໜຶ່ງ.

 

ກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດ ປ່ອນບັດເລືອກຕັ້ງເອົາກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່, ປ່ອນບັດເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າຄະນະພັກຂັ້ນເທິງ.

 

ໃນໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງ, ດ້ວຍການເສີມຂະຫຍາຍສິດ ປະຊາທິປະໄຕ, ສຸມສະຕິບັນຍາ, ເຫື່ອແຮງຂອງຕົນ ເຂົ້າໃນການຄົ້ນຄວ້າ, ຕົກລົງຮັບຮອງບັນຫາທີ່ສໍາຄັນຕ່າງໆ ທີ່ກອງປະຊຸມໄດ້ກຳນົດ ໃຫ້ບັນລຸຈຸດປະສົງ ແລະ ມີຜົນສໍາເລັດຢ່າງຈົບງາມ.

 

ທີ່ມາ: Lao National Radio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ