
ຫາກສະໝອງທີ 2 ຂອງມະນຸດແມ່ນລຳໄສ້ ຊຶ່ງເຮັດໜ້າທີ່ສອດປະສານກັບລະບົບປະສາດໃນການສັ່ງການ ແລະ ຄວບຄຸມການເຮັດວຽກຂອງຮ່າງກາຍ ພວກເຮົາກໍມີຫົວໃຈດວງທີ 2 ທີ່ເຮັດໜ້າທີ່ສູບສີດເລືອດກັບຄືນເຂົ້າໄປທີ່ຫົວໃຈຫຼັກທີ່ຢູ່ໜ້າເອິກເຊັ່ນດຽວກັນ
ຫົວໃຈດວງທີ່ສອງຢູ່ທີ່ນ່ອງ
ເມື່ອເວົ້າວ່າຫົວໃຈດວງທີ 2 ຢູ່ທີ່ນ່ອງ ອາດເຮັດໃຫ້ຫຼາຍຄົນແປກໃຈວ່າ ຄົນເຮົາຈະມີອະໄວຍະວະງອກຂຶ້ນມາອີກໄດ້ແນວໃດ?
ແຕ່ຈິງໆແລ້ວ ສຳນວນ “ຫົວໃຈດວງທີ 2” ເປັນຄຳປຽບທຽບເຖິງ “ກ້າມເນື້ອນ່ອງ” ທີ່ນອກຈາກຊ່ວຍຊັບພອດການຍ່າງແລ້ວ ຍັງມີໜ້າທີ່ສຳຄັນໃນການຊ່ວຍໃນການໄຫຼວຽນເລືອດກັບຄືນເຂົ້າສູ່ຫົວໃຈ
ໂດຍກ້າມເນື້ອນ່ອງທີ່ແຂງແຮງຈະຊ່ວຍຫຼຸດການເຮັດວຽກຂອງຫົວໃຈ ເປັນຄ້ືຕົວຕ້ານແຮງໂນ້ມຖ່ວງ ໃຫ້ເລືອດທີ່ຢູ່ສ່ວນລຸ່ມຂອງຮ່າງກາຍ ໄຫຼຍ້ອນກັບຂຶ້ນໄປສູ່ຫົວໃຈໄດ້ງ່າຍຂຶ້ນນັ້ນເອງ.
ຫົວໃຈທີ 2 ເຮັດວຽກແນວໃດ?
ສິ່ງສຳຄັນແມ່ນ ຫົວໃຈດວງທີ 2 ຈະເຮັດວຽກໄດ້ເພາະເມື່ອຕອນທີ່ເຮົາເຄື່ອນໄຫວເທົ່ານັ້ນ!! ຍິ່ງຮ່າງກາຍເຄື່ອນໄຫວຫຼາຍເທົ່າໃດ ກໍຈະຊ່ວຍກະຕຸ້ນການເຮັດວຽກຂອງຫຼອດເລືອດດຳທີ່ນ່ອງ ໃຫ້ເລືອດທີ່ນ່ອງຍິ່ງສູບສີດຂຶ້ນໄປທີ່ໜ້າເອິກໄດ້ຫຼາຍເທົ່ານັ້ນ.
ໝາຍຄວາມວ່າ ຫາກຮ່າງກາຍຢູ່ໃນພາວະຫຍຸດນິ່ງ ບໍ່ມີການເຄື່ອນໄຫວ ຢູ່ໃນທ່ານັ່ງ ຫຼື ຍືນນິ່ງເປັນເວລາດົນເກີນໄປ ເລືອດບໍ່ສາມາດໄຫຼວຽນໄດ້ສະດວກ ຈະເຮັດໃຫ້ເກີດອາການເລືອດຄ້າງໃນຂາ ບໍ່ສາມາດໄຫຼວຽນກັບຄືນເຂົ້າໄປທີ່ຫົວໃຈຫຼັກໄດ້.
ຫາກເລືອດຄ້າງສະສົມທີ່ຂາດົນເກີນໄປ ກໍມີອາການປວດບວມ ເປັນເສັ້ນເລືອດຂອດ ຫຼື ມີພາວະລິ່ມເລືອດຮຸນແຮງ.
ເຮັດແນວໃດໃຫ້ຫົວໃຈທັງ 2 ດວງແຂງແຮງ
ວິທີແກ້ປັນຫານັ້ນງ່າຍຫຼາຍ ເຮັດໄດ້ດ້ວຍ ການເຄື່ອນໄຫວຮ່າງກາຍຢູ່ສະເໝີ ເຊັ່ນ: ການຍ່າງສັ້ນໆທຸກຊົ່ວໂມງ ກໍພຽງພໍທີ່ຈະກະຕຸ້ນກ້າມເນື້ອນ່ອງ ໃຫ້ປັ້ມເລືອດເຂົ້າໄປຍັງຫົວໃຈໄດ້ຢ່າງສະເໝີຕົ້ນ.
ສ່ວນຖ້າເປັນຄົນບໍ່ຄ່ອຍເຄື່ອນໄຫວຮ່າງກາຍ ແລ້ວສັງເກດວ່າເລີ່ມມີອາການບວມເຣື້ອຣັງ ອາດເກີດຈາກເລືອດຄ້າງ ການຍົກຂາຂຶ້ນສູງ ຫຼື ໃຊ້ຖຸງນ່ອງຮັດກ້າມເນື້ອສາມາດຊ່ວຍບັນເທົາອາການໄດ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














