_cover - 2025-08-07T101223.643
ຍີ່ປຸ່ນເລັ່ງຜັກດັນຕິດຕັ້ງ "ໂຊລາເຊວແບບບາງ" ແລະ ຍືດຫຍຸ່ນໄດ້ດີ ສາມາດຜະລິດໄຟຟ້າໃຫ້ 30,000 ຄົວເຮືອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 August, 2025

ຍີ່ປຸ່ນຜັກດັນການພັດທະນາ “ແຜງໂຊລາເຊວເພີໂຣບສະໄກທ໌” (Pliable Perovskite Panels) ທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ດີ ຕັ້ງເປົ້າເປັນອຸປະກອນຜະລິດພະລັງງານແສງອາທິດທີ່ຕິດຕັ້ງໄດ້ໃນຫຼາກຫຼາຍພື້ນທີ່ ເພື່ອເພີ່ມປະສິດທິພາບການຜະລິດ ຜັກດັນໄປສູ່ການບັນລຸເປົ້າຫມາຍດ້ານພະລັງງານໝຸນວຽນ

 

ການຜະລິດແຜງໂຊລາເຊວແບບບາງ

 

Digital Marketing Agency in Laos - Emerging Digital Solutions

ແຜງໂຊລາເຊວທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ເປັນພິເສດນີ້ ສ້າງຂຶ້ນໂດຍການພິມ ຫຼື ທາສີສ່ວນຜະສົມຕ່າງໆ ເຊັ່ນ: ໄອໂອດີນ ແລະ ຕະກັ່ວ ລົງເທິງໜ້າພື້ນ ເຊັ່ນ: ຟິມ ຫຼື ແຜ່ນແກ້ວ ເຮັດໃຫ້ຜະລິດຕະພັນຂັ້ນສຸດທ້າຍອາດມີຄວາມໜາພຽງໜຶ່ງມິນລີແມັດ ແລະ ມີນ້ຳໜັກພຽງໜຶ່ງໃນສິບຂອງເຊວແສງອາທິດຊິລິຄອນທົ່ວໄປ

 

ຂໍ້ດີຂອງໂຊລາເຊວແບບບາງ

 

ຂໍ້ດີຂອງແຜງໂຊລາເຊວແບບນີ້ ຄື ມີຄວາມຍືດຫຍຸ່ນສູງ ສາມາດຕິດຕັ້ງເທິງໜ້າພື້ນທີ່ບໍ່ມີຄວາມພຽງ ແລະ ໂຄ້ງງໍ່ໄດ້ ຊຶ່ງເປັນຄຸນສົມບັດສໍາຄັນສໍາລັບການນໍາໃຊ້ໃນຍີ່ປຸ່ນ ເນື່ອງຈາກພື້ນທີ່ 70% ຂອງປະເທດເປັນພູຜາ ທີ່ອາດຈະບໍ່ເໝາະກັບການຕິດຕັ້ງແຜງໂຊລາເຊວແບບແຂງ

 

ອຸປະສັກຂອງການພັດທະນາໂຊລາເຊວແບບບາງ

 

ແນວໃດກໍ່ຕາມ ການຜັກດັນການພັດທະນາແຜງໂຊລາເຊວປະເພດນີ້ ຍັງຕ້ອງພົບກັບອຸປະສັກບາງປະການ ເພາະແຜງໂຊລາເຊວເພີໂຣບສະໄກທ໌ມີສານຕະກັ່ວທີ່ເປັນພິດ ແລະ ໃນຂະນະນີ້ຍັງຜະລິດພະລັງງານໄດ້ນ້ອຍກວ່າ ແລະ ມີອາຍຸການໃຊ້ງານສັ້ນ ໂດຍໃຊ້ງານໄດ້ພຽງ 10 ປີ ໃນຂະນະທີ່ແຜງໂຊລາເຊວຊິລິຄອນແບບທີ່ໃຊ້ກັນທົ່ວໄປ ໃຊ້ງານໄດ້ນານເຖິງ 30 ປີ

 

ແຕ່ດ້ວຍເປົ້າຫມາຍການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນພາຍໃນປີ 2050 ເຮັດໃຫ້ຍີ່ປຸ່ນມອງວ່າ ແຜງໂຊລາເຊວໃນລັກສະນະນີ້ເປັນໜຶ່ງໃນ “ທາງເລືອກທີ່ດີທີ່ສຸດໃນການບັນລຸເປົ້າຫມາຍການຫຼຸດຄາບອນ ແລະ ຄວາມສາມາດໃນການແຂ່ງຂັນທາງອຸດສາຫະກຳ” ຕາມຂໍ້ມູນຈາກລັດຖະມົນຕີວ່າການກະຊວງອຸດສາຫະກຳຍີ່ປຸ່ນ

 

ການຜັກດັນໃນປັດຈຸບັນ

 

ໂດຍປັດຈຸບັນລັດຖະບານກຳລັງສະເໜີມາດຕະການຈູງໃຈເພື່ອໃຫ້ຂະແໜງອຸດສາຫະກຳເຂົ້າມາມີສ່ວນຮ່ວມ ຊຶ່ງລວມເຖິງເງິນອຸດຫນຸນມູນຄ່າ 157,000 ລ້ານເຢ ໃຫ້ແກ່ບໍລິສັດ Sekisui Chemical ຜູ້ຜະລິດພລາສຕິກ ເພື່ອຈັດຕັ້ງໂຮງງານຜະລິດແຜງໂຊລາເຊວເພີໂຣບສະໄກທ໌ໃຫ້ພຽງພໍຕໍ່ການຜະລິດໄຟຟ້າ 100 ເມກາວັດໃນປີ 2027 ຄອບຄຸມການໃຊ້ໄຟຟ້າ 30,000 ຄົວເຮືອນ

 

ແລະ ພາຍໃນປີ 2040 ຍີ່ປຸ່ນຍັງຕັ້ງເປົ້າຕິດຕັ້ງແຜງໂຊລາເຊວໃນລັກສະນະດັ່ງກ່າວ ໃຫ້ພຽງພໍຕໍ່ການຜະລິດໄຟຟ້າ 20 ກິກາວັດ ຊຶ່ງທຽບເທົ່າກັບການເພີ່ມເຄື່ອງປະຕິກອນນີວເຄຼຍປະມານ 20 ເຄື່ອງ ຊຶ່ງຈະຊ່ວຍໃຫ້ຍີ່ປຸ່ນບັນລຸເປົ້າຫມາຍໃນການມີພະລັງງານໝຸນວຽນຄອບຄຸມຄວາມຕ້ອງການໃຊ້ໄຟຟ້າສູງສຸດ 50% ພາຍໃນປີ 2040

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ